ຫົວ​ໜ້າ SOM ອາ​ຊຽນ ຫວຽດ​ນາມ: ອາ​ຊຽນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ເຊື່ອມ​ຕໍ່ ແລະ​ ​ບືນ​ຕົວ​ຂຶ້ນ​ອອກ​ສູ່​ວົງ​ກວ້າງ

(VOVWORLD) - ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃນປັດຈຸບັນ ໄດ້ສະແດງຄວາມສະໜິດຕິດພັນຜ່ານຄວາມມານະພະຍາຍາມເປີດກວ້າງການຮ່ວມມືໃນບັນດາຂົງເຂດຄື: ເສດຖະກິດດີຈີຕອນ, ການຫັນເປັນສີຂຽວ, ສ້າງລະບົບສະໜອງໃຫ້ເຂັ້ມແຂງດ້ວຍຕົນເອງ, ກໍ່ຄືການເພີ່ມທະວີການເຊື່ອມຕໍ່ໃນພາກພື້ນກ່ຽວກັບພື້ນຖານໂຄງລ່າງ, ລະບອບລະບຽບການ ແລະ ມະນຸດ. ຕາມທິດນັ້ນ, ມີເອກະສານ, ຂໍ້ລິເລີ່ມຫຼາຍສະບັບໄດ້ຮັບການຊຸກຍູ້ໃນໂອກາດນີ້ຄື: ຖະແຫຼງການລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອັງກິດ ກ່ຽວກັບການເພີ່ມທະວີການເຊື່ອມຕໍ່, ກອງທຶນອະນາຄົດດີຈີຕອນ ອາຊຽນ - ອິນເດຍ, ຂໍ້ລິເລີ່ມສີຂຽວ ແລະ ການເຊື່ອມຕໍ່ແບບຍືນຍົງ ລະຫວ່າງ ອາຊຽນ - EU… ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນກອງປະຊຸມຕ່າງໆ, ອາຊຽນ ພວມນັບມື້ນັບຢັ້ງຢືນໄດ້ບົດບາດເປັນໃຈກາງຂອງຕົນ, ເປັນສະມາຄົມທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີການເຊື່ອມຕໍ່ ແລະ ບືນຕົວຂຶ້ນອອກສູ່ວົງກວ້າງ



ຫົວ​ໜ້າ SOM ອາ​ຊຽນ ຫວຽດ​ນາມ: ອາ​ຊຽນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ເຊື່ອມ​ຕໍ່ ແລະ​ ​ບືນ​ຕົວ​ຂຶ້ນ​ອອກ​ສູ່​ວົງ​ກວ້າງ - ảnh 1ທ່ານ ໂດຮຸ່ງວຽດ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ

ຢູ່ບັນດາກອງປະຊຸມ, ບັນດາຫຼັກການ ແລະ ມາດຖານໃນການປະພຶດຍາມໃດກໍ່ໄດ້ຮັບການຍົກສູງ ເຊິ່ງຢັ້ງຢືນບົດບາດ ແລະ ການປະກອບສ່ວນຂອງ ອາຊຽນ ຢູ່ພາກພື້ນ ແລະ ໃນທົ່ວໂລກ. ໄປຄຽງຄູ່ກັນນັ້ນ, ເວທີປາໄສອະນາຄົດ ອາຊຽນ 2024 ໂດຍ ຫວຽດນາມ ຈັດຂຶ້ນໃນເດືອນເມສາ 2024, ບັນດາປະເທດໄດ້ຕີລາຄາສູງ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາເພີ່ມທະວີການເຊື່ອມຕໍ່ລະຫວ່າງພາກພື້ນເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າກອງປະຊຸມສຸດຍອດ ອະນາຄົດ ສປຊ ໃນທ້າຍເດືອນກັນຍານີ້ ເຊິ່ງໄດ້ມີການຕັດພັນຄວາມສົນໃຈລວມຂອງພາກພື້ນ ກັບຄວາມສົນໃຈລວມຂອງທົ່ວໂລກອີກດ້ວຍ.

ໂດຍຕອບຄຳຖາມໃຫ້ທຸກບັນດາບັນຫາທີ່ພວມວາງອອກກ່ຽວກັບການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ນັ້ນກໍ່ແມ່ນຄວາມອາດສາມາດ ແລະ ກຳລັງແຮງຂອງ ອາຊຽນ ເພື່ອຜ່ານຜ່າທຸການຜັນແປຂອງຍຸກສະໄໝ. ທ່ານ ໂດຮຸ່ງວຽດ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງແມ່ນເພື່ອເປັນເຈົ້າການໃນການຮັບມືກັບບັນດາສິ່ງທ້າທາຍ, ເພື່ອຕ້ອນຮັບບັນດາໂອກາດ, ເພື່ອສະແດງຄຸນນະທາດຕໍ່ກັບທຸກຄວາມຫຍຸ້ງຍາກ. ດ້ວຍຄວາມໝາຍສຳຄັນນັ້ນ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ການເຊື່ອມຕໍ່ ຈະສະແດງອອກໃນທຸກຍຸດທະສາດການຮ່ວມມືເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045. ທ່ານ ໂດຮຸ່ງວຽດ ໃຫ້ຮູ້ວ່າ:

ການເພີ່ມທະວີຄວາມອາດສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງມີຄວາມໝາຍຍຸດທະສາດຕໍ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ທົ່ວພາກພື້ນ. ເພາະສະນັ້ນ, ເນື້ອໃນນີ້ ໂດຍບັນດາປະເທດກໍ່ໄດ້ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງເພື່ອເຮັດແນວໃດໃຫ້ ອາຊຽນ ມີຄວາມອາດສາມາດ ແລະ ຄຸນນະທາດເພື່ອຮັບມືກັບບັນດາການປ່ຽນແປງທີ່ໃຫຍ່ຫຼວງແບບກະທັນຫັນ, ບັນດາການຜັນແປທີ່ໃຫຍ່ຫຼວງພວມໄດ້ວາງອອກໃນສະພາບການພົວພັນສາກົນລວມໃນປັດຈຸບັນ.

ກ່ຽວກັບບັນດາການປະກອບສ່ວນຂອງຄະນະຜູ້ແທນ ຫວຽດນາມ ຢູ່ບັນດາກອງປະຊຸມ ໂດຍ ລາວ ຈັດຂຶ້ນໃນໄລຍະຜ່ານມາ, ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ໃຫ້ຮູ້ວ່າ ການນຳຂັ້ນສູງໄດ້ຢັ້ງຢືນເປັນຫຼາຍຄັ້ງວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ໜູນຊ່ວຍ ລາວ ດຳລົງຕຳແໜ່ງທີ່ສຳຄັນ ປະທານອາຊຽນ 2024. ບົນຈິດໃຈນັ້ນ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມບັນດາກອງປະຊຸມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ພ້ອມກັນປະກອບສ່ວນເຂົ້າວຽກງານລວມ. ໃນນັ້ນ ມີ 3 ເປົ້າໝາຍໃຫຍ່ເຊິ່ງ ຫວຽດນາມ ມຸ່ງໄປເຖິງ. ທີໜຶ່ງ, ປັບປຸງວິວັດການສ້າງປະຊາຄົມ ອາຊຽນ, ສ້າງສຳເລັດບັນດາແຜນການສັງລວມ 2025 ຖືກຕາມເວລາກຳນົດ ແລະ ມຸ່ງໄປເຖິງບັນດາຍຸດທະສາດຮ່ວມມືຮອດປີ 2045. ໃນໂອກາດນີ້, ຫວຽດນາມ ປະກາດຈະຈັດຕັ້ງກອງປະຊຸມປຶກສາຫາລືໃນພາກພື້ນກ່ຽວກັບກການກວດກາຄືນບັນດາແຜນການສັງລວມ 2025 ເພື່ອຖອດຖອນບົດຮຽນປະສົບການ, ຍົກສູງຄຸນນະພາບການປະຕິບັດໃນໄລຍະຈະມາເຖິງ. ທີສອງ, ພ້ອມກັບບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື ກວດກາ ແລະ ກຳນົດທິດການພົວພັນ. ຫວຽດນາມ ສຸມໃສ່ຂຸດຄົ້ນບັນດາທ່າໄດ້ປຽບໃນການຮ່ວມມືທີ່ຍັງໃຫຍ່ຫຼວງທີ່ສຸດ, ເອົາໃຈໃສ່ເປັນພິເສດເຖິງບັນດາຂົງເຂດທີ່ເໝາະສົມກັບຄວາມສົນໃຈລວມຂອງບັນດາປະເທດ ແລະ ທ່າອ່ຽງໃຫຍ່ໃນປັດຈຸບັນ. ທີສາມ, ກ່ຽວກັບການກຳນົດທິດກ້າວເດີນໃຫ້ແກ່ອາຊຽນ ໃນສະພາບການຂາດສະຖຽນລະພາບ, ຂາດຄວາມສະຫງົບ, ບໍ່ອຸ່ນອ່ຽນໃຈໃນປັດຈຸບັນ, ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດໃຫ້ຮູ້ວ່າຕື່ມອີກວ່າ:

ພວກຂ້າພະເຈົ້າໄດ້ພ້ອມກັບບັນດາປະເທດແລກປ່ຽນເພື່ອກຳນົດທິດໃຫ້ແກ່ການຮ່ວມມືຂອງອາຊຽນ ໃນເວລາຈະມາເຖິງໂດຍອີງຕາມ 4 ປັດໄຈພື້ນຖານລວມມີ: ວິໄສທັດຍຸດທະສາດ, ຄວາມສາມັກຄີທີ່ໝັ້ນຄົງ, ບົດບາດເປັນໃຈກາງ ແລະ ມີການກະທຳລະອຽດເພື່ອນຳເຊິ່ງໝາກຜົນຢ່າງແທດຈິງມາໃຫ້ປະຊາຊົນ.

ຜ່ານບັນດາກອງປະຊຸມ ຫວຽດນາມ ໄດ້ພ້ອມກັບບັນດາປະເທດຢັ້ງຢືນຫຼັກໝັ້ນຫຼັກການຂອງ ອາຊຽນ ໃນບັນດາບັນຫາສາກກົນ ແລະ ພາກພື້ນ, ເນັ້ນໜັກເຖິງຄວາມຈຳເປັນໃນການປະຕິບັດຖະແຫຼງການຮ່ວມກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ການເຈລະຈາ ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີຄຸນນະພາບ, ມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສັນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982), ສະເໜີບັນດາຄູ່ຮ່ວມມືສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ກໍ່ຄືຄວາມມານະພະຍາຍາມຂອງ ອາຊຽນ ໃນການສ້າງທະເລຕາເວັນອອກ ແມ່ນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. ບໍ່ພຽງແຕ່ເທົ່ານັ້ນ, ນີ້ຍັງແມ່ນຂັ້ນຕອນກະກຽມສຳຄັນມຸ່ງໄປເຖິງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມຕ່າງໆທີ່ຈະດຳເນີນໃນເດືອນຕຸລາ ປີ 2024 ຢູ່ວຽງຈັນ, ປະເທດລາວ.

ຕອບກັບ

ຂ່າວ/ບົດ​ອື່ນ