ແກ້​ໄຂ​ບັນ​ຫາຍົກ​ເລີກ​ບົດ​ເຫຼືອງ IUU: ແຂວງ​ອານ​ຢາງ ສຳຫຼວດກວດ​ຄືນ​ບັນ​ດາ​ທ່າ​ກຳ​ປັ່ນ​ຫາ​ປາ

(VOVWORLD) - ຫ້ອງວ່າການຄະນະກຳມະການປະຊາຊົນແຂວງ ອານຢາງໄດ້ສົ່ງຂໍ້ຄວາມ SMS ກ່ຽວກັບການປ້ອງກັນ, ຕ້ານ IUU ຜ່ານເບີໂທລະສັບມືຖືຂອງປະຊາຊົນ, ເພີ່ມທະວີການໂຄສະນາ, ເຜີຍແຜ່ກົດໝາຍສິນໃນນ້ຳ.
ແກ້​ໄຂ​ບັນ​ຫາຍົກ​ເລີກ​ບົດ​ເຫຼືອງ IUU: ແຂວງ​ອານ​ຢາງ ສຳຫຼວດກວດ​ຄືນ​ບັນ​ດາ​ທ່າ​ກຳ​ປັ່ນ​ຫາ​ປາ - ảnh 1ພາບປະກອບ: TTXVN

ໂດຍປະຕິບັດ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ໂຮ່ວັນມຶ່ງ ຫົວໜ້າຄະນະຊີ້ນຳກ່ຽວກັບ IUU ແຂວງ ອານຢາງ ໄດ້ສະເໜີຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ບັນດາພະແນກ, ຂະແໜງການ ທີ່ກ່ຽວຂ້ອງຮີບເຮັ່ງຊີ້ນຳ, ຜັນຂະຫຍາຍໜ້າທີ່ປ້ອງກັນ, ຕ້ານການຂຸດຄົ້ນ ສິນທະເລແບບຜິດກົດໝາຍ, ບໍ່ລາຍການ ແລະ ປະຕິບັດຕາມຂໍ້ກຳນົດ (IUU) ຢ່າງຄົບຊຸດ, ແທດຈິງ ແລະ ມີປະສິດທິຜົນ. ຕາມນັ້ນແລ້ວ, ຫ້ອງວ່າການຄະນະກຳມະການປະຊາຊົນແຂວງ ອານຢາງໄດ້ສົ່ງຂໍ້ຄວາມ SMS ກ່ຽວກັບການປ້ອງກັນ, ຕ້ານ IUU ຜ່ານເບີໂທລະສັບມືຖືຂອງປະຊາຊົນ, ເພີ່ມທະວີການໂຄສະນາ, ເຜີຍແຜ່ກົດໝາຍສິນໃນນ້ຳ, ເອກະສານແນະນຳການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳ, ບັນດາຂໍ້ກຳນົດໃນການປ້ອງກັນ, ຕ້ານການຂຸດຄົ້ນ IUU.

ຕອບກັບ

ຂ່າວ/ບົດ​ອື່ນ