EU ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ດ້ວຍ​ຈຳ​ນວນ​ເງິນກວ່າ 700 ລ້ານ USD ໃຫ້​ແກ່ ຊີ​ຣີ

(VOVWORLD) - ສະຫະພາບເອີຣົບ (EU) ຈະຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ຊີຣີ ດ້ວຍຈຳນວນເງິນປະມານ 620 ລ້ານ ເອີໂຣ (722 ລ້ານ USD) ໃນໄລຍະ 2026 – 2027, ໜູນຊ່ວຍປະເທດຕາເວັນອອກກາງນີ້ສ້າງສາຄືນໃໝ່ ພາຍຫຼັງເກີດສົງຄາມພາຍໃນຕະຫຼອດໄລຍະກວ່າ 1 ທົດສະວັດ. 
EU ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ດ້ວຍ​ຈຳ​ນວນ​ເງິນກວ່າ 700 ລ້ານ USD ໃຫ້​ແກ່ ຊີ​ຣີ - ảnh 1ທ່ານນາງ Ursula von der Leyen ປະທານ ຄະນະກຳມະການ ເອີຣົບ (ພາບ:  REUTERS/Stephanie Lecocq/File Photo)

ວັນທີ 09 ມັງກອນ, ທ່ານນາງ Ursula von der Leyen ປະທານ ຄະນະກຳມະການ ເອີຣົບ (EC) ໃຫ້ຮູ້ວ່າ ສະຫະພາບເອີຣົບ (EU) ຈະຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ຊີຣີ ດ້ວຍຈຳນວນເງິນປະມານ 620 ລ້ານ ເອີໂຣ (722 ລ້ານ USD) ໃນໄລຍະ 2026 – 2027, ໜູນຊ່ວຍປະເທດຕາເວັນອອກກາງນີ້ສ້າງສາຄືນໃໝ່ ພາຍຫຼັງເກີດສົງຄາມພາຍໃນຕະຫຼອດໄລຍະກວ່າ 1 ທົດສະວັດ. ເມື່ອກ່າວຄຳເຫັນພາຍຫຼັງການພົບປະກັບທ່ານ Ahmed al-Sharaa ປະທານາທິບໍດີ ຊີຣີ ຢູ່ Damascus, ທ່ານນາງ Ursula von der Leyen ເນັ້ນໜັກວ່າ ຄວາມຕ້ອງການຟື້ນຟູ ແລະ ສ້າງສາປະເທດຄືນໃໝ່ຂອງ ຊີຣີ ແມ່ນໃຫຍ່ຫຼວງທີ່ສຸດ. ທ່ານນາງກໍໃຫ້ຮູ້ວ່າ EU ປາດຖະໜາຈະເລີ່ມດຳເນີນການເຈລະຈາ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງຮ່ວມມືກັບ ຊີຣີ ແລະ ສ້າງຂອບເຂດຄູ່ຮ່ວມມືດ້ານການເມືອງໃໝ່, ລວມມີການພົບປະຂັ້ນສູງ ເຊິ່ງຄາດວ່າຈະດຳເນີນໃນຊຸມເດືອນຕົ້ນປີ 2026.

        ທ່ານນາງ Ursula von der Leyen ພວມມີການປະຕິບັດງານຢູ່ຕາເວັນອອກກາງ ພ້ອມກັບທ່ານ Antonio Costa ປະທານສະພາເອີຣົບ. ນີ້ແມ່ນການຢ້ຽມຢາມ ຊີຣີ ຂັ້ນສູງສຸດ ຂອງ EU ນັບແຕ່ເມື່ອການນຳ Bashar al-Assad ຖືກໂຄ່ນລົ້ມເມື່ອເດືອນ ທັນວາ 2024.

ຕອບກັບ

ຂ່າວ/ບົດ​ອື່ນ