ເຮັດໃຫ້ການພົວພັນຫວຽດນາມ-ອາເມລິກາເລິກເຊິ່ງກວ່າ
ປະທານາທິບໍດີ ສະຫະລັດອາເມລິກາ Barack Obama
(ພາບ: TTXVN)
(vovworld)- ກ່ອນທີ່ຈະມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງປະທານາທິບໍດີ ສະຫະລັດອາເມລິກາ Barack Obama ໃນລະຫວ່າງ ວັນທີ 23-25/5 ໜັງສືພີມ “New York Times” ສະບັບອອກວັນທີ 16/5 ໄດ້ລົງພິມບົດຂຽນ ໃນຄໍລ້ຳ “ຈົດໝາຍທຳນຽບຂາວ” ດ້ວຍຫົວຂໍ້ວ່າ “ ທີ່ຫວຽດນາມ, ທ່ານ Obama ຈະສຸມໃສ່ເຂົ້າໃນອານາຄົດ, ແທນທີ່ອະດິດຕະການ” ບົດຂຽນຖືວ່າ: ສຳລັບປະທານາທິບໍດີ Obama ແລະ ການມາຢ້ຽມຢາມຫວຽດນາມ ຈະນຳມາ ເຊິ່ງກາລະໂອກາດ ເພື່ອຊ່ວຍປັບປຸງ ບໍ່ພຽງແຕ່ນະໂຍບາຍສ້າງຄວາມດຸ່ນດ່ຽງຄືນໃໝ່ ຊຶ່ງທ່ານ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ອາຊີເທົ່ານັ້ນ ຫາກທ່ານຍັງຈະ ເຮັດໃຫ້ການພົວພັນດ້ານຄວາມໝັ້ນຄົງ ແລະ ດ້ານເສດຖະກິດ ດ້ວຍໜຶ່ງໃນບັນດາປັດໃຈພາກພື້ນນັບມື້ນັບເລິກເຊິ່ງ ແລະ ສຳຄັນກວ່າ ນັ້ນແມ່ນຫວຽດນາມ. ຕາມໜັງສືພີມ New York Times ແລ້ວ ປະທານາທິບໍດີ Obama ອາດຈະຍົກສູງການຮ່ວມມື ລະຫວ່າງ ສອງປະເທດ ໃນການປະສານສົມທົບກັນ ແກ້ໄຂຜົນຮ້າຍຍ້ອນຫຼັງຈາກທາດພິດສີສົ້ມ/Dioxin. ກວ່າເຄິ່ງສັດຕະວັດຜ່ານມາ ຫວຽດນາມ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກ ທາດພິດສີສົ້ມ, ທາດເຄມີ ໂດຍອາເມລິກາ ນຳໃຊ້ໃນສົງຄາມ ຢູ່ ຫວຽດນາມ. ໃນຊຸມປີຜ່ານມາ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ. ແຕ່ລະປີ ຫວຽດນາມ ໄດ້ຫັກງົບປະມານຈຳນວນ 10 ພັນຕື້ດົ່ງ ເພື່ອເປັນເງິນອຸດໜູນແຕ່ລະເດືອນ ໃນການເບິ່ງແຍງດູແລສຸຂະພາບໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົມ, ໜູນຊ່ວຍເຂດທີ່ປະສົບກັບຄວາມຫຍຸງຍາກເປັນພິເສດ, ຖືກຜົນສະທ້ອນຢ່າງໜັກໜ່ວງ, ຍ້ອນທາດພິດເຄມີ. ໃນມໍ່ໆມານີ້ ລັດຖະບານອາເມລິກາ ກໍ່ໄດ້ໜູນຊ່ວຍຫວຽດນາມ ລ້າງທາດພິດເຄມີສິ່ງແວດລ້ອມ, ກວດມ້າງລູກລະເບີດບໍ່ທັນແຕກ.