(VOVWORLD) - ງານວາງສະແດງ “ມໍລະດົກວັດທະນະທຳ ຫວຽດນາມ - ພະລັງຊີວິດຈາກມູນເຊື້ອດັ້ງເດີມຮອດທັນສະໄໝ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 23 ທັນວາ, ຢູ່ເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ - ຮ່າໂນ້ຍ.
ພິທີໄຂງານວາງສະແດງ (ພາບ: ງອກແອັງ) |
ເຫດການດັ່ງກ່າວ ໂດຍກົມມໍລະດົກວັດທະນະທຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຂຶ້ນ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳສະເຫຼີມສະຫຼອງວັນມໍລະດົກວັດທະນະທຳ ຫວຽດນາມ (ວັນທີ 23 ພະຈິກ) ແລະ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ງານວາງສະແດງໄດ້ແນະນຳຮູບພາບ ແລະ ວັດຖຸພັນເກືອບ 200 ຢ່າງ, ຕາມ 4 ຫົວຂໍ້, ລວມມີ: ບັນດາຄຸນຄ່າເປັນເອກະລັກຂອງມໍລະດົກວັດທະນະທຳ ຫວຽດນາມ; ລະບົບກົດໝາຍ ແລະ ນະໂຍບາຍປົກປັກຮັກສາມໍລະດົກວັດທະນະທຳ; ບັນດາມໍລະດົກວັດທະນະທຳຂອງ ຫວຽດນາມ ໂດຍອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ຮັບຮອງ; ມໍລະດົກວັດທະນະທຳເພື່ອການພັດທະນາແບບຍືນຍົງ. ປັດຈຸບັນນີ້, ມີປະຊູນີຍະສະຖານລະດັບຊາດເກືອບ 3.700 ແຫ່ງ, ເຂດປະຊູນີຍະສະຖານລະດັບຊາດພິເສດເກືອບ 150 ແຫ່ງ ແລະ 9 ມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ. ທ່ານ ຫງວຽນແທັງກວາງ, ຜູ້ອຳນວຍການສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ງານວາງສະແດງ “ມໍລະດົກວັດທະນະທຳ ຫວຽດນາມ ພະລັງຊີວິດຈາກມູນເຊື້ອດັ້ງເດີມຮອດທັນສະໄໝ” ແມ່ນການເຄື່ອນໄຫວທີ່ແທດຈິງ, ຮັບໃຊ້ມວນຊົນ ແລະ ແຂກຢ້ຽມຊົມຢູ່ພະລາດຊະວັງທັງລອງ. ຍິ່ງມີຄວາມໝາຍກວ່າ ເມື່ອໄດ້ຮັບການວາງສະແດງຢູ່ທີ່ເຂດຮ່ອງຮອຍ ເສົາທຸງ ຮ່າໂນ້ຍ, ເຊິ່ງເປັນໜຶ່ງໃນບັນດາສັນຍາລັກຂອງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ”.
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ (ພາບ: ງອກແອັງ) |
ງານວາງສະແດງ “ມໍລະດົກວັດທະນະທຳ ຫວຽດນາມ - ພະລັງຊີວິດຈາກມູນເຊື້ອດັ້ງເດີມຮອດທັນສະໄໝ” ດຳເນີນແຕ່ວັນທີ 28 ທັນວາ 2025 ຫາວັນທີ 15 ມັງກອນ 2026.