ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ມອບ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ບ​ັນ​ດາ​ປະ​ເທດ

(VOVWORLD) - ເມື່ອມອບຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ໃຫ້ແກ່ບັນດາເອກອັກຄະລັດຖະທູດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນວ່າ ນີ້ແມ່ນຄວາມເປັນກຽດມທັງເປັນຄວາມຮັບຜິດຊອບຢ່າງໃຫຍ່ຫຼວງເຊິ່ງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໝາຍໃຫ້ບັນດາເອກອັກຄະລັດຖະທູດ. 
ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ມອບ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ບ​ັນ​ດາ​ປະ​ເທດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນຊີ້ນຳ (ພາບ: TTXVN)

ຕອນເຊົ້າວັນທີ 14 ຕຸລາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳປະເທດຕ່າງໆອາຍຸການ 2024 – 2027.

ເມື່ອມອບຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ໃຫ້ແກ່ບັນດາເອກອັກຄະລັດຖະທູດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນວ່າ ນີ້ແມ່ນຄວາມເປັນກຽດມທັງເປັນຄວາມຮັບຜິດຊອບຢ່າງໃຫຍ່ຫຼວງເຊິ່ງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໝາຍໃຫ້ບັນດາເອກອັກຄະລັດຖະທູດ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ປັດຈຸບັນຖານະບົດບາດຂອງ ຫວຽດນາມ ໄດ້ເພີ່ມທະວີບົນເວທີສາກົນ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຢູ່ບັນດາເວທີປາໄສຫຼາຍຝ່າຍ. ພິເສດ, ຫວຽດນາມເປີດກວ້າງການພົວພັນ, ຮ່ວມມືໃນທຸກຂົງເຂດບໍ່ພຽງແຕ່ຊ່ອງທາງການທູດ ເທົ່ານັ້ນຫາກຍັງດ້ານເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບອີກດວຍ… ດັ່ງນັ້ນ ໜ້າທີ່ການທູດແມ່ນມີຄວາມສຳຄັນຍິ່ງ, ໄດ້ຮັບການປະຕິບັດເປັນປະຈຳ ແລະ ຮອບດ້ານ; ໜ້າທີ່ຂອງບັນດາເອກອັກຄະລັດຖະທູດ ບໍ່ພຽງແຕ່ແມ່ນຂົວຕໍ່ເທົ່ານັ້ນຫາກຍັງແມ່ນຜູ້ປະຕິບັດຜັນຂະຫຍາຍແນວທາງຂອງພັກ, ລັດ ບົນແນວຮົບການທູດຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ