ເລິມດົ່ງຍົກສູງປະສິດທິຜົນໃນການຕ້ານ IUU
(VOVWORLD) - ເຮືອຫາປາແຕ່ລະລຳ, ກັບຕັນແຕ່ລະຄົນລ້ວນແຕ່ ໄດ້ສ້າງເອກະສານຄຸ້ມຄອງ, ອຸປະກອນຕິດຕາມວິວັດການເດີນທາງໄດ້ກວດກາ, ຕິດຕາມກວດກາເປັນປະຈຳ ແລະ ລາຍງານຕາມປະຈຳອາທິດ.
ການເຄື່ອນໄຫວຄຸ້ມຄອງກຳປັ່ນຫາປາຢູ່ທ່າກຳປັ່ນໃນບໍລິເວນແຂວງເລິມດົງໄດ້ປະຕິບັດເປັນປະຈຳ (ພາບ: VOV) |
ໂດຍປະຕິບັດ ບັນດາຂໍ້ສະເໜີຂອງ ຄະນະກຳມະການເອີລົບຢ່າງເຂັ້ມງວດ, ແຂວງເລິມດົ່ງ ພວມຜັນຂະຫຍາຍຫຼາຍມາດຕະການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມ ຂໍ້ກຳນົດ (IUU) ຢ່າງຄົບຊຸດ, ຂ້ຽວຂາດ, ດ້ວຍເປົ້າໝາຍສ້າງຄວາມເປັບລະບຽບຮຽບຮ້ອຍໃນການຂຸດຄົ້ນສິນໃນນ້ຳ ແລະ ຍົກເລີກບັດເຫຼືອງໂດຍໄວ.
ຢູ່ຕາແສງລາຍີ, ແຂວງເລິມດົ່ງ, ກຳລັງຕຳຫຼວດພວມຜັນຂະຫຍາຍບັ້ນຈຸດສຸມຕ້ານການຂຸດຄົ້ນ IUU. ເຮືອຫາປາແຕ່ລະລຳ, ກັບຕັນແຕ່ລະຄົນລ້ວນແຕ່ ໄດ້ສ້າງເອກະສານຄຸ້ມຄອງ, ອຸປະກອນຕິດຕາມວິວັດການເດີນທາງໄດ້ກວດກາ, ຕິດຕາມກວດກາເປັນປະຈຳ ແລະ ລາຍງານຕາມປະຈຳອາທິດ. ທ່ານພັນຕີ ຫງວຽນວັນເຕິບ, ຮອງຫົວໜ້າຕຳຫຼວດຕາແສງ ລາຍີ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ສ້າງກຸ່ມໄປກວດກາຢັ້ງຢືນ ແລະ ສ້າງບັນຊີລາຍຊື່ຂໍ້ມູນກ່ຽວກັບບັນດາເຈົ້າຂອງກຳປັ່ນ, ຜູ້ຂັບກຳປັ່ນ, ກັບຕັນ ແລະ ຜູ້ອອກແຮງງານໃນບັນດາກຳປັ່ນ. ມີກຳປັ່ນທັງໝົດ 1.158 ລຳໄດ້ຢັ້ງຢືນໃນລະບົບ VNeID.