ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025: ປຸກ​ລຸກ​ສະ​ຕິ “ລຸ້ນ​ອັດ​ສະ​ລິ​ຍະ” ໃນ​ສັງ​ກາດ AI

(VOVWORLD) - ຕອນເຊົ້າວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2025 ໄດ້ເລີ່ມຕົ້ນດ້ວຍ Talkshow ສົ່ງແຫຼ່ງບັນດານໃຈ ພາຍໃຕ້ຫົວຂໍ້ “ລຸ້ນອັດສະລິຍະປັດຈຸບັນ - Intelligent Generation Now”.
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025: ປຸກ​ລຸກ​ສະ​ຕິ “ລຸ້ນ​ອັດ​ສະ​ລິ​ຍະ” ໃນ​ສັງ​ກາດ AI - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ຫວຽດນາມ ກຳລັງຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນທີ່ດີຈີຈອນ, ເສດຖະກິດສີຂຽວຕະຫຼອດຮອດເສດຖະກິດໝູນວຽນ; ເນັ້ນໜັກເຖິງວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ແຫຼ່ງຊັບພະຍາກອນມະນຸດແມ່ນບຸກທະລຸແກ່ນສານເພື່ອຫັນເປົ້າໝາຍກາຍເປັນປະເທດມີລາຍຮັບສູງໃນປີ 2035 ໃຫ້ປະກົດຜົນເປັນຈິງ. ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຮຽກຮ້ອງໃຫ້ກຳລັງຊາວໜຸ່ມ ຕ້ອງຍາດແຍ່ງໂອກາດຈາກການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວນຳມາໃຫ້

“ຂ້າພະເຈົ້າສະເໜີໃຫ້ພວກເພື່ອນມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ, ກ່ຽວກັບໂອກາດ ແລະ ສິ່ງທ້າທາຍຂອງປະເທດຊາດເພື່ອກະກຽມຄວາມຮູ້ ແລະ ທັກສະດີທີ່ສຸດເມື່ອກ້າວເຂົ້າສູ່ວິວັດທະນາການຫັນຄວາມຄາດຫວັງ ແລະ ຄວາມໄຝ່ຝັນໃຫ້ປະກົດຜົນເປັນຈິງ. ຫົວຂໍ້ຂອງ Talkshow ຄັ້ງນີ້ ໄດ້ສົ່ງສານອັດສະລິຍະຫຼາຍຢ່າງ ເຊິ່ງປະເທດຂອງເຮົາຕ້ອງການນຳພວກເພື່ອນ ນັ້ນແມ່ນຄວາມຊອກຮູ້ຄົ້ນຄິດນະວັດຕະກຳຢ່າງບໍ່ຢຸດຢັ້ງ, ກ້າຄິດ, ກ້າທຳ, ກ້າຮັບຜິດຊອບເພື່ອຜົນປະໂຫຍດລວມຂອງປະເທດຊາດ”.

ໃນເຫດການນີ້, ທ່ານຮອງສາດສະດາຈານ Scott Thompson Whiteside, ຜູ້ອຳນວຍການໃຫຍ່ RMIT ຫວຽດນາມ, ຢັ້ງຢືນວ່າ: ຊາວໜຸ່ມ ຫວຽດນາມ ພວມມີທີ່ຕັ້ງພິເສດໃນວິວັດທະນາການຫັນເປັນດີຈີຕອນ, ການຜະລິດແບບທັນສະໄໝ ແລະ ການພັດທະນາສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ