ເຊື່ອມໂຍງເຂົ້າກັບສາກົນ-ບາງບັນຫາວາງອອກສຳລັບຫວຽດນາມແຕ່ປີ2015

ເຊື່ອມໂຍງເຂົ້າກັບສາກົນ-ບາງບັນຫາວາງອອກສຳລັບຫວຽດນາມແຕ່ປີ2015 - ảnh 1
ການ​ໂອ້​ລົມ​ສົນ​ທະ​ນາ “ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ບາງ​ບັນ​ຫາ​ທີ່​ວາງ
​ອອກ​ສຳ​ລັບ ຫວຽດ​ນາມ ແຕ່​ປີ 2015”
(ພາບ: Thu Hằng/TTXVN)

(vovworld) – ​​​ວັນ​ທີ 1/7, ຢູ່​ນະ​ຄອນ ທ໋າຍງວຽນ, ແຂວງ ທ໋າຍງວຽນ, ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ “ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ບາງ​ບັນ​ຫາ​ທີ່​ວາງ​ອອກ​ສຳ​ລັບ ຫວຽດ​ນາມ ແຕ່​ປີ 2015” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 14 ແຂວງ​ທາງ​ພາກ​ເໜືອ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ. ນະ​ທີ່ນີ້, ບັນ​ດາ​ຜູ້​ແທນ​ໄດ້​ພ້ອມ​ກັນ​ແລກ​ປ່ຽນ​ບາງ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ຫົວ​ຂໍ້​ຕ່າງໆຄື: ສະ​ພາບ​ການ​ໂລກ ແລະ ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ​, ລັດ, ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ເຂົ້າ​ກັບ​ສາ​ກົນ​ໄລ​ຍະ​ໃໝ່ ແລະ ບັນ​ດາ​ບັນ​ຫາ​ສຳ​ລັບ​ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ, ປະ​ຊາ​ຄົມ ອາ​ຊຽ​ນ 2015…

        ກ່ຽວ​ກັບ “ສະ​ພາບ​ການ​ໂລກ ແລະ ນະ​ໂຍບ​າຍ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ”, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ຖື​ວ່າ: ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ອັນ​ໃຫ​ຍ່ຫຼວງ​ຂອງ​ພາ​ລະ​ກິດ​ປ່ຽນ​ໃໝ່​ໂດຍ ພັກ​ ​ລິ​ເລີ່ມ ແລະ ນຳ​ພາ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ມາ​ຮອດ​ປະ​ຈຸ​ບັນ. ບົນ​ພື້ນ​ຖານ​ສືບ​ທອດ ແລະ ສືບ​ຕໍ່​ແນວ​ທາງ​ການ​ພົວ​ພັນ​ຕ່​າງ​ປະ​ເທດ​ໄລ​ຍະ​ປ່ຽນ​ໃໝ່, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ສືບ​ຕໍ່​ຢັ້ງ​ຢືນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​​ທີ່​ເປັນເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ຫັນ​ການ​ພົວ​ພັນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບ​ແບບ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເປັນເພື່ອນ​ມິດ, ​ເປັນ​ຄູ່​ຮ່ວ​ມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ​ເປັນ​ສະ​ມາ​ຊິກມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ປະ​ຊາ​ຄົມ​ສາ​ກົນ.


ຂ່າວ/ບົດ​ອື່ນ