ໂອ້ລົມສົນທະນາປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມ
ໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ
(ພາບ:sggp.org.vn)
(vovworld) – ຕອນເຊົ້າວັນທີ 19/10, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະພາມະຫາບັນດິດວິທະຍາສາດ - ສັງຄົມ ຫວຽດນາມ, ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັນຈັດຕັ້ງການ ໂອ້ລົມສົນທະນາປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ. ທີ່ການໂອ້ລົມສົນມະນາ, ບັນດາຜູ້ແທນສຸນໃສ່ປຶກສາຫາລືກ່ຽວກັບການພັດທະນາເສດຖະກິດ ຊຶ່ງຈຸດສຸມແມ່ນການໝູນໃຊ້ວິທະຍາສາດ - ເຕັກໂນໂລຢີ ເພື່ອໃຫ້ວິທະຍາສາດ - ເຕັກໂນໂລຢີກາຍເປັນມາດຕະການບຸກທະລຸໃຫ້ແກ່ການພັດທະນາເສດຖະກິດ. ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານ ໂອ້ລົມສົນທະນາ. ຕາມທ່ານ ຫງວຽນທ້ຽນເຍີນ ແລ້ວ, ຕ້ອງເຮັດແຈ້ງບັນຫາກົນໄກ, ນະໂຍບາຍ, ເງິນໃຊ້ຈ່າຍໃຫ້ວິທະຍາສາດເຕັກໂນໂລຢີພັດທະນາ. ທ່ານ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ:
“ເປັນຫຍັງວິສາຫະກິດຫລາຍແຫ່ງບໍ່ສົນໃຈເຖິງການໜູນໃຊ້ວິທະຍາສາດ - ເຕັກໂນໂລຢີ, ນັ້ນແມ່ນ ນະໂຍບາຍ ຫລື ຄວາມຮັບຮູ້ຂອງວິສາຫະກິດ ຫຼື ວິສາຫະກິດພວມໃຊ້ທ່າໄດປຽບອື່ນໆ ຫາກບໍ່ນໍາໃຊ້ວິທະຍາສາດ - ເຕັກໂນໂລຢີ. ຕາມການສະຖິຕິໃນປະຈຸບັນ ເງິນເດືອນຂອງຜູ້ອອກແຮງງານທຽບໃສ່ກັບ GDP ສະເລ່ຍໃສ່ຫົວຄົນຂອງບັນດາປະເທດແມ່ນຢູ່ລະດັບຕ່ຳ 20 – 25%. ຕາມຂ້າພະເຈົ້າ ນີ້ແມ່ນສາຍເຫດພາໄປເຖິງເລື່ອງດັ່ງກ່າວ”