Top 10 ສູນ​ການ​ເງິນ​ສາ​ກົນ

(VOVWORLD) - ວັນທີ 21 ທັນວາ, ລັດຖະບານ ຫວຽດນາມ ໄດ້ປະກາດສ້າງຕັ້ງສູນການເງິນສາກົນ ຫວຽດນາມ. ພ້ອມທັງກໍ່ສ້າງສະພາບໍລິຫານສູນການເງິນສາກົນຢູ່ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງເປັນປະທານສະພາ. 
Top 10 ສູນ​ການ​ເງິນ​ສາ​ກົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະກາດສ້າງຕັ້ງສູນການເງິນສາກົນ ຢູ່ ຫວຽດນາມ (ພາບ: VOV)

ເນື່ອງໃນໂອກາດນີ້, ພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ຂໍແນະນຳບັນຊີລາຍຊື່ 10 ສູນການເງິນແຖວໜ້າໂລກ ໂດຍອົງການ Z/Yen (ອັງກິດ) ແລະ ສະຖາບັນພັດທະນາຈີນ (CDI) ຈັດອັນດັບ. ໃນນັ້ນມີ 4 ແຫ່ງຢູ່ອາເມລິກາ, 3 ແຫ່ງຢູ່ຈີນ, 1 ແຫ່ງຢູ່ອັງກິດ, 1 ແຫ່ງຢູ່ສິງກະໂປ ແລະ 1 ແຫ່ງຢູ່ ສ.ເກົາຫຼີ.

1.ນິວຢອກ.

ນິວຢອກ ອາເມລິກາ ແມ່ນສູນການເງິນໃຫຍ່ທີ່ສຸດໃນໂລກ, ເຊິ່ງແມ່ນສະຖານທີ່ມີຕະຫຼາດຫຼັກຊັບ ນິວຢອກ (NYSE) ແລະ ຕະຫຼາດຫຼັກຊັບຂອງບັນດາບໍລິສັດເຕັກໂນໂລຢີ Nasdaq. ນີ້ກໍ່ແມ່ນສະຖານທີ່ເຕົ້າໂຮມບັນດາທະນາຄານລົງທຶນແຖວໜ້າຄື Goldman Sachs, Morgan Stanley ພ້ອມກັບບັນດາກຸ່ມບໍລິສັດຄຸ້ມຄອງຊັບສິນຂອບຂະໜາດນັບພັນຕື້ USD.
2. ລອນດອນ

ລອນດອນ ອັງກິດ ແມ່ນສູນແລກປ່ຽນເງິນຕາຕ່າງປະເທດໃຫຍ່ທີ່ສຸດໃນໂລກ, ແກ້ໄຂກ່ວາ 40%ການແລກປ່ຽນເງິນຕາຕ່າງປະເທດໃນທົ່ວໂລກ. ນະຄອນນີ້ກໍ່ນຳໜ້າກ່ຽວກັບປະກັນໄພທົ່ວໂລກ (ພິເສດແມ່ນຕະຫຼາດ Lloyd’s) ພ້ອມກັບບັນດາທ່າແຮງກ່ຽວກັບການເງິນສີຂຽວ ແລະ ການຄຸ້ມຄອງຊັບສິນ.

Top 10 ສູນ​ການ​ເງິນ​ສາ​ກົນ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງຢ້ຽມຢາມ  ຕະຫຼາດຫຼັກຊັບ ນິວຢອກ (NYSE) (ພາບ: VOV)

3. ຮົ່ງກົງ

ຮົ່ງກົງ (ຈີນ) ແມ່ນຕະຫຼາດທຶນເປີດໃຫຍ່ທີ່ສຸດຢູ່ອາຊີ ແລະ ແມ່ນປະຕູເຂົ້າອອກສຳຄັນເຊື່ອມຕໍ່ກັບປະເທດຈີນ. ປີ 2022, ການບໍລິການການເງິນກວມເອົາປະມານ 23% GDPຂອງນະຄອນ ເຊິ່ງຮັບສະໝັກພະນັກງານ 270.000 ຄົນ (7%ຍອດຈຳນວນວຽກເຮັດງານທຳ).

4. ສິງກະໂປ

ສິງກະໂປແມ່ນສູນການເງິນເຂັ້ມແຂງທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ພົ້ນເດັ່ນດ້ວຍລັກສະນະໂປ່ງໃສ, ສະພາບການເມືອງມີສະຖຽນລະພາບ ແລະ ສະພາບແວດລ້ອມດ້ານນິຕິກຳທີ່ປອດໄພ, ສິງກະໂປນຳໜ້າໃນການປ່ຽນແປງໃໝ່ fintech, ທະນາຄານດີຈີຕອນ ແລະ ຄວາມປອດໄພທາງໄຊເບີ.

5. San Francisco

ກຳລັງແຮງຂອງ San Francisco (ອາເມລິກາ) ມາຈາກການເຊື່ອມຕໍ່ຢ່າງແໜ້ນແຟ້ນກັບ ຮ່ອມພູ Silicon, ລະບົບນິເວດເຕັກໂນໂລຢີໃຫຍ່ທີ່ສຸດໃນໂລກ. San Francisco ແມ່ນສູນຂອງບັນດາກອງທຶນລົງທຶນຜະຈົນໄພ ແລະ ແຫຼ່ງເງິນລົງທຶນໃຫ້ແກ່ບັນດາ startup ເຕັກໂນໂລຢີ.

6. Chicago

Chicago (ອາເມລິກາ) ແມ່ນເມືອງເອກຂອງ Derivative ໂລກ, ເຊິ່ງແມ່ນສະຖານທີ່ຕັ້ງສຳນັກງານຂອງ CME Group ແລະ Cboe. ນີ້ແມ່ນນະຄອນນຳໜ້າກ່ຽວກັບການ ຊື້ຂາຍ Derivative, ບັນດາເຄື່ອງມືປ້ອງກັນຕ້ານຄວາມສ່ຽງໃຫ້ແກ່ບັນດາຂະແໜງພະລັງງານ, ກະສິກຳ ແລະ ການເງິນ.

7. Los Angeles

Los Angeles (ອາເມລິກາ) ແມ່ນສູນໃຫຍ່ກ່ຽວກັບການຄຸ້ມຄອງຊັບສິນ, ກອງທຶນລົງທຶນ ແລະ ການເງິນ, ການບັນເທີງຢູ່ ອາເມລິກາ. ການບໍລິການການເງິນປະກອບສ່ວນກ່ວາ 60 ຕື້ USDຕໍ່ປີ ໃຫ້ແກ່ເສດຖະກິດໃນພາກພື້ນ. ຈຸດພົ້ນເດັ່ນຂອງ Los Angeles ແມ່ນການເຊື່ອມຕໍ່ລະຫວ່າງການເງິນ, ຮູບເງົາ ແລະ ອະສັງຫາລິມະຊັບ.

8. ຊຽງໄຮ

ຊຽງໄຮແມ່ນສູນການເງິນແຖວໜ້າຂອງຈີນ, ແມ່ນສະຖານທີ່ມີບັນດາສູນແລກປ່ຽນການເງິນໃຫຍ່, ຕະຫຼາດຫຼັກຊັບ STAR ແລະ ມີທະນາຄານລັດທຸລະກິດແຫ່ງລັດຫຼາຍແຫ່ງ. ຊຽງໄຮພວມພົ້ນເດັ່ນຂຶ້ນຄື ປຽບເໝືອນສູນຈຳໜ່າຍພັນທະບັດ ແລະ ໂຄງລ່າງການເງິນແບບຍືນຍົງ.

9. Shenzhen

Shenzhen ຈີນແມ່ນສູນການເງິນໄດ້ຊຸກຍູ້ຈາກບັນດາກຸ່ມບໍລິສັດເຕັກໂນໂລຢີຄື Tencent ແລະ Ping An… Shenzen ແມ່ນການປະສານສົມທົບລະຫວ່າງຮູບແບບນະວັດຕະກຳ ຂອງຮ່ອມພູ Silicon ແລະ ຕະຫຼາດເງິນທຶນ, ທະນາຄານ.

10. Seoul

Seoul ແມ່ນສູນການເງິນ ແລະ ເຕັກໂນໂລຢີຂອງສ.ເກົາຫຼີ, ແມ່ນສະຖານທີ່ເຕົ້າໂຮມບັນດາທະນາຄານໃຫຍ່, ບໍລິສັດປະກັນໄພ ແລະ ຕະຫຼາດຫຼັກຊັບ ສ.ເກົາຫຼີ. ນະຄອນນີ້ມີທ່າແຮງກ່ຽວກັບພັນທະບັດ, ເຕັກໂນໂລຢີຊຳລະ ແລະ ທະນາຄານດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ