ອາ​ເມ​ລິ​ກາ ເປີດ​ບັ້ນ​ສືບ​ສວນ​ກ່ຽວ​ກັບ​ເຫດ​ຮົ່ວ​ໄຫຼ​ຂໍ້​ມູນ​ສືບ​ຂ່າວ​ລັບ​ກ່ຽວ​ກັບ​ເລື່ອງ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ ອີ​ຣານ

(VOVWORLD) - ວົງການເຈົ້າໜ້າທີ່ ອາເມລິກາ ພວມເປີດບັ້ນສືບສວນກ່ຽວກັບການຮົ່ວໄຫຼເອກະສານສືບຂ່າວລັບ ທີ່ກ່ຽວຂ້ອງເຖິງເລື່ອງ ອິດສະຣາແອັນ ກະກຽມບຸກໂຈມຕີໂຕ້ຕອບ ອີຣານ. 
ອາ​ເມ​ລິ​ກາ ເປີດ​ບັ້ນ​ສືບ​ສວນ​ກ່ຽວ​ກັບ​ເຫດ​ຮົ່ວ​ໄຫຼ​ຂໍ້​ມູນ​ສືບ​ຂ່າວ​ລັບ​ກ່ຽວ​ກັບ​ເລື່ອງ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ ອີ​ຣານ - ảnh 1ລູກສອນໄຟຍິງຈາກ ອີຣານ ຖືກລະບົບປ້ອງກັນອາກາດຂອງ ອິດສະຣາແອັນ ຕີສະກັດກັ້ນ ໃນວັນທີ  1/10/2024 (ພາບ: THX/TTXVN)

ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ CNN, ວັນທີ 20 ຕຸລາ, ທ່ານປະທານສະພາຕ່ຳ ອາເມລິກາ, Mike Johson ຢັ້ງຢືນວ່າ ວົງການເຈົ້າໜ້າທີ່ ອາເມລິກາ ພວມເປີດບັ້ນສືບສວນກ່ຽວກັບການຮົ່ວໄຫຼເອກະສານສືບຂ່າວລັບ ທີ່ກ່ຽວຂ້ອງເຖິງເລື່ອງ ອິດສະຣາແອັນ ກະກຽມບຸກໂຈມຕີໂຕ້ຕອບ ອີຣານ. ເຖິງຢ່າງໃດກໍຕາມ, ທ່ານ Mike Johnson ບໍ່ເຜີຍໃຫ້ຮູ້ລາຍລະອຽດກ່ຽວກັບການສືບສວນດັ່ງກ່າວ.

        ຕາມວົງການເຈົ້າໜ້າທີ່ ອາເມລິກາ ແລ້ວ, ເຫດຮົົ່ວໄຫຼດັ່ງກ່າວ ແມ່ນ “ມີຄວາມວິຕົກກັງວົນທີ່ສຸດ”. ບັນດາເອກະສານໄດ້ລະບຸວ່າ ແຕ່ວັນທີ 15 – 16 ຕຸລາ ໄດ່ເລີ່ມປະກົດມີຢູ່ Telegram ໃນວັນທີ 18 ຕຸລາ ຜ່ານມາ ໂດຍຜ່ານບັນຊີທີ່ມີຊື່ວ່າ Middle-East Spectator. ເອກະສານໄດ້ປະທັບກາປິດລັບພິເສດ ແລະ ມີບັນດາສັນຍານທີ່ຊີ້ໃຫ້ເຫັນວ່າ ພຽງແຕ່ ອາເມລິກາ ແລະ ບັນດາປະເທດພັນທະມິດ, ລວມມີ: ອົດສະຕາລີ, ການາດາ, ນິວຊີແລນ ແລະ ອັງກິດ ຈຶ່ງສາມາດເຂົ້າເບິ່ງໄດ້. ເນື້ອໃນຂອງເອກະສານໄດ້ພັນລະນາບັນດາຂັ້ນຕອນກະກຽມຂອງ ອິດສະຣາແອັນ ເບິ່ງຄືວ່າ ພວມໄດ້ຮັບການປະຕິບັດເພື່ອບຸກໂຈມຕີ ອີຣານ.


ຕອບກັບ

ຂ່າວ/ບົດ​ອື່ນ