WHO ຮັບ​ຮູ້​ບັນ​ດາ​ຄວາມ​ກ້າວ​ໜ້າ​ຢ່າງ​ແຮງ​ຂອງ​ສາ​ທາ​ລະ​ນະ​ສຸກ​ຊຸມ​ຊົນ ຫວຽດ​ນາມ ໃນ​ປີ 2025

(VOVWORLD) - ໃນຂອບເຂດໂຄງການປະຕິຮູບເປີດກວ້າງໃນປີ 2025, ລັດຖະບານ ຫວຽດນາມ ໄດ້ຍົກອອກຄຳໝັ້ນສັນຍາຢ່າງແຮງໃຫ້ແກ່ບັນດາການປ່ຽນແປງໃນຂົງເຂດສາທາລະນະສຸກ ແລະ ວາງອອກຄວາມຄາດຫວັງໃຫ້ແກ່ຂະແໜງສາທາລະນະສຸກ. 
WHO ຮັບ​ຮູ້​ບັນ​ດາ​ຄວາມ​ກ້າວ​ໜ້າ​ຢ່າງ​ແຮງ​ຂອງ​ສາ​ທາ​ລະ​ນະ​ສຸກ​ຊຸມ​ຊົນ ຫວຽດ​ນາມ ໃນ​ປີ 2025 - ảnh 1ຄົນເຈັບລໍຖ້າຮັບຢາໂດຍບໍ່ເສຍຄ່າ ຢູ່ໂຮງໝໍແຂວງ ບາກລຽວ (ພາບ: TTXVN)

ໃນບົດລາຍງານທີ່ໄດ້ເອົາລົງໃນເວັບໄວທາງການຫວ່າງມໍ່ໆມານີ້, ອົງການອະນາໄມໂລກ (WHO)  ໄດ້ໃຫ້ຂໍ້ສັງເກດວ່າ: ໃນຂອບເຂດໂຄງການປະຕິຮູບເປີດກວ້າງໃນປີ 2025, ລັດຖະບານ ຫວຽດນາມ ໄດ້ຍົກອອກຄຳໝັ້ນສັນຍາຢ່າງແຮງໃຫ້ແກ່ບັນດາການປ່ຽນແປງໃນຂົງເຂດສາທາລະນະສຸກ ແລະ ວາງອອກຄວາມຄາດຫວັງໃຫ້ແກ່ຂະແໜງສາທາລະນະສຸກ. ບັນດາຄວາມຄາດຫວັງນັ້ນ ລວມມີຄຳໝັ້ນສັນຍາສະໜອງການບໍລິການເບິ່ງແຍງດູແລສຸຂະພາບທີ່ຈຳເປັນແບບບໍ່ເກັບຄ່າໃນອະນາຄົດ, ຫັນເປັນດີຈີຕອນ, ວິທີການສຳຜັດຫຼາຍຂະແໜງສຳລັບຄວາມໝັ້ນຄົງດ້ານສາທາລະນະສຸກ ແລະ ສາທາລະນະສຸກຊຸມຊົນ ລວມທັງສິ່ງແວດລ້ອມທີ່ປອດໂປ່ງກວ່າ ແລະ ບຸລິມະສິດລົງທຶນເຂົ້າຂົງເຂດສາທາລະນະສຸກຊຸມຊົນ ແລະ ບັນດາການບໍລິການສາທາລະນະສຸກຮາກຖານ.

        WHO ມີຄວາມພາກພູມໃຈທີ່ແມ່ນຄູ່ຮ່ວມມືຂອງລັດຖະບານ ຫວຽດນາມ, ພ້ອມກັບບັນດາຄູ່ຮ່ວມມື ແລະ ນັກອຸປະຖຳພາຍໃນ ແລະ ສາກົນ. ໃນບົດລາຍງານ, WHO ໄດ້ຝາກຄຳຂອບໃຈມາຍັງທຸກປະເທດສະມາຊິກ, ຄູ່ຮ່ວມມື ແລະ ນັກອຸປະຖຳທີ່ໄດ້ປະກອບສ່ວນໃຫ້ແກ່ວຽກງານຂອງອົງການນີ້ ແນໃສ່ໜູນຊ່ວຍລັດຖະບານ ແລະ ປະຊາຊົນ ຫວຽດນາມ. ດ້ວຍແຫຼ່ງການເງິນຍືນຍົງ ແລະ ມີສະຖຽນລະພາບ, WHO ສາມາດສືບຕໍ່ຊຸກຍູ້ຄວາມຍຸຕິທຳດ້ານສາທາລະນະສຸກ, ຊ່ວຍນຳບັນດາເປົ້າໝາຍພັດທະນາແບບຍືນຍົງທີ່ກ່ຽວຂ້ອງເຖິງສາທາລະນະສຸກກັບຄືນໄປຖືກທິດ ແລະ ກະກຽມໃຫ້ແກ່ລະບົບສາທາລະນະສຸກ ແລະ ຊຸມຊົນ ຮັບມືກັບບັນດາສິ່ງທ້າທາຍໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ