ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

(VOVWORLD) - ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ຈັດຂຶ້ນຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດໃຫ້ແກ່ປະມຸກລັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ - ảnh 1ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV)

ຕອນເຊົ້າວັນທີ 1 ທັນວາ, ທ່ານເລຂາທິການໃຫຍ່ ໂຕເລິມພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສາຖາປະນາປະເທດ ສປປ.ລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມການພົບປະຂັ້ນສູງ ລະຫວ່າງພັກກອມມູນິດ ຫວຽນດາມ ແລະ ພັກປະຊາຊົນປະຕິວັດລາວ.

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ຈັດຂຶ້ນຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດໃຫ້ແກ່ປະມຸກລັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.

ແລະກໍ່ໃນຕອນບ່າຍວັນທີ 1 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ມອງລຸນສີສຸລິດ ໄດ້ເປັນປະທານພິທີປະດັບຫຼຽນຄຳ ແຫ່ງຊາດ ໃຫ້ແກ່ທ່ານເລຂາທິການໃຫຍ່ ໂຕເລິມ.


ຕອບກັບ

ຂ່າວ/ບົດ​ອື່ນ