ໄຂກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

(VOVWORLD) - ກ່ຽວກັບວຽກງານສ້າງກົດໝາຍ, ທີ່ສະໄໝປະຊຸມຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາກົດໝາຍ 15 ສະບັບ, ມະຕິນິຕິກຳ 3 ສະບັບ, ພ້ອມກັນນັ້ນ, ສະພາແຫ່ງຊາດກໍ່ຈະພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 13 ສະບັບ.
ໄຂກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: quochoi.vn)

        ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນບ່າຍວັນທີ 21 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ, ກ່ຽວກັບວຽກງານສ້າງກົດໝາຍ, ທີ່ສະໄໝປະຊຸມຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາກົດໝາຍ 15 ສະບັບ, ມະຕິນິຕິກຳ 3 ສະບັບ, ພ້ອມກັນນັ້ນ, ສະພາແຫ່ງຊາດກໍ່ຈະພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 13 ສະບັບ.

        “ນີ້ແມ່ນສະໄໝປະຊຸມທີ່ມີຈຳນວນວຽກງານສ້າງກົດໝາຍຫຼາຍທີ່ສຸດ. ບັນດາຮ່າງກົດໝາຍ, ຮ່າງມະຕິເຊິ່ງສະພາແຫ່ງຊາດພິຈາລະນາໃນສະໄໝປະຊຸມນີ້ກ່ຽວຂ້ອງເຖິງຫຼາຍຂະແໜງ, ຂົງເຂດ ເຊິ່ງໃນຕົວຈິງພວມມີຄວາມຮຽກຮ້ອງຢ່າງຮີບດ່ວນ ແລະ ວິສາຫະກິດຫຼາຍແຫ່ງ ແລະ ຜູ້ມີສິດເລືອກຕັ້ງ, ປະຊາຊົນໃນທົ່ວປະເທດມີຄວາມສົນໃຈ. ຮັບປະກັນວ່າ, ເມື່ອສະພາແຫ່ງຊາດຮັບຮອງເອົາກົດໝາຍ, ມະຕິສະບັບຕ່າງໆແມ່ນຈະບັນລຸຄຸນນະພາບສູງ, ສ້າງເງື່ອນໄຂ ແລະ ໄຫວພິບໃຫ້ແກ່ລັດຖະບານໃນວິວັດການປະຕິບັດກົດໝາຍ”.

        ກ່ຽວກັບການຕິດຕາມກວດກາສູງສຸດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ, ສະພາແຫ່ງຊາດຈະຮັບຟັງບົດລາຍງານສະຫຼຸບຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ; ພິຈາລະນາບົດລາຍງານການຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ; ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ… ສະພາແຫ່ງຊາດພິຈາລະນາດຳເນີນການເລືອກຕັ້ງປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ເນື້ອໃນວຽກງານບຸກຄະລາກອນອື່ນໆອີກຈຳນວນໜຶ່ງ.

        ທີ່ວາລະໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ເນັ້ນໜັກວ່າ:

        “ເພື່ອຕອບສະໜອງຄວາມຮຽກຮ້ອງພັດທະນາຂອງ ຫວຽດນາມ ໃນທົດສະວັດໃໝ່, ຂ້າພະເຈົ້າສະເໜີໃຫ້ສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງຢ່າງແຮງ, ໃນນັ້ນ, ສຸມໃສ່ 3 ບັນຫາ. ທີ 1 ແມ່ນ, ປ່ຽນແປງໃໝ່ວຽກງານສ້າງກົດໝາຍ. ທີ 2 ແມ່ນ, ສະພາແຫ່ງຊາດປະຕິບັດພາລະບົດບາດຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດໃຫ້ເປັນຢ່າງດີກວ່າ. ທີ 3 ແມ່ນ, ປ່ຽນແປງໃໝ່ການຈັດຕັ້ງ, ການເຄື່ອນໄຫວຂອງສະພາແຫ່ງຊາດ, ຮັບປະກັນການເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ຍົກສູງຄຸນນະພາບ, ປະສິດທິຜົນການປະຕິບັດໜ້າທີ່, ສິດຂອງສະມາຊິກສະພາແຫ່ງຊາດ.”

        ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ຮັບຟັງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລາຍງານໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2024; ຮ່າງແຜນການພັດທະນາເສດຖະກິດ - ສັງຄົມປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ