ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງກັນຄວາມສະຫງົບ ລາວ

(VOVWORLD) -  ຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານສູນກາງພັກ (ທີ່ ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ລາວ ນຳໂດຍທ່ານ ພົນໂທ ວັນທອງ ກອງມະນີ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ  ລາວ ພວມຢ້ຽມຢາມ ແລະ ເຮັກວຽກຢູ່ ຫວຽດນາມ.
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງກັນຄວາມສະຫງົບ  ລາວ - ảnh 1ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕ້ອນຮັບຄະນະຜູ້ແທນກະຊວງຕຳຫຼວດ ລາວ ນຳໂດຍທ່ານ ພົນໂທ ວັນທອງ ກອງມະນີ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ  (ພາບ: TTXVN)

  ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາວ່າ ການຮ່ວມມືລະຫວ່າງກະຊວງຕຳຫຼວດ 2 ປະເທດ ແມ່ນໜຶ່ງໃນບັນດາຂົງເຂດເສົາຄ້ຳໃນການພົວພັນສອງປະເທດ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມຂອງແຕ່ລະປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ 2 ປະເທດ ຈະສືບຕໍ່ເພີ່ມທະວີການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການໃນວຽກງານວິຊາການ, ສົມທົບກັນຕໍ່ສູ້ຕ້ານບັນດາກຳລັງເປັນປໍລະປັກຢ່າງມີປະສິດທິຜົນ. ພ້ອມດຽວກັນນັ້ນ, ຮ່ວມມືກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານການຜັນແປໂດຍສັນຕິວິທີ, ສະກັດກັ້ນການປ້ອງກັນ, ຕ້ານບັນດາອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ…, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງເສັ້ນຊາຍແດນສອງປະເທດສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

        ສ່ວນທ່ານລັດຖະມົນຕີ ວັນທອງ ກອງມະນີ ຢັ້ງຢືນວ່າ ກະຊວງປ້ອງກັນຄວາມສະຫງົບລາວ ຈະສົມທົບກັບກະຊວງຕຳຫຼວດ ຫວຽດນາມ ຢ່າງແໜ້ນແຟ້ນໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໃນທຸກກໍລະນີປະກອບສ່ວນຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ