(VOVWORLD) -ວັນທີ 18 ພະຈິກ, ສະຫະພາບ ເອີລົບ (EU) ແລະ ອາຊຽນ ໄດ້ຍົກອອກຂໍ້ລິເລີ່ມເພື່ອແນໃສ່ເພີ່ມທະວີຄວາມສຳຄັນຂອງສິ່ງແວດລ້ອມໃນຂອບເຂດການພົວພັນຄູ່ຮ່ວມມືກ່ຽວກັບການພັດທະນາແບບຍືນຍົງ.
ພາບປະກອບ: GettyImages |
ໂດຍໄດ້ຮັບເງິນໜູນຊ່ວຍ 30 ລ້ານເອີໂຣ ຈາກງົບປະມານຂອງ EU, ຂໍ້ລິເລີ່ມນີ້ ຄາດວ່າຈະເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ EU - ອາຊຽນ ໃນຂົງເຂດຄື: ການກະທຳເພື່ອດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ, ຊີວະນາໆພັນ, ຫັນປ່ຽນພະລັງງານສະອາດ, ຄວາມສາມາດໃນການຮັບມືກັບໄພພິບັດ, ສະກັດກັ້ນການຂຸດຄົ້ນໄມ້ຜິດກົດໝາຍ, ການຄ້າຂາຍສັດປ່າ ແລະ ອາກາດເປັນພິດ