ເພີ່ມທະວີດ້ານການຮ່ວມມື ການຕ່າງປະເທດ ຫວຽດນາມ - ລາວ

ເພີ່ມທະວີດ້ານການຮ່ວມມື ການຕ່າງປະເທດ ຫວຽດນາມ - ລາວ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ ທັງສອງທ່ານລົງ​ນາມ​ ໃນຂໍ້​ຕົກລົງຮ່ວມ​ມືລະຫວ່າງ​ກະຊວງ​ ການ​ຕ່າງປະ​ເທດ​
ຫວຽດນາມ - ລາວ ​ໄລຍະ 2012 – 2017
( ພາບ: nhandan.com.vn )

( vovworld ) - ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ຄັ້ງ​ທີ 6 ລະຫວ່າ​ງກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ລາວ ​ໄດ້​ຈັດ​ຂຶ້ນ​ຢູ່​​ຮ່າ​ຕິ້ງ ​ແຕ່​ວັນ​ທີ 17 – 20/3/2012. ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເປັນ​ຫົວໜ້າ​ຄະນະ. ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ທອງ​ລຸນ ສີ​ສຸ​ລິດ ນຳ​ໜ້າ. ທີ່​ການ​ພົບ​ປະ​ແລກປ່ຽນ, ສອງ​ຝ່າຍ​ລ້ວນ​ແຕ່ຢືນຢັນ​ວ່າ ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່​ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ແລະ ​ແທດ​ຈິງ​ຫຼາຍ​ຢ່າງໃນ​ປີ​​ແຫ່ງ​ຄວາມສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012 ຢ່າງ​ຕັ້ງໜ້າ ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງການ​ທູດ ( 1962 – 2012 ) ​ແລະ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື​ຫວຽດນາມ - ລາວ ( 1977 – 2012 ). ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮັກສາ, ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ກໍ​ຄື​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ, ​ເພື່ອ​ແນ​ໃສ່​ປະຕິບັດ​ແນວ​ທາງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງທີ 9 ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ວາງ​ອອກຢ່າງ​ມີ​ໄຊ.

  ໃນ​ຂອບ​ເຂດ​ຂອງ​ການ​ພົບ​ປະ​ແລກປ່ຽນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າມບິ່ງ​ມິ​ງ ​ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ລົງ​ນາມ​ໃນຂໍ້​ຕົກລົງຮ່ວມ​ມືລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ - ລາວ ​ໄລຍະ 2012 – 2017 ​ແລະ ຂ້ໍ​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ລາວ​​.
ຂ່າວ/ບົດ​ອື່ນ