IAEAລະແວງສົງໃສສປປເກົາຫຼີໃຫ້ເຕົາປະຕິກອນນິວເຄຼຍເຄື່ອນໄຫວຄືນໃໝ່
ກຸ່ມນິວເຄຼຍ Yongbyon
(ພາບ: Kyodo/TTXVN)
(vovworld) – ວັນທີ 28/11, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ແຈ້ງໃຫ້ຮູ້ບັນດາຮູບຖ່າຍຈາກດາວທຽມກ່ຽວກັບເລື່ອງ ສປປ ເກົາຫຼີ ພວມມານະພະຍາຍາມໃຫ້ເຕົາປະຕິກອນແຫ່ງໜຶ່ງຢູ່ກຸ່ມນິວເຄຼຍ Yongbyon ເຄື່ອນໄຫວຄືນໃໝ່, ເພື່ອຊ່ວຍປະເທດນີ້ຊຸກຍູ້ໂຄງການຜະລິດອາວຸດນິວເຄຼຍ. ຜູ້ອຳນວຍການໃຫຍ່ IAEA Yuyika Amano ໃຫ້ຮູ້ວ່າ: ອົງການນີ້ຍັງຄົງສືບຕໍ່ຕິດຕາມກວດກາບັນດາການຜັນແປ ແລະ ການເຄື່ອນໄຫວຕ່າງໆຢູ່ອ້ອມ ຮາກຖານ Yongbyon, ຜ່ານຮູບພາບທີ່ຖ່າຍຈາກດາວທຽມ. ເຖິງຢ່າງໃດກໍ່ຕາມ, ຜູ້ອຳນວຍການໃຫຍ່ IAEA Yuyika Amano ໃຫ້ຮູ້ວ່າ: IAEA ບໍ່ສາມາດສຳພັດກັບເຂດນີ້, ດັ່ງນັ້ນ, ບໍ່ສາມາດຢັ້ງຢືນໄດ້ວ່າ ເຕົາປະຕິກອນດັ່ງກ່າວໄດ້ເລີ່ມເຄື່ອນໄຫວຫຼືບໍ່.