ໂຄສະນາປະເທດຊາດ ແລະ ຊາວຫວຽດນາມ ຢູ່ອັກຊັງຕິນ

ໂຄສະນາປະເທດຊາດ ແລະ ຊາວຫວຽດນາມ ຢູ່ອັກຊັງຕິນ - ảnh 1
( ພາບປະກອບ )

( vovworld ) – ທ່ານ​ເອກ​ອັກຄະ​ລັດຖະທູດ​​ຫວຽດນາມ ປະຈຳອັກ​ຊັງ​ຕິນ  Nguyen Van Dao ຫາ​ກໍ​ໄປ​ຢ້ຽມຢາມ​ນະຄອນ Rio Cuarto ​ເພື່ອ​ແນ​ໃສ່​ຊອກ​ຮູ້​ຄວາມ​ສາມາດ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ນະຄອນ​ນີ້. ທີ່​ການ​ສຳ​ມະ​ນາ​ໂຄສະນາ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ​​ Nguyen Van Dao ​ໄດ້​ແນະ​ນຳສະພາບ​ເສ​ດຖະກິດ, ວັດທະນະທຳ ​ແລະ ການ​ສຶກສາ ກໍ​ຄື​ນະ​ໂຍບາຍ​ພັດທະນາ​ຂອງ​ຫວຽດນາມ ພ້ອມ​ທັງ​ເນັ້ນ​ໜັກ​​ເຖິງການພັວພັນອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ວັນ​ທີ 11/5, ​ເມື່ອ​ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດ​​ Nguyen Van Dao , ທ່ານ Fabricio ຫົວໜ້າ​ຫ້ອງການ​ນະຄອນ Rio Cuarto ສະ​ແດງ​ຄວາມ​ຫວັງ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຫຼາຍ​ດ້ານ ​ລະຫວ່າງ​ນະຄອນ Rio Cuarto ກັບ​ທ້ອງ​ຖີ່​ນຕ່າງໆ​ຂອງ​ຫວຽດນາມ, ພິ​ເສດ ​ແມ່ນ​​ໃນ​ບັນດາຂົງ​ເຂດ​ເສດຖະກິດ, ວັດ​ທະ​ນະ​ທຳ ​ແລະ ການ​ສຶກສາ.

ຂ່າວ/ບົດ​ອື່ນ