ໄທ ຮັບຮອງເອົາກົດໝາຍວ່າດ້ວຍຍຸດທະສາດແຫ່ງຊາດ 20 ປີ

(VOVWORLD) - ວັນທີ 06 ກໍລະກົດ, ສະພານິຕິບັນຍັດແຫ່ງຊາດ (NLA), ສະພາແຫ່ງຊາດ ໄທ,
ໄທ ຮັບຮອງເອົາກົດໝາຍວ່າດ້ວຍຍຸດທະສາດແຫ່ງຊາດ 20 ປີ - ảnh 1ສະພາແຫ່ງຊາດ ໄທ (ພາບ: AFP/TTXVN)

ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຍຸດທະສາດແຫ່ງຊາດດ້ວຍການກຳນົດເວລາແມ່ນ 20 ປີ ບັງຄັບການປະຕິບັດສຳລັບບັນດາອົງການລັດຖະບານ ແລະ ອົງການພາກລັດທັງໝົດ. ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຈະຍື່ນສະເໜີກົດໝາຍສະບັບນີ້ ຕໍ່ພະບາດສົມເດັດພະເຈົ້າມະຫາຊີວິດ ວາຈີລະລົງກອນທີ 10  ເຊັນປະກາດໃຊ້. ຫລັງຈາກນັ້ນ, ຄະນະກຳມະການຍຸດທະສາດແຫ່ງຊາດຈະຮຽບຮຽງແຜນການສັງລວມໃຫ້ 6 ຂົງເຂດຍຸດທະສາດ ເຊິ່ງກົດໝາຍສະບັບນີ້ກວມລວມປັບປຸງ. 6 ຂົງເຂດນັ້ນແມ່ນ: ການປ້ອງກັນຄວາມສະຫງົບ, ເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງ, ຄວາມສະເໝີພາບທາງສັງຄົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາຂຽວ ແລະ ສ້າງຄວາມຍຸຕິທຳຄືນໃໝ່, ພັດທະນາເຂດສາທາລະນະ.

        ກົດໝາຍສະບັບນີ້ ຫາກໍ່ໄດ້ຮັບຮອງເອົາ, ບັນດາອົງການລັດຖະບານ ແລະ ອົງການພາກລັດທັງໝົດ ບັງຄັບຕ້ອງເຄົາລົບປະຕິບັດແຜນການສັງລວມນີ້, ໃນຂະນະທີ່ການຈັດແບ່ງງົບປະມານກໍ່ຕ້ອງໃຫ້ເໝາະສົມກັບແຜນການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ