ໄຂໂຄງການ ການນຳຂັ້ນສູງ ໃຫ້ແກ່ພະລັກງງານລາວ
(VOVWORLD) - ໂຄງການໄດ້ຈັດຕັ້ງຄືເວທີປາໄສໂອ້ລົມສົນທະນາກ່ຽວກັບນະໂຍບາຍຂັ້ນສູງ ສະຫງວນໃຫ້ແກ່ບັນດານັກວາງກຳນົດນະໂຍບາຍ, ພະນັກງານຄຸ້ມຄອງ ແລະ ການນຳວິສາຫະກິດຂັ້ນສູງຂອງລາວ.
ພິທີໄຂໂຄງການ (ພາບ:TTXVN) |
ຕອນເຊົ້າວັນທີ 23 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະສານສົມທົບກັບໂຮງຮຽນນະໂຍບາຍສາທາລະນະ ແລະ ການຄຸ້ມຄອງ Fulbright ຂຶ້ນກັບມະຫາວິທະຍາໄລ ຫວຽດນາມ ຈັດພິທີໄຂໂຄງການການນຳຂັ້ນສູງ ໃຫ້ແກ່ພະນັກງານການນຳສູນກາງ ແລະ ທ້ອງຖິ່ນລາວ (LELP) 2026. ໂຄງການໂດຍກະຊວງການຕ່າງປະເທດ ພ້ອມກັບສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ ແລະ ມະຫາວິທະຍາໄລ Fulbright ຫວຽດນາມ ຈັດຂຶ້ນແຕ່ວັນທີ 23 ມີນາ ຫາວັນທີ 28 ມີນາຢູ່ ນະຄອນໂຮ່ຈີມິນ ແລະ ທ້ອງຖິ່ນອື່ນໆຂອງ ຫວຽດນາມ. ໂຄງການໄດ້ຈັດຕັ້ງຄືເວທີປາໄສໂອ້ລົມສົນທະນາກ່ຽວກັບນະໂຍບາຍຂັ້ນສູງ ສະຫງວນໃຫ້ແກ່ບັນດານັກວາງກຳນົດນະໂຍບາຍ, ພະນັກງານຄຸ້ມຄອງ ແລະ ການນຳວິສາຫະກິດຂັ້ນສູງຂອງລາວ.