ເປັນ​ຄັ້ງ​ທຳ​ອິດ ວົງ​ເງິນ​ການ​ສົ່ງ​ອອກ​ນຳ​ເຂົ້າ ຫວຽດ​ນາມ ​ລື່ນ​ກາຍ​ 900 ຕື້ USD

(VOVWORLD) -  ໄລ່ຮອດວັນທີ 15 ທັນວາ, ຍອດວົງເງິນການສົ່ງອອກນຳເຂົ້າສິນຄ້າຂອງ ຫວຽດນາມ ບັນລຸ 883,7 ຕື້ USD.
ເປັນ​ຄັ້ງ​ທຳ​ອິດ ວົງ​ເງິນ​ການ​ສົ່ງ​ອອກ​ນຳ​ເຂົ້າ ຫວຽດ​ນາມ ​ລື່ນ​ກາຍ​ 900 ຕື້ USD - ảnh 1ກອງປະຊຸມສະຫຼຸບວຽກງານຂະແໜງອຸດສາຫະກຳການຄ້າ (ພາບ: VOV)

ເປັນຄັ້ງທຳອິດ ການສົ່ງອອກນຳເຂົ້າລື່ນກາຍ 900 ຕື້ USD, ນຳຫວຽດນາມນອນໃນ top 15 ປະເທດມີຂອບຂະໜາດທາງການຄ້າໃຫຍ່ທີ່ສຸດໃນໂລກ. ນີ້ແມ່ນຂໍ້ມູນໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ປະກາດໃນວັນທີ 19 ທັນວາ ຢູ່ກອງປະຊຸມສະຫຼຸບວຽກງານຂະແໜງອຸດສາຫະກຳການຄ້າ ທີ່ໄດ້ດຳເນີນຢູ່ຮ່າໂນ້ຍ. ຕາມທ່ານນາງ ຟານທິທັ້ງ ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ແລ້ວ, ໄລ່ຮອດວັນທີ 15 ທັນວາ, ຍອດວົງເງິນການສົ່ງອອກນຳເຂົ້າສິນຄ້າຂອງ ຫວຽດນາມ ບັນລຸ 883,7 ຕື້ USD. ຄາດວ່າ, ຮອດທ້າຍປີ ຕົວເລກນີ້ອາດຈະບັນລຸ 920 ຕື້ USD. ດ້ວຍລະດັບສະຖິຕິໃໝ່ນີ້, ຫວຽດນາມ ຈະນອນໃນ top 15 ປະເທດມະຫາອຳນາດ ການຄ້າທົ່ວໂລກ - ສ້າງທ່ວງທ່າໃໝ່ໃຫ້ແກ່ການເຕີບໂຕເສດຖະກິດ.


ຕອບກັບ

ຂ່າວ/ບົດ​ອື່ນ