ເພື່ອນ ຣັດທະວົງ, ຢູ່ແຂວງ ສຽງຂວາງ, ໄດ້ສົ່ງອີແມວຫາລາຍການພາກພາສາລາວ ຢາກຮູ້ຂ່າວຄາວກ່ຽວກັບງານບຸນຊາຂອງສະມາຄົມແມ່ຍິງກະຊວງການຕ່າງປະເທດລາວ ແລະ ຄະນະທູຕານຸທູດ 2016, ເຊິ່ງຖືກດຳເນີນຢູ່ລາວ ໃນອາທິດຜ່ານມາ.
ເພື່ອນ ຣັດທະວົງ ທີ່ຮັກແພງ, ວັນທີ 11/11 ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ດຳເນີນງານບຸນຊາຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດລາວ ແລະ ຄະນະທູຕານຸທູດ 2016. ນີ້ແມ່ນງານບຸນຊາປະຈຳປີຂອງສະຫະພັນທີ່ສະຫງວນໃຫ່ແມ່ຍິງຄະນະທູຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມງານບຸນຊາ ມີຜູ້ແທນເຊິ່ງແມ່ນພັນລະຍາບັນດາພະນັກງານການທູດ, ພະນັກງານຍິງກະຊວງການຕ່າງປະເທດລາວ ແລະ ບັນດາປະເທດ, ພະນັກງານຍິງບັນດາກະຊວງ, ຂະແໜງການຂອງລາວ 400 ຄົນ. ຄະນະຈັດຕັ້ງໃຫ້ຮູ້ວ່າ, ງານບຸນຊາປະຈຳປີໃນຄັ້ງນີ້ ແມ່ນໂອກາດເພື່ອໃຫ້ບັນດາພະນັກງານການທູດຍິງຫວຽດນາມ ແລະ ຕ່າງປະເທດມີໂອກາດພົບປະແລກປ່ຽນທຳຄວາມຊິນເຄີຍ ແລະ ແລກປ່ຽນຂໍ້ມູນຂ່າວເຊິ່ງກັນ ແລະ ກັນ. ສະຖານທູດຫວຽດນາມ ປະຈຳລາວ ເຂົ້າຮ່ວມງານບຸນຊາປີນີ້ ດ້ວຍຮ້ານວາງສະແດງ 2 ຮ້ານ ທີ່ວາງສະແດງບັນດາເຄື່ອງສິລະປະຫັດຖະກຳ, ຂໍ້ມູນຂ່າວສານດ້ານການທ່ອງທ່ຽວ ແລະ ອາຫານການກິນ ດ້ວຍບັນດາອາຫານທີ່ເປັນມູນເຊື້ອຂອງຫວຽດນາມ ຄື: ແນມຈືນ, ເຂົ້າໜົມໝາກຖົ່ວຂຽວ, ເຂົ້າໜົມພື້ນເມືອງຊະນິດຕ່າງໆ… ບັນດາພະນັກງານການທູດຍິງຫວຽດນາມ ຖືວ່າ, ນີ້ແມ່ນໂອກາດເພື່ອປະຕິບັດ ແລະ ຍູ້ແຮງວຽກງານພົວພັນຕ່າງປະເທດດ້ານວັດທະນະທຳ, ໂຄສະນາວັດທະນະທຳຫວຽດນາມ. ພ້ອມທັງ, ສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມ ເຖິງເພື່ອນມິດສາກົນ ກໍຄືຮັດແໜ້ນການພົວພັນລະຫວ່າງສະຖານທູດຫວຽດນາມ, ສູນວັດທະນະທຳຫວຽດນາມ ປະຈຳລາວ ກັບປະເທດລາວ ແລະ ຄະນະທູຕານຸທູດ. ໃນຂອບເຂດງານບຸນຊາປະຈຳປີ 2016, ນອກຈາກບັນດາຮ້ານວາງສະແດງສິນຄ້າ, ວັດທະນະທຳການກິນຂອງບັນດາປະເທດແລ້ວ, ຍັງມີລາຍການສະແດງສິລະປະຂອງບັນດາພະນັກງານຍິງກະຊວງການຕ່າງປະເທດລາວ ແລະ ຂອງສະຖານທູດປະເທດຕ່າງໆໃນບໍລິເວັນນະຄອນຫຼວງວຽງຈັນ ອີກດ້ວຍ.
ເພື່ອນ ພູຄຳ ຢູ່ແຂວງ ວຽງຈັນ ໄດ້ໂທລະສັບມາລາຍການໂດຍໃຫ້ຮູ້ວ່າ: ອາທິດຜ່ານມາ, ໃນລາຍການຊົນນະບົດໃໝ່ ກະຈາຍສຽງພາກພາສາລາວ ໄດ້ແນະນຳບົດກ່ຽວກັບການພັດທະນາກາເຟແບບຍືນຍົງຢູ່ແຂວງດັກລັກ. ຍ້ອນຂ້າງຄາກັບວຽກງານ, ສະນັ້ນຂ້າພະເຈົ້າບໍ່ໄດ້ຮັບຟັງບົດຂຽນ, ຜ່ານລາຍການ, ຂ້າພະເຈົ້າຢາກຮັບຟັງຄືນບາງຂໍ້ມູນຕົ້ນຕໍ່ກ່ຽວກັບຮູບແບບປູກກາເຟແບບຍືນຍົງ, ກໍຄືປະສິດທິຜົນຂອງຮູບແບບປູກກາເຟແບບຍືນຍົງນີ້.
ເພື່ອນ ພູຄຳ ທີ່ຮັກແພງ, ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ແນະນຳບົດຂຽນ “ການພັດທະນາເຂດປູກກາເຟແບບຍືນຍົງຢູ່ແຂວງດັກລັກ”. ໃນນັ້ນ, ມາດຕະການແກ້ໄຂເຊິ່ງແຂວງ ດັກລັກ ຍົກອອກມາແມ່ນສ້າງຕັ້ງບັນດາສະໂມສອນຜະລິດກາເຟແບບຍືນຍົງ, ຈາກນັ້ນ, ບັນດາຄອບຄົວຊາວກະສິກອນປູກຕົ້ນກາເຟຈະເຂົ້າຮ່ວມ. ປະຈຸບັນ, ໃນທົ່ວເມືອງ Cu M’gar, ແຂວງດັກລັກ ໄດ້ສ້າງຕັ້ງສະຫະກອນ, ໜ່ວຍຮ່ວມງານ, ສະໂມສອນຜະລິດກາເຟແບບຍືນຍົງກ່ວາ 30 ແຫ່ງ. ເມື່ອເຂົ້າຮ່ວມບັນດາສະຫະກອນ, ສະໂມສອນຜະລິດກາເຟແບບຍືນຍົງ, ຜູ້ປູກກາເຟໄດ້ແບ່ງປັນ, ອັບເດດຂໍ້ມູນຂ່າວກ່ຽວກັບອາກາດຂອງລະດູການ, ສະພາບໂລກພະຍາດຕໍ່ຕົ້ນກາເຟ. ສິ່ງສຳຄັນກ່ວາຂຶ້ນແມ່ນຮູບແບບນີ້ໄດ້ຮັບການເຊື່ອມຕໍ່ລະຫວ່າງຊາວກະສິກອນ, ຜູ້ຄຸ້ມຄອງ, ນັກວິທະຍາສາດກັບ ວິສາຫະກິດໃນການສົມທົບກັນຜະລິດກາເຟຕາມທິດຍືນຍົງສຳເລັດຜົນ. ແບບຢ່າງດີເດັ່ນກ່ຽວກັບການປູກຕົ້ນກາເຟຢູ່ທີ່ນີ້ຄື ຄອບຄົວຂອງທ່ານ ໂງວັນບີ່ງ, ຢູ່ເທດສະບານ ກວາງຟູ໋, ເມືອງ Cu M’gar ມີເນື້ອທີ່ດິນ ປູກກາເຟເປັນສິນຄ້າ 1,8 ເຮັກຕາ. ກ່ອນນີ້, ຄອບຄົວຂອງທ່ານໄດ້ຜະລິດຕາມປະສົມການ ດັ່ງນັ້ນສະມັດຕະພາບບໍ່ສູງ, ພຽງແຕ່ເກັບກ່ຽວເມັດກາເຟໄດ້ 2,5 ໂຕນ/ເຮັກຕາເທົ່ານັ້ນ. ນັບແຕ່ເມື່ອເຂົ້າຮ່ວມສະໂມສອນພັດທະນາກາເຟແບບຍືນຍົງ, ໄດ້ຮັບການແນະນຳຂັ້ນຕອນເຮັດກະເສດສຸມ, ນັບແຕ່ການບົວລະບັດ, ຫົດນ້ຳ, ການຂ້າສັດຕູພືດ, ການໃສ່ຟຸ່ນໃຫ້ເໝາະສົມຈາກພະນັກງານເຕັກນິກ ດັ່ງນັ້ນສະມັດຕະພາບເມັດກາເຟຍາມໃດກໍ່ບັນລຸແຕ່ 4 – 5 ໂຕນ/ເຮັກຕາ. ພິເສດ, ໃນລະດູແລ້ງ, ຄອບຄົວຂອງທ່ານບໍ່ຕ້ອງຫົດນ້ຳແບບຟຸມເຟືອຍໃຫ້ຕົ້ນກາເຟຕື່ມອີກ ຫາກສາມາດຫລຸດປະລິມານນ້ຳຫົດຈາກ 600 – 700 ລິດ/ຕົ້ນ/ເທື່ອ ລົງ 350 – 400 ລິດ/ຕົ້ນ/ເທື່ອ ເທົ່ານັ້ນ ແຕ່ຕົ້ນກາເຟ ຍັງຮັບປະກັນຂະຫຍາຍຕົວໄດ້ດີຢູ່.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ.