Fatah, Hamas ຕ້ານຄືນແຜນການຂອງອິດສະຣາແອັນ ໂຮມເຂດດິນແດນ ປາແລັດສະຕິນ
(VOVWORLD) -2 ຝ່າຍໄດ້ຍົກອອກຄຳໝັ້ນສັນຍາດັ່ງກ່າວໃນການປະຊຸມຂ່າວຮ່ວມທີ່ຫາຍາກໃນວັນທີ 02 ກໍລະກົດ ຢູ່ Ramallah, ປະເທດ ປາແລັດສະຕິນ.
![Fatah, Hamas ຕ້ານຄືນແຜນການຂອງອິດສະຣາແອັນ ໂຮມເຂດດິນແດນ ປາແລັດສະຕິນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2020_07_03/12-fatahhamaschonglaikehoach_ucvd.jpg)
ຂະບວນການ Fatah ແລະ ຂະບວນການອິດສະລາມ Hamas ຫາກໍ່ໃຫ້ຄຳໝັ້ນສັນຍານຳກັນຕ້ານຄືນແຜນການຂອງອິດສະຣາແອັນ
(ພາບປະກອບ: AFP/TTXVN)
|
ຂະບວນການ Fatah ແລະ ຂະບວນການອິດສະລາມ Hamas ຫາກໍ່ໃຫ້ຄຳໝັ້ນສັນຍານຳກັນຕ້ານຄືນແຜນການຂອງອິດສະຣາແອັນ ກ່ຽວກັບການໂຮມເຂດດິນແດນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ທີ່ຖືກຢຶດຄອງ. 2 ຝ່າຍໄດ້ຍົກອອກຄຳໝັ້ນສັນຍາດັ່ງກ່າວໃນການປະຊຸມຂ່າວຮ່ວມທີ່ຫາຍາກໃນວັນທີ 02 ກໍລະກົດ ຢູ່ Ramallah, ປະເທດ ປາແລັດສະຕິນ.
ເລື່ອງອິດສະຣາແອັນ ຖະແຫຼງວ່າ ຈະໂຮມດິນແດນເກືອບ 30% ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ທີ່ຖືກອິດສະຣາແອັນ ຢຶດຄອງ, ລວມທັງບັນດາເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຂອງຊາວຢິວ ເຊິ່ງປາແລັດສະຕິນ ແລະ ປະຊາຄົນສາກົນພວມຄັດຄ້ານຢ່າງຮຸນແຮງ. ຫາງສຽງໄດ້ຖືວ່າ, ບໍ່ວ່າການກະທຳໂຮມເຂດດິນແດນພຽງລຳພັງຝ່າຍດຽວໃດຂອງອິດສະຣາແອັນ ກໍ່ລ້ວນແຕ່ຖືກຖືວ່າແມ່ນລະເມີດກົດໝາຍສາກົນ ແລະ ຖືກຊາວປາແລັດສະຕິນ, ບັນດາປະເທດໃນພາກພື້ນຄັດຄ້ານ, ພິເສດແມ່ນຈໍແດນ ແລະ ອີຢູ.