(vovworld) - ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມຊຸດທີ 13 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 20/5 ຢູ່ນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມ, ມີການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດານັກປະຕິວັດຜູ້ອາວຸໂສ, ຜູ້ຕາງໜ້າບັນດາຄະນະທູຕານຸທູດ ແລະ ບັນດາອົງການສາກົນ. ກ່ອນທີ່ໄຂກອງປະຊຸມ, ບັນດາສະມາຊິກສາພະແຫ່ງຊາດ ໄດ້ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໃຫ້ຮູ້ວ່າ:
“ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ຕັດສິນບາງເນື້ອໃນສຳຄັນດັ່ງຕໍ່ໄປນີ້. ທີ່ໜຶ່ງແມ່ນ, ສືບຕໍ່ປະກອບຄຳເຫັນສ້າງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໃຫ້ສົມບຸນແບບບົນພື້ນຖານຮັບເອົາຄຳເຫັນປະກອບຂອງປະຊາຊົນ. ທີ່ 2 ແມ່ນ, ພິຈາລະນາຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ນີ້ແມ່ນຮ່າງກົດໝາຍທີ່ສະທ້ອນໂດຍກົງເຖິງຊີວິດດ້ານເສດຖະກິດ - ສັງຄົມ, ຄວາມມີສະຖຽນລະພາບ, ການພັດທະນາແບບຍືນຍົງຂອງປະເທດຊາດ ແລະ ຊີວິດຂອງປະຊາຊົນ. ທີ່ 3, ຈັດຕັ້ງການຮັບເອົາການລົງຄະແນນສຽງ, ບ່ອນບັດໄວ້ວາງໃຈສຳລັບບັນດາຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ.”
ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີບົດລາຍງານຂອງລັດຖະບານ ຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2012, ເລື່ອງຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດຊຸມເດືອນຕົ້ນປີ 2013.
ທີ່ວາລະໄຂກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຮິ່ງດາມ ໄດ້ສະເໜີບົດລາຍງານສະຫລຸບຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການເສດຖະກິດຂອງ ສະພາແຫ່ງຊາດທ່ານ ຫງວຽນວັນເຢົ່າ ສະເໜີບົດລາຍງານກວດກາບົດລາຍງານຂອງລັດຖະບານຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2012, ເລື່ອງຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດຊຸມເດືອນຕົ້ນປີ 2013.

ພາບປະກອບ
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ, ກຳມະການຄະນະຮຽບຮຽງປັບປຸງລັດຖະທຳມະນູນປີ 1992 ຟານຈູງຫຼີ ໄດ້ສະເໜີບົດລາຍງານອະພິປາຍ, ຮັບເອົາຄຳເຫັນຂອງປະຊາຊົນ ແລະ ປັບປຸງຮ່າງລັດຖະທຳມະນູນປີ 1992. ນີ້ເປັນຄັ້ງທຳອິດເລື່ອງອະພິປາຍ, ຮັບເອົາ ຄຳເຫັນຖືກຄະນະຮຽບຮຽງປັບປຸງລັດຖະທຳມະນູນປີ 1992 ປະກາດຕໍ່ປະຊາຊົນທົ່ວປະເທດ. ກ່ຽວກັບຊື່ຂອງປະເທດ, ທ່ານ ຟານຈູງຫຼີ ຊີ້ແຈ້ງເລື່ອງຮັກສາຊື່ປະເທດແມ່ນ ສສ ຫວຽດນາມ ແມ່ນເພື່ອແນໃສ່ສືບຕໍ່ຢັ້ງຢືນຈຸດໝາຍເສັ້ນທາງສ້າງສາ ແລະ ພັດທະນາປະເທດກ້າວຂຶ້ນສູ່ສັງຄົມນິຍົມ. ກ່ຽວກັບບົດບາດນຳພາຂອງພັກກອມມູນິດ ຫວຽດນາມ, ທ່ານ ຟານຈູງຫຼີ ຢຶນຢັນວ່າ:
“ກ່ອນອື່ນໝົດຕ້ອງຢືນຢັນວ່າ: ເລື່ອງຮັກສາມາດຕາ 4 ກຳນົດບົດບາດຂອງພັກແມ່ນຈຳເປັນ. ຂໍ້ກຳນົດນີ້ຢັ້ງຢືນລັກສະນະປະຫວັດສາດ, ລັກສະນະຕ້ອງເປັນໄປ ພາວະວິໄສກ່ຽວກັບການນຳພາຂອງພັກຕໍ່ວິວັດການປະຕິວັດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຮ່າງລັດຖະທຳມະນູນໄດ້ເພີ່ມເຕີມການກຳນົດກ່ຽວກັບທາດແທ້ຂອງພັກຕາມຈິດໃຈໃໝ່ຂອງ ໂຄງການການເມືອງພັກກອມມູນິດຫວຽດນາມ ແມ່ນພັກກຳອຳນາດ, ນຳພາປະເທດຊາດ ແລະ ສັງຄົມ. ພັກນຳພາຜ່ານໂຄງການການເມືອງ, ຍຸດທະສາດ ບັນດາການກຳນົດທິດ ແລະ ນະໂຍບາຍແຜນນະໂຍບາຍໃຫຍ່ຂອງຕົນ. ແບບວິທີ, ເນື້ອໃນການນຳພາໄດ້ສະແດງຢ່າງມີໄຫວພິບ, ຕອບສະໜອງຕາມໜ້າທີ່ໃນແຕ່ລະໄລຍະ, ແຕ່ລະສະໄໝ.”
ກໍ່ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຟັງໃບຍືນສະເໜີສະພາແຫ່ງຊາດໃຫ້ສັດຕະຍາບັນສະຫລຸບງົບປະມານແຫ່ງລັດປີ 2011, ບັດລາຍງານກວດກາການສະຫລຸບງົບປະມານແຫ່ງລັດປີ 2011, ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາກົດໝາຍອາກອນມູນຄ່າເພີ່ມ, ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ ແລະ ບົດລາຍງານກວດກາຂອງຮ່າງກົດໝາຍ 2 ສະບັບດັ່ງກ່າວ.