ເປັນຄັ້ງທຳອິດ ປະທານາທິບໍດີອາເມລິກາພົບປະກັບການນຳພັກການເມືອງຝ່າຍຄ້ານ ເວເນຊູເອລາ
(VOVWORLD) - ທ່ານນາງ Karoline Leavitt ເລຂາສື່ມວນຊົນທຳນຽບຂ່າວໃຫ້ຮູ້ວ່າທ່ານປະທານາທິບໍດີ ອາເມລິກາ Donald Trump ພວມລໍຄອຍການແລກປ່ຽນກັບທ່ານນາງ Maria Machado.
ວັນທີ 15 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ພົບປະແບບເຊິ່ງໜ້າກັບທ່ານນາງ Maria Machado ການນຳພັກການເມືອງຝ່າຍຄ້ານ ເວເນຊູເອລາ, ຢູ່ທຳນຽບຂາວ, ການກະທຳນີ້ໄດ້ຮັບຖືວ່າອາດຈະສົ່ງຜົນສະທ້ອນຕໍ່ວິທີວໍຊິງຕັນ ກຳນົດທິດອະນາຄົດການເມືອງຂອງປະເທດ ອາເມລິກາໃຕ້ນີ້. ພາຍຫຼັງການພົບທີ່ແກ່ຍາວເປັນເວລາກວ່າ 1 ຊົ່ວໂມງ, ທ່ານນາງ Machado ໄດ້ພັນລະນາການແລກປ່ຽນແມ່ນສຸດຍອດ, ແຕ່ບໍ່ເຜີຍຂໍ້ມູນລະອຽດກ່ຽວກັບເນື້ອໃນຂອງການປຶກສາຫາລື.
ໃນຂະນະນັ້ນ, ທ່ານນາງ Karoline Leavitt ເລຂາສື່ມວນຊົນທຳນຽບຂ່າວໃຫ້ຮູ້ວ່າທ່ານປະທານາທິບໍດີ ອາເມລິກາ Donald Trump ພວມລໍຄອຍການແລກປ່ຽນກັບທ່ານນາງ Maria Machado. ເຖິງຢ່າງໃດກໍຕາມ, ທ່ານນາງ Karoline Leavitt ກໍ່ເນັ້ນໜັກວ່າທ່ານ Trump ຍັງຮັກສາການຕີລາຄາສະພາບການຕົວຈິງທີ່ວ່າ ທ່ານນາງ Maria Machado ຍັງທັນບໍ່ມີການສະໜັບສະໜູນທີ່ຈຳເປັນຢ່າງພຽງພໍເພື່ອນຳພາເວເນຊູເອລາໃນໄລຍະຈະມາເຖິງ.