ໄຂງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ່ 12ປີ2016ຮອບຄັດເລືອກ ເຂດພາກໃຕ້
![ໄຂງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ່ 12ປີ2016ຮອບຄັດເລືອກ ເຂດພາກໃຕ້ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_03_27/so khao.jpg)
ໄຂງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ່ 12ປີ 2016 ຮອບຄັດເລືອກ ເຂດພາກໃຕ້
|
(vovworld)- ຕອນຄ່ຳ ວັນທີ 22 ມີນາ, ຢູ່ນະຄອນລອງຊວຽນ , ແຂວງ ອານຢາງ, ໄດ້ຈັດພິທີໄຂງານປະກວດກະຈາຍສຽງທົ່ວປະເທດຮອບຄັດເລືອກ ຄັ້ງທີ 12 ປີ 2016, ເຂດພາກໃຕ້. ມີ 87 ລາຍການກະຈາຍສຽງ, ຂອງ 21 ແຂວງ ແລະ ນະຄອນປະກອບມີລາຍການສາລະຄະດີ, ລາຍການສຳພາດ, ລາຍການກະຈາຍສຽງສັງລວມ, ເລື່ອງລາວໂທລະໂຄ່ງ ແລະ ລາຍການຖ່າຍທອດສົດໄດ້ເຂົ້າຮ່ວມການແຂ່ງຂັນ. ທ່ານ ເຈີ່ນມິງຫຸ່ງ, ຮອງຜູ້ອຳນວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງຫວຽດນາມເນັ້ນໜັກວ່າ ງານປະກວດກະຈາຍສຽງຄັ້ງນີ້ ແມ່ນໂອກາດເພື່ອຍົກຍ້ອງບັນດານັກຂຽນບົດ, ຜະລິດລາຍການ, ລາຍການກະຈາຍສຽງດີເດັ່ນ ຊຶ່ງໄດ້ສ່ອງແສງຕົວຈິງການເຄື່ອນໄຫວຂອງປະເທດຢ່າງມີຊີວິດຊີວາດ້ວຍບັນດາແບບຢ່າງທີ່ກ້າວໜ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.