ພາ​ຍຸ​ພັດ​ຖະຫຼົ່ມ ເອີ​ຣົບ, ຫຼາຍ​ປະ​ເທດ​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ

(VOVWORLD) -   ມີພາຍຸຫຼາຍລູກໃນລະດູໜາວພວມພັດຖະຫຼົ່ມຢ່າງແຮງເຂົ້າພາກເໜືອ ແລະ ກາງກາງ ເອີຣົບ, ລົມພັດແຮງ ບວກກັບຫິມະຕົກໜັກ ເຮັດໃຫ້ລະບົບຄົມມະນາຄົມ, ການດຳເນີນຊີວິດ ແລະ ການບໍລິການສາທາລະນະຢູ່ຫຼາຍປະເທດຖືກຂາດວັກຂາດຕອນຢ່າງຮ້າຍແຮງ.
ພາ​ຍຸ​ພັດ​ຖະຫຼົ່ມ ເອີ​ຣົບ, ຫຼາຍ​ປະ​ເທດ​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ - ảnh 1ພາຍຸ Elli ລະດູໜາວ ເຮັດໃຫ້ເກີດຫິມະຕົກໜັກ ແລະ ລົມພັດແຮງ ຢູ່  Hamburg, ເຢຍລະມັນ ໃນວັນທີ 09/01/2026 (ພາບ: REUTERS/Fabian Bimmer)

ຕາມບັນດາອົງການອຸຕຸນິຍົມແລ້ວ, ພາຍຸ Goretti ໄດ້ພັດຖະຫຼົມເຂົ້າ ອັງກິດ ແລະ ຝລັ່ງ ດ້ວຍລະດັບແຮງລົມຮັບຮູ້ຢູ່ເຂດ Manche, ຝລັ່ງ ແມ່ນ 216 ກິໂລແມັດ ຕໍ່ຊົ່ວໂມງ, ເຊິ່ງເປັນລະດັບຄວາມແຮງທີ່ບໍ່ຄ່ອຍເກີດຂຶ້ນໃນຫຼາຍປີຜ່ານມາ. ລົມແຮງເຮັດໃຫ້ຕົ້ນໄມ້ຫັກ, ເຮືອນເປ່ເພ ແລະ ໄຟຟ້າດັບໃນວົງກວ້າງ.

        ຢູ່ ຝລັ່ງ, ມີປະມານ 380.000 ຄອບຄົວບໍ່ມີໄຟຟ້າໃຊ້. ທ່າກ່ຳປັ່ນຫຼາຍແຫ່ງ ແລະ ເສັ້ນທາງແຄມທະເລ ຈຳເປັນຕ້ອງປິດປະຕູ. ຂະແໜງການບິນກໍຖືກຜົນກະທົບຢ່າງໜັກໜ່ວງ, ສະເພາະເດີ່ນບິນ Heathrow ຂອງ ລອນດອນ ມີຖ້ຽວບິນປະມານ 50 ຖ້ຽວຖືກຍົກເລີກ, ສົ່ງຜົນກະທົບຕໍ່ຜູ້ໂດຍສານນັບພັນຄົນ.

        ນອກຈາກເຂດຕເວັນຕົກເອີຣົບແລ້ວ, ສະພາບດິນຟ້າອາກາດຮ້າຍແຮງດັ່ງກ່າວຍັງໄດ້ສົ່ງຜົນກະທົບເຖິງເຂດຕາເວັນອອກເອີຣົບ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ