ນຳເອົາບັນຍາກາດບຸນປີໃໝ່ປະຈຳຊາດເຖິງເຂດພິເສດ ໂຖເຈົາ
(VOVWORLD) - ວັນທີ 10 ມັງກອນ, ຄະນະປະຕິບັດງານທະຫານເຂດ 5 ພ້ອມດ້ວຍຜູ້ແທນຂອງແຂວງ, ນະຄອນ, ວິສາຫະກິດ, ອົງການສື່ມວນຊົນຈຳນວນໜຶ່ງ ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈ, ອວຍພອນປີໃໝ່ທະຫານ ແລະ ປະຊາຊົນເຂດພິເສດ ໂຖເຈົາ, ແຂວງ ອານຢາງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026 ຈະມາເຖິງ. ນີ້ແມ່ນສະຖານທີ່ຢ້ຽມຢາມທຳອິດໃນການເດີນທາງໄປຍັງບັນດາດອນເກາະ ຕາເວັນຕົກສ່ຽງໃຕ້.
ຄະນະຖະຫວາຍທູບທຽນຢູ່ ຮ້ານບູຊາ ໂຖເຈົາ ເພື່ອອາໄລຫາປະທານ ໂຮ່ຈີມິນ ແລະ ບັນດານັກຮົບ, ນັກວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ |
ຢູ່ເຂດພິເສດ ໂຖເຈົາ, ຄະນະໄດ້ຖະຫວາຍທູບທຽນຢູ່ ຮ້ານບູຊາ ໂຖເຈົາ ເພື່ອອາໄລຫາປະທານ ໂຮ່ຈີມິນ ແລະ ບັນດານັກຮົບ, ນັກວິລະຊົນທີ່ໄດ້ເສຍສະຫຼະຊີວິດໃນບັ້ນຕໍ່ສູ້ປົດປ່ອຍ, ປົກປັກຮັກສາເກາະ ໂຖຈູ ແລະ ພໍ່ແມ່ປະຊາຊົນຜູ້ບໍ່ມີໂທດ 500 ຄົນ ທີ່ຖືກທະຫານຂະແມແດງເຂັ່ນຂ້າກ່ອນນີ້ 50 ປີ. ໃນບັນຍາກາດຂອງການພົບປະລະຫວ່າງທະຫານ ແລະ ປະຊາຊົນທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄະນະປະຕິບັດງານ ພ້ອມດ້ວຍບັນດານັກຮົບຢູ່ສະຖານີ ກາດາ 610, ປະຊາຊົນເຂດ ໂຖເຈົາ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ກ່ອນກຳນົດເວລາ ດ້ວຍບັນດາກິດຈະກຳວັດທະນະທຳ, ຈົກສະຫຼາກຕອບຄຳຖາມ, ຈັດແຈງປະດັບປະດາຫ້ອງຕ້ອນຮັບລະດູບານໃໝ່… ທ່ານ ເຈິ່ນກວັກຢາງ, ຮອງປະທານຄະນະກຳມະການປະຊາຊົນເຂດພິເສດ ໂຖເຈົາ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບຄະນະຈາກເຂດດິນຕໍ່ແຜ່ນມາຢ້ຽມຢາມ, ບໍ່ສະເພາະແຕ່ອຳນາດການປົກຄອງເທົ່ານັ້ນ ຫາກນັບທັງປະຊາຊົນຢູ່ທີ່ນີ້ກໍມີຄວາມຕື້ນເຕັ້ນທີ່ສຸດ. ຜ່ານບັນດາກິດຈະກຳຄືແນວນີ້ ຈະນັບມື້ນັບຮັດແໜ້ນອາລົມຈິດຄວາມຮັກແພງລະຫວ່າງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຫຼາຍກວ່າອີກ”.
ຮວ່ຽນຈາງ