ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ email ຫລາຍສະບັບ, ແລະ ໂທລະສັບຈາກທ່ານຜູ້ຟັງຢູ່ລາວຫລາຍຄົນ ແລະ ຜູ້ຟັງຈຳນວນຫນຶ່ງທີ່ພວມດຳລົງຊີວິດເຮັດວຽກຢູ່ໄທ ແລະ ຢູ່ບາງປະເທດອື່ນ. ໃນຈົດໝາຍສົ່ງເຖິງລາຍການບັນດາຜູ້ຟັງລ້ວນແຕ່ສະແດງຄວາມຮູ້ສຶກເມື່ອໄດ້ຮັບຟັງແຕ່ລະລາຍການ ກໍ່ຄືປະກອບຄຳເຫັນ, ຕັ້ງຄຳຖາມກ່ຽວກັບບາງບັນຫາ ຊື່ງທ່ານຜູ້ຟັງມີຄວາມສົນໃຈ. ໃນລາຍການ ໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າ ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງຝາກມາຍັງລາຍການໃນອາທິດຜ່ານມາ.
ໃນຈົດໝາຍຝາກມາລາຍການ, ເພື່ອນປະເສີດ ຢູ່ ແຂວງ ຊຽງຂວາງ ໄດ້ເວົ້າວ່າ: ຍ້ອນມີຫນ້າເວັບ vovworld.vn ຂ້າພະເຈົ້າໄດ້ຕິດຕາມບັນດາຂ່າວຄາວ, ເຫດການພົ້ນເດັ່ນຢູ່ຫວຽດນາມກໍຄືຫລາຍປະເທດຢູ່ໃນໂລກຢ່າງສະດວກທີ່ສຸດ. ພິເສດ ບັນຫາສະຖານະການທີ່ຮ້ອນເຮັ່ງໃນໂລກ, VOV 5 ໄດ້ອອກຂ່າວຢ່າງທັນການ ພ້ອມທັງມີບົດວິເຄາະເຫດການອັນເລິກເຊິ່ງ.
ເພື່ອນ ແພງສະຫງວນ ຢູ່ ແຂວງ ສະຫວັນນະເຂດ ໄດ້ຝາກຈົດໝາຍມາລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າມັກຮັບຟັງລາຍການ “ຊາຍຄາອາຊຽນຂອງ VOV 5” ທີ່ສຸດ. ຜ່ານລາຍການນີ້ ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບຮີດຄອງປະເພນີພື້ນຖານວັດທະນະທຳ ແລະ ສາຍພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນ. ພິເສດໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວໄດ້ອອກອາກາດບົດເວົ້າເຖິງພະແນກຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ຂອງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ. ຜ່ານບົດຂຽນນີ້ ຂ້າພະເຈົ້າຈຶ່ງຮູ້ໄດ້ວ່າ ຢູ່ ຫວຽດນາມ ມີພະແນກບຳລຸງສ້າງປະລິຍາຕີມີຄວາມຮູ້ຮອບດ້ານກ່ຽວກັບບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພ້ອມທັງ ຄູສອນໃນພະແນກຍັງເຂົ້າຮ່ວມບັນດາລຍການແລກປ່ຽນກັບມະຫາວິທະຍາໄລຕ່າງໆໃນພາກພື້ນອີກດ້ວຍ. ຫວັງວ່າ ໃນໄລຍະຈະມາເຖິງ, ເມື່ອມີໂອກາດມາຢ້ຽມຢາມຫວຽດນາມ ແນ່ນອນວ່າ ຂ້າພະເຈົ້າຈະມາຢ້ຽມຢາມພະແນກຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້.
ເພື່ອນ ວັນນີ ຢູ່ ແຂວງອຸດົມໄຊ ຝາກຈົດໝາຍມາລາຍການເວົ້າວ່າ: ຫວ່າງແລ້ວນີ້ VOV5 ສະເຫນີຕົວລາຍການສີສັນ 54 ຊົນເຜົ່າ. ຂ້າພະເຈົ້າມັກຮັບຟັງລາຍການນີ້ຫລາຍ. ພິເສດໃນໄລຍະມໍ່ໆມານີ້, ລາຍການພາກພາສາລາວໄດ້ອອກອາກາດບົດເວົ້າເຖິງຊົນເຜົ່າກີງ, ຈຸດວັດທະນະທຳໃນການປູກເຂົ້ານາທາມ, ຮີດຄອງປະເພນີງານແຕ່ງດອງ, ສູ່ຂໍ… ສ້າງຄວາມປະທັບໃຈຕໍ່ຂ້າພະເຈົ້າທີ່ສຸດ. ຜ່ານລາຍການນີ້ ຂ້າພະເຈົ້າມີຄວາມເຂົ້າໃຈຫລາຍຢ່າງກ່ຽວກັບຮີດຄອງປະເພນີຂອງບັນດາເຜົ່າຢູ່ຫວຽດນາມກວ່າ, ພິເສດແມ່ນຊົນເຜົ່າກີງ ຊື່ງແມ່ນຊົນເຜົ່າກວມອັດຕາສ່ວນພົນລະເມືອງຫລາຍກວ່າໝູ່ຢູ່ຫວຽດນາມ. ນອກນັ້ນ ຂ້າພະເຈົ້າຍັງໄດ້ຮັບຊົມຮູບພາບທີ່ສ້າງຄວາມປະທັບໃຈຕ່າງໆຢູ່ຫນ້າເວັບ VOV 5 ອີກດ້ວຍ.
ທ່ານ ໄພວັນ ຢູ່ແຂວງຄຳມ້ວນ ຝາກຈົດໝາຍມາຍັງລາຍການເວົ້າວ່າ: ໃນໂອກາດສະເຫລີມສະຫລອງວັນປົດປ່ອຍພາກໃຕ້ຫວຽດນາມ ຄືວັນທີ 30/4, ລາຍການພາກພາສາລາວໄດ້ອອກອາກາດຫລາຍບົດເວົ້າເຖິງໄຊຊະນະ 30/4/1975. ພາຍຫລັງໄດ້ຮັບຟັງ ຂ້າພະເຈົ້າ ມີຄວາມເຄົາລົບນັບຖືນ້ຳໃຈສາມັກຄີຂອງປະຊາຊົນຫວຽດນາມ ພາຍໃຕ້ການຊີ້ນຳນຳພາທີ່ປີຊາສາມາດຂອງປະທານໂຮ່ຈິມີນ ແລະ ພັກກອມມູນິດ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກເພື່ອສ້າງເປັນໄຊຊະນະອັນຍິ່ງໃຫຍ່.
ພວກຂ້າພະເຈົ້າຂອບໃຈທ່ານຜູ້ຟັງທີ່ໄດ້ຮັບຟັງລາຍຂອງພາກພາສາລາວເປັນປະຈຳ ແລະ ປະກອບຄຳຄິດຄຳເຫັນໃຫ້ລາຍການ. ຫວັງວ່າໃນໄລຍະຈະມາເຖິງທ່ານຜູ້ຟັງຄົງຈະສືບຕໍ່ຝາກຈົດໝາຍມາຍັງລາຍການຫລາຍກວ່າ ໂດຍຈ່າຫນ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ເຮືອນເລກທີ 45 ຖະຫນົນ Ba Trieu Ha Noi, ໂທລະສັບ 0084-4-38256631. email: laovov@yahoo.com. ຂໍຂອບໃຈຫລ່ວງຫນ້າ.
ທ່ານສາມາດຮັບຟັງຫລືເຂົ້າອ່ານລາຍການຂອງພວກເຮົາຜ່ານຫນ້າເວັບ: vovworld.vn ຫລື vov5.vn
ສຸດທ້າຍ, ພວກຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານຜູ້ຟັງຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນວຽກງານຂອງຕົນ.