ອາຊຽນເພີ່ມທະວີຊຸກຍູ້ສິດທິມະນຸດ

ອາຊຽນເພີ່ມທະວີຊຸກຍູ້ສິດທິມະນຸດ - ảnh 1
ສຳນັກງານຄະນະເລຂາ ອາຊຽນ ຢູ່ ຢາກາຕາ


(vovworld)- ​​ໃນ​ວັນ​ທີ 22-24 ​ແລະ 26-27/4 ຢູ່ ສຳນັກງານ​ຄະນະ​ເລ​ຂາ ອາ​ຊຽນ ທີ່​ຢາ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 15 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ອາ​ຊຽນ ກ່ຽວ​ກັບ​ສິດ​ທິມະນຸດ (AICHR)ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານ U Kyaw Tint Swe, ​ຜູ້ຕາງຫນ້າ ມຽນມາ ປະຈຳ​ຄະນະ​ກຳມະການ​ດັ່ງກ່າວ ທັງ​​​ເປັນ​ປະທານ AICHR. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ບັນດາ​ໂຄງການ​ບຸລິມະສິດ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ, ​ລາຍການເຄື່ອນ​ໄຫວປີ 2015, ​ໃນ​ນັ້ນ ຈະດຳ​ເນີນ​ກອງ​ປ​ະຊຸມ​ທາ​ບທ່າມຄຳ​ເຫັນ​ພາກ​ພື້ນກ່ຽວ​ກັບ​ການ​ຕີ​ລາຄາ​ບັນດາ​ມາດຕາທາບທາມ

ຄຳເຫັນຂອງຄະນະກຳມະການດັ່ງກ່າວ ຊື່​ງຈະ​ຖືກ​ຈັດ​ຂຶ້ນ​ຢູ່ ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 27-28/6 ​ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ພາກ​ພື້ນ ກ່ຽວ​ກັບ​ບົດຮຽນ​ລາຍ​ງານ ​ແລະ ປະຕິບັດ​ທົດ​ລອງ​​ດີທີ່​ສຸດ ​ຢູ່ ຮ່າ​ໂນ້ຍ ​ໃນ​ວັນ​ທີ 3-4/7 ຈະ​ມາ​ເຖິງ. ກອງ​ປະຊຸມ​ກໍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​​ຮ່າງ​ສົນທິສັນຍາ ສະກັດ​ກັ້ນ ​ແລະ ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ແມ່ຍິງ, ຜ່ານ​ບົດ​ລາຍ​ງານ​ປະຈຳ​ປີ ​ 2014 ​ຂອງ​ຄະນະ​ກຳ​ມະ​ການ​ດັ່ງກ່າວ ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໃນ​ເດືອນ 8 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ