ໄທ ກຽມ​ພ້ອມຈັດ​ງານ​ມະ​ຫະກຳ​ກິ​ລາ ຊີ​ເກມ 33 ດ້ວຍ​ຂ​ອບ​ຂະ​ໜາດ​ໃຫຍ່​ລະ​ດັບ​ສະ​ຖິ​ຕິ

(VOVWORLD) - ໃນວາລະເຮັດວຽກຂອງຕອນບ່າຍວັນທີ 13 ຕຸລາ, ຢູ່ກອງປະຊຸມເຈົ້າໜ້າທີ່ອາວຸໂສກິລາ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (SOMS – 16) ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ, ຄະນະຜູ້ແທນ ໄທ ໄດ້ປະກາດແຜນການລະອຽດການເປັນເຈົ້າພາບຈັດງານມະຫະກຳກິລາ ຊີເກມ 33 ແລະ ອາຊຽນ Para Games 2025.
ໄທ ກຽມ​ພ້ອມຈັດ​ງານ​ມະ​ຫະກຳ​ກິ​ລາ ຊີ​ເກມ 33 ດ້ວຍ​ຂ​ອບ​ຂະ​ໜາດ​ໃຫຍ່​ລະ​ດັບ​ສະ​ຖິ​ຕິ - ảnh 1 ໄທ ແນະນຳສັດສີລິມຸງຄຸນ “The San” (ພາບ: qdnd.vn)

ງານມະຫະກຳກິລາ ຊີເກມ 33 ຈະດຳເນີນແຕ່ວັນທີ 9 – 20 ທັນວາ, ຢູ່ ບາງກອກ, ສົງຂຣາ ແລະ ຊົນບູຣີ, ດ້ວຍການແຂ່ງຂັນກິລາ 50 ປະເພດ ແລະ 574 ເນື້ອໃນແຂ່ງຂັນ. ນີ້ແມ່ນຕົວເລກສູງສຸດໃນປະຫວັດສາດ ຊີເກມ. ຫຼັງຈາກນັ້ນ, ງານມະຫະກຳກິລາ ASEAN Para Games 2025 ຈະຈັດຂຶ້ນຢູ່ແຂວງ  ນະຄອນ ຣາດຊະສີມາ ແຕ່ວັນທີ 20 – 26 ມັງກອນ 2026. ໄທ ຈະຕ້ອນຮັບນັກກິລາປະມານ 15.000 ຄົນ ແລະ ເຈົ້າໜ້າທີ່ມາຈາກ 11 ປະເທດສະມາຊິກ ອາຊຽນ ເຂົ້າຮ່ວມເຫດການດັ່ງກ່າວ.

ໄທ ກໍໄດ້ເປີດຕົວເວີຊັນໃໝ່ຂອງສັດສີລິມຸງຄຸນ “The San”, ເຊິ່ງເປັນສັນຍາລັກທາງການຂອງທັງສອງເຫດການ. ທ່ານ ມົງຄົນ ວິມົນຣັດ ຫົວໜ້າຄະນະຜູ້ແທນ ໄທ ໃຫ້ຮູ້ວ່າ:

“ດ້ວຍຄຳຂວັນທີ່ວ່າ 'Inclusivity and Sustainability - ເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ”, ພວກຂ້າພະເຈົ້າ ບໍ່ພຽງແຕ່ຈັດເຫດການກິລາເທົ່ານັ້ນ ຫາກຍັງແຜ່ກະຈາຍສານກ່ຽວກັບການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ. ມີ 85% ກິດຈະກຳໄດ້ຮັບການກໍ່ສ້າງສຳເລັດແລ້ວ, ໂຮງແຮມ ເຊັນສັນຍາແລ້ວ 100% ແລະ ລະບົບຄົມມະນາຄົມສາທາລະນະຮັບໃຊ້ຄະນະນັກກິລາທັງໝົດ ໂດຍບໍ່ເກັບຄ່າໃນໄລຍະດຳເນີນງານມະຫກຳກິລາ”.

 

 

 

 


 

ຕອບກັບ

ຂ່າວ/ບົດ​ອື່ນ