(VOVWORLD) - ລັດຖະບານ 2 ປະເທດໄດ້ໃຫ້ຄຳໝັ້ນສັນຍາຍູ້ແຮງບັນດາໂຄງການສຳຄັນ, ຄື: ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ນະຄອນຫຼວງ ວຽງຈັນ ແລະ ເສັ້ນທາງລົດໄຟ ຫວູງອາງ - ນະຄອນຫຼວງ ວຽງຈັນ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 425 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ.
ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ
(ພາບ: TTXVN)
|
ເພື່ອນ ທິດາ ກິດຈະເລີນ, ເພື່ອນ ຈັນແສງ ພິມມະສອນ ແລະ ເພື່ອນ ຄຳມີ ໄດ້ໃຫ້ຄຳເຫັນໃນ Fanpage, ສື່ສັງຄົມ Facebook ຂອງລາຍການພາກພາສາລາວ. ໃນນັ້ນ, ເພື່ອນ ທິດາ ກິດຈະເລີນ ໄດ້ຂຽນວ່າ: “ດ້ວຍພື້ນຖານສາຍພົວພັນທີ່ເປັນມູນເຊື້ອ, ປີ 2025 ເປັນປີສ້າງຂີດໝາຍໃໝ່ໃນການຮ່ວມມືລົງທຶນ, ການຄ້າລະຫວ່າງ ຫວຽດນາມ ແລະ ລາວ, ມຸ່ງໄປເຖິງເປົ້າໝາຍບັນລຸການເຕີບໂຕແບບຍືນຍົງ ແລະ ການເຊື່ອມຕໍ່ຍຸດທະສາດ. ໃນບັນດາກອງປະຊຸມທີ່ຜ່ານມາຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ລັດຖະບານ 2 ປະເທດໄດ້ໃຫ້ຄຳໝັ້ນສັນຍາຍູ້ແຮງບັນດາໂຄງການສຳຄັນ, ຄື: ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ນະຄອນຫຼວງ ວຽງຈັນ ແລະ ເສັ້ນທາງລົດໄຟ ຫວູງອາງ - ນະຄອນຫຼວງ ວຽງຈັນ. ນີ້ແມ່ນບັນດາໂຄງການບໍ່ພຽງແຕ່ເຊື່ອມຕໍ່ທາງຄົມມະນາຄົມເທົ່ານັ້ນ, ຫາກຍັງປະຕິບັດຍຸດທະສາດ “ຫັນ ລາວ ຈາກປະເທດທີ່ບໍ່ຕິດກັບທະເລ ກາຍເປັນປະເທດເຊື່ອມຕໍ່”. ຂ້າພະເຈົ້າລໍຖ້າຄວາມບຸກທະລຸໃນການຮ່ວມມືລົງທຶນ ຫວຽດນາມ - ລາວ ໃນປີ 2025 ນີ້”.
ເພື່ອນ ສຸລິວົງ ຢູ່ແຂວງ ຫຼວງພະບາງ, ໄດ້ສົ່ງອີເມວມາຫາລາຍການ, ໃຫ້ຮູ້ວ່າ: “ປີ 2024, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມານະພະຍາຍາມຈົນສຸດຄວາມສາມາດ ເພື່ອຮັບໃຊ້ມະຫາຊົນໃຫ້ເປັນຢ່າງດີກວ່າ, ໃນນັ້ນ, ມີຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວຕ່າງປະເທດ; ຍົກສູງທີ່ຕັ້ງ ແລະ ເຄື່ອງໝາຍຂອງ VOV. ປີ 2024 ຜ່ານມາ, ໝູ່ພະນັກງານ, ບັນນາທິການ, ໂຄສົກ, ນັກເຕັກນິກ, ນັກສິລະປິນ ແລະ ພາລະກອນຂອງ VOV ໄດ້ມານະພະຍາຍາມປະຕິບັດສຳເລັດບົດບາດນຳສຽງເວົ້າຂອງ ຫວຽດນາມ ອອກສູ່ໂລກ. ລາຍການ ຫວຽດນາມ ສັງກາດບຸກບືນ ທີ່ອອກອາກາດໃນປີຜ່ານມາ ໄດ້ຊີ້ໃຫ້ເຫັນວ່າ, ພື້ນຖານເສດຖະກິດ, ວັດທະນະທຳຈະມີການປ່ຽນແປງຫຼາຍຢ່າງໃນທຸກດ້ານຂອງຊີວິດສັງຄົມ ຫວຽດນາມ”.
ໜອງ ຮວ່ານກຽມ ຍາມໃດກໍ່ແມ່ນສະຖານທີ່ໄປຫຼິ້ນຍາມບຸນເຕັດຢູ່ ຮ່າໂນ້ຍ ທີ່ຟົດຟື້ນມ່ວນຊື່ນທີ່ສຸດ
(ພາບ: chinhphu.vn)
|
ເພື່ອນ ສັນສີ, ນັກສຶກສາປີທີ 1, ໂຮງຮຽນຄົມມະນາຄົມຂົນສົ່ງ ຮ່າໂນ້ຍ, ໄດ້ໂທລະສັບມາຫາລາຍການແບ່ງປັນວ່, ຂ້າພະເຈົ້າອາດຈະຢູ່ ຫວຽດນາມ ຕ້ອນຮັບບຸນເຕັດຂອງພວກເພື່ອນ. ຂ້າພະເຈົ້າຢາກໄດ້ຮັບຟັງການແນະນຳກ່ຽວກັບສະຖານທີ່ສັກສິດ, ສະຖານທີ່ຍິງບັ້ງໄຟດອກບາງແຫ່ງໃນໂອກາດຕົ້ນປີໃໝ່ຢູ່ ຮ່າໂນ້ຍ.
ເພື່ອນ ຈັນສີ ທີ່ຮັກແພງ, ບຸນເຕັດຂອງຊາວ ຫວຽດນາມ ໄດ້ຮັບຄວາມສົນໃຈ ແລະ ຢາກຊອກຮູ້ຈາກແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນ. ເນື່ອງໃນໂອກາດນີ້, ລາຍການພາກພາສາ ລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ຈະແນະນຳສະຖານທີ່ພົ້ນເດັ່ນຈຳນວນໜຶ່ງ ເພື່ອໃຫ້ເພື່ອນໄປຮັບຊົມການຍິງບັ້ງໄຟດອກ, ໄປນະມັດສະການໃນໂອກາດບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ຢູ່ ຮ່າໂນ້ຍ, ຄື:
1 ໜອງ ຮວ່ານກຽມ: ເຖິງວ່າມີຫຼາຍຈຸດໄດ້ຈັດການຍິງບັ້ງໄຟດອກຮັບໃຊ້ປະຊາຊົນນະຄອນຫຼວງ, ແຕ່ຢູ່ໜອງ ຮວ່ານກຽມ ຍາມໃດກໍ່ແມ່ນສະຖານທີ່ໄປຫຼິ້ນຍາມບຸນເຕັດຢູ່ ຮ່າໂນ້ຍ ທີ່ຟົດຟື້ນມ່ວນຊື່ນທີ່ສຸດ. ແຕ່ລະປີ, ເມື່ອບຸນເຕັດວຽນມາ, ທຸກຄົນພັດເຈືອຈານ, ເຕົ້າໂຮມກັນພ້ອມກັນນັບຖອຍຫຼັງ ແລະ ລໍຖ້າຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ລໍຖ້າຊົມການຍິງບັ້ງໄຟດອກ, ມອບຄຳອວຍພອນມີໂຊກມີໄຊໃຫ້ແກ່ກັນ.
2 ວິຫານ ງອັກເຊີນ: ໂດຍຕັ້ງຢູ່ເຂດໜອງ ຮວ່ານກຽມ, ສະນັ້ນ, ວິຫານ ງອັກເຊີນ ທັງແມ່ນສະຖານທີ່ຮັບຊົມການຍິງບັ້ງໄຟດອກຕ້ອນຮັບປີໃໝ່ງາມທີ່ສຸດ, ທັງແມ່ນແຫ່ງສັກສິດເພື່ອຝາກຄຳມຸ່ງຫວັງໃນຍາມຕົ້ນລະດູບານໃໝ່. ວິຫານບໍ່ບູຊາພະພຸດທະເຈົ້າ, ຫາກບູຊາ ວັນເຊືອງເດກວັນ - ແມ່ນນັກປັນຍາຊົນມີຄວາມຮູ້, ຄວາມເກັ່ງກ້າຂອງຊາວ ຫວຽດນາມ, ສະນັ້ນ ໃນຍາມຕົ້ນປີໃໝ່ໄດ້ດຶງດູດແຂກມາຂໍພອນໃຫ້ເປັນປີໜຶ່ງທີ່ມີຜົນການຮຽນດີ ແລະ ມີພູມ ປັນຍາສະຫຼາດ.
3 ວັດ ເຈິ່ນກວັກ: ແນ່ນອນວ່າ, ມີແຂກທ່ອງທ່ຽວຫຼາຍຄົນເມື່ອມາ ຮ່າໂນ້ຍ ລ້ວນແຕ່ໄດ້ຮັບຟັງຊື່ຂອງວັດ ເຈິ່ນກວັກ - ເຊິ່ງແມ່ນວັດມີອາຍຸກວ່າ 1.500 ປີ ແລະ ໄດ້ຮັບຖືວ່າແມ່ນສະຖານທີ່ສັກສິດມີຊື່ສຽງທີ່ສຸດຂອງ ຮ່າໂນ້ຍ. ໂດຍຕັ້ງຢູ່ແຄມໜອງ ໂຮ່ໄຕ, ວັດແຫ່ງນີ້ບໍ່ພຽງແຕ່ດຶງດູດແຂກຈາກທົ່ວທຸກສາລະທິດມາຖະຫວາຍບູຊາ ແລະ ຂໍຄວາມສະຫງົບສຸກເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ລະຫຼີ້ນຍາມບຸນເຕັດຢູ່ ຮ່າໂນ້ຍ ທີ່ສະຫງົບງຽບ, ບໍລິສຸດຜຸດຜ່ອງເມື່ອລະດູບານໃໝ່ວຽນມາອີກດ້ວຍ.
ຫວັງວ່າ, ດ້ວຍການແນະນຳດັ່ງກ່າວ ຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງກ່ຽວກັບຮີດຄອງປະເພນີ, ກໍ່ຄືບັນດາການເຄື່ອນໄຫວໃນຍາມບຸນເຕັດຂອງຊາວ ຫວຽດນາມ.
Asia Park Danang ມີເນື້ອທີ່ກວ້າງເກືອບ 900.000 ຕາແມັດ
(ພາບ: vneconomy.vn)
|
ເພື່ອນ ພຸດທະສອນ, ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: ຂ້າພະເຈົ້າເຄີຍໄປທ່ອງທ່ຽວຢູ່ ດ່ານັ້ງ ເທື່ອໜຶ່ງແລ້ວ. ຫາດຊາຍທະເລຢູ່ແຫ່ງນີ້ແມ່ນສວຍງາມທີ່ສຸດ, ບັນດາການເຄື່ອນໄຫວລະຫຼີ້ນ, ບັນເທິງກໍ່ມີຫຼາຍຮູບຫຼາຍແບບ. ຂ້າພະເຈົ້າໄດ້ຍິນວ່າ, ຢູ່ນີ້ຍັງມີສວນສາທາລະນະ ອາຊີ ດ່ານັ້ງ ອີກ, ຂ້າພະເຈົ້າຍັງບໍ່ທັນມີໂອກາດໄປເທື່ອ. ຜ່ານລາຍການ, ຂ້າພະເຈົ້າຢາກໄດ້ຮັບຟັງການແນະນຳກ່ຽວກັບສວນສາທາລະນະດັ່ງກ່າວ.
ເພື່ອນ ພຸດທະສອນ ທີ່ຮັກແພງ, ເມື່ອມາຢ້ຽມຢາມ ດ່ານັ້ງ, ຖ້າໄດ້ແວ່ຢາມແມ່ນ້ຳ ຮ່ານ ທີ່ກວ້າງໃຫຍ່, ຢ່າລືມເຂົ້າຮ່ວມບັນດາການເຄື່ອນໄຫວລະຫຼີ້ນຢູ່ສວນສາທາລະນະອາຊີ ດ່ານັ້ງ (Asia Park Danang), ຢູ່ຖະໜົນ ຟານດັງລຶວ, ຕາແສງ ຮວ່າເກື່ອງບັກ, ເມືອງ ຫາຍເຈົາ, ນະຄອນ ດ່ານັ້ງ ເດີ. Asia Park Danang ມີເນື້ອທີ່ກວ້າງເກືອບ 900.000 ຕາແມັດ. ສວນສາທາລະນະອາຊີ ດ່ານັ້ງ ໄດ້ເປີດປະຕູແຕ່ 15 ໂມງ - 22 ໂມງ ທຸກວັນ. ຢູ່ແຫ່ງນີ້ມີການລະຫຼີ້ນທີ່ດຶງດູດໃຈຫຼາຍຢ່າງ ແລະ ມີສະຖານທີ່ຖ່າຍຮູບ, ຄື: ລູກຕຸ້ມຂັບເຄື່ອນຂະໜາດໃຫຍ່ (Big Pendulum Rides) 30 ແມັດ, ລົດໄຟເຫາະ, ຊິງຊ້າສະຫວັນ, ເຂດ ຍີ່ປຸ່ນ…
ຖ້າມີໂອກາດໄປຢ້ຽມຢາມຢູ່ ດ່ານັ້ງ ໃນຄັ້ງຕໍ່ໄປ, ເພື່ອນຈົ່ງຍາດເວລາໄປຢ້ຽມຢາມຢູ່ເຂດສວນສາທາລະນະນີ້ເດີ, ແນ່ນອນວ່າແຫ່ງນີ້ຈະສ້າງຄວາມປະທັບໃຈທີ່ບໍ່ອາດຫຼົງລືມໄດ້.