ອາທິດຜ່ານມາ, ລາຍການພາກພາສາລາວໄດ້ຮັບຈົດໝາຍ, ອີແມວ, ພິເສດແມ່ນໂທລະສັບຈາກທ່ານຜູ້ຟັງ ຫວຽດນາມ ຫຼາຍທ່ານຝາກມາລາຍການ. ເນື້ອໃນຈົດໝາຍ ແລະ ໂທລະສັບສ່ວນຫຼາຍແມ່ນຝາກຄຳອວຍພອນເນື່ອງໃນໂອກາດວັນຊາດລາວ (2/12). ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ, ອີແມວ, ໂທລະສັບທີ່ທ່ານຜູ້ຟັງຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
ເພື່ອນ ເຈີ່ນວຽດຮ່າ, ອະດີດນັກສຶກສາມະຫາວິທະຍາໄລ ສຸພານຸວົງ ໄດ້ຝາກຈົດໝາຍມາຍັງລາຍການ ດ້ວຍເນື້ອໃນວ່າ: ຂ້າພະເຈົ້າຮຽນຈົບກ່ອນນີ້ 3 ປີແລ້ວແຕ່ບໍ່ທັນມີໂອກາດກັບຄືນປະເທດລາວຈັກເທື່ອ, ຂ້າພະເຈົ້າຄິດຮອດປະເທດລາວ ທີ່ສວຍງາມ ແລະ ປະຊາຊົນລາວສະໜິດສະໜົມ, ຮັກແພງແຂກຄົນຫຼາຍ. ຂ້າພະເຈົ້າມີສ່ຽວຄົນລາວຫຼາຍຄົນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 39 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ, ຂ້າພະເຈົ້າຂໍອວຍພອນໃຫ້ສ່ຽວຄົນຕົນນັ້ນແມ່ນ: ໄຊສົມພອນ, ວິໄລ, ບົວທອງ… ພ້ອມກັບຄອບຄົວໄດ້ຕ້ອນຮັບວັນຊາດຢ່າງເບີກບານມ່ວນຊື່ນ.ອວຍພອນໃຫ້ປະເທດລ້ານຊ້າງນັບມື້ນັບພັດທະນາ, ສິວິໄລ, ວັດທະນາຖາວອນ. ປະຊາຊົນລາວທຸກຄົນມີຄວາມອິ່ມໜຳສຳລານ ແລະ ມີຄວາມຜາສຸກຕະຫຼອດການ.
ພາບປະກອບ
ໃນອາທິດ, ພວກຂ້າພະເຈົ້າກໍ່ໄດ້ຮັບ ອີແມວຈາກເພື່ອນ ວັນວິໄລ, ນັກສຶກສາສະຖາບັນການປົກຄອງແຫ່ງຊາດ, ໃນອີແມວໄດ້ຂຽນວ່າ: ຂ້າພະເຈົ້າແມ່ນນັກຮຽນປີສຸດທ້າຍຂອງສະຖາບັນການປົກຄອງແຫ່ງຊາດ ແລະ ພວມກະກຽມການເສັງ. ເຖິງວ່າຂ້າງຄາກັບການສອບເສັງກໍ່ຕາມແຕ່ພວກຂ້າພະເຈົ້າບໍ່ອາດລືມວັນນີ້ໄດ້, ໃນຊຸມວັນນີ້, ນັກສຶກສາລາວ ພວມຮ່ຳຮຽນຢູ່ແຫ່ງນີ້ເວົ້າສະເພາະ ແລະ ບັນດານັກສຶກສາ ລາວ ຢູ່ໂຮງຮຽນອື່ນໆເວົ້າລວມ ພວມເບີກບານມ່ວນຊື່ນພ້ອມກັນຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ (2/12). ເຖິງວ່າ, ຢູ່ຫ່າງໄກກັບບ້ານເກີດເມືອງນອນກໍ່ຕາມ, ແຕ່ບັນດານັກສຶກສາລາວ ພວກຂ້າພະເຈົ້າຍາມໃດກໍອວຍໜ້າເມືອຫາປະເທດຊາດ.
ທ່ານຜູ້ຟັງທີ່ເຄົາລົບ, ອາທິດຜ່ານມາ, ຢູ່ມະຫາວິທະຍາໄລຫຼາຍແຫ່ງຂອງຫວຽດນາມ ທີ່ມີນັກສຶກສາລາວເປັນຈຳນວນຫຼາຍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 39 ປີແຫ່ງວັນສະຖາປະນາ ສປປ ລາວ. ໃນນັ້ນມີພິທີສະເຫຼີມສະຫຼອງຢູ່ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ ໂດຍສະຖານທູດ ລາວ ປະຈຳ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ສົມທົບກັນຈັດຕັ້ງ. ນະທີ່ນີ້, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດ, ພົນໂທ ໂຕເລີມ ຢືນຢັນວ່າ: ການພົວພັນທີ່ເປັນມູນເຊື້ອນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວໄດ້ກາຍເປັນການພົວພັນບໍລິສຸດຜຸດຜ່ອງ, ທີ່ຫາຍາກ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງທັງ 2 ຊາດ. ພົນໂທ ໂຕເລີມ ເນັ້ນໜັກວ່າ: ຊຸມວັນມໍ່ໆມານີ້, ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງ 2 ພັກ ແລະ ປະຊາຊົນ 2 ປະເທດ, ການພົວພັນ ຫວຽດນາມ - ລາວ ສືບຕໍ່ມີບັນດາບາດກ້າວພັດທະນາ ແລະ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນເພີ່ມທະວີຄວາມສະໜິດຕິດພັນ, ເຊື່ອໝັ້ນເຊິ່ງກັນ ແລະ ກັນ, ເພີ່ມທະວີການຮ່ວມມືຮອບດ້ານໃນຫຼາຍຂົງເຂດລະຫວ່າງ 2 ປະເທດໃຫ້ນັບມື້ນັບກ້າວສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດແທດຈິງ ແລະ ໃຫຍ່ຫຼວງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ. ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ສົມພອນ ສີຈະເລີນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດພັດທະນາອັນດີງາມ, ພິເສດໃນຂົງເຂດເສດຖະກິດ. ຫວຽດນາມ ຍື່ນອັນດັບ 2 ໃນຈຳນວນນັກລົງທຶນຢູ່ ລາວ, ມີ 423 ໂຄງການດ້ວຍຍອດຈຳນວນເງິນ 5,3 ຕື້ USD. ຫວຽດນາມ ສືບຕໍ່ຊ່ວຍເຫຼືອ ລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ບັນດາຂົງເຂດອື່ນໆ, ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດລາວ ປະຈຸບັນ. ທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ ເນັ້ນໜັກວ່າ: ບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະຊາຊົນ ລາວ ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຕະຫຼອດໄລຍະຜ່ານມາລ້ວນແຕ່ມີການປະກອບສ່ວນ, ຊ່ວຍເຫຼືອ, ສະໜັບສະໜູນຈາກປະເທດຕ່າງໆ, ພິເສດແມ່ນຈາກພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ. ພັກ, ລັດຖະບານ ແລະ ປະຊາຊົນ ລາວ ຍາມໃດກໍ່ຈົດຈຳ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງທີ່ມີຕໍ່ການສະໜັບສະໜູນອັນໃຫຍ່ຫຼວງ, ລ້ຳຄ່າ, ທັນການ ແລະ ມີປະສິດທິຜົນຂອງ ຫວຽດນາມ.
ໃນອາທິດ, ພວກຂ້າພະເຈົ້າກໍ່ໄດ້ຮັບ ອີແມວຈາກທ່ານ ເພັດສະຫວັນ ສີຊານົນ, ແຂວງ ອັດຕະປື ໄດ້ຝາກ ອີແມວ ເພື່ອແຈ້ງໃຫ້ພວກເຮົາຮັບຊາບວ່າ: ຢູ່ແຂວງ ອັດຕະປື, ທາງ ພາກໃຕ້ ລາວ ຄື້ນ 7285 KHz ບໍ່ສາມາດຟັງໄດ້, ຄື້ນ 1242 KHz ຟັງແຈ້ງດີ.
ຂໍຂອບໃຈທ່ານ ເພັດສະຫວັນ ສີຊານົນ, ບັນດາແຫຼ່ງຂ່າວທີ່ທ່ານຝາກມາໃຫ້ລາຍການຈະແມ່ນພື້ນຖານເພື່ອໃຫ້ຄະນະການນຳ VOV ກວດກາຄື້ນຄືນໃໝ່.
ທ່ານ ວິໄລ, ແຂວງ ຊຽງຂວາງ, ໄດ້ໂທລະສັບມາຍັງລາຍການຖາມກ່ຽວກັບສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ.
ທ່ານ ວິໄລທີ່ເຄົາລົບ, ສັບປະດາ ວັດທະນະທຳ ລາວ ຢູ່ ຫວຽດນາມ ປີ 2014 ໂດຍກະຊວງວັດທະນະທຳ - ກິລາ - ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ກິລາ ສປປ ລາວ ຈັດຕັ້ງແຕ່ວັນທີ 2 – 7/12 ເນື່ອງໃນໂອກາດວັນຊາດ ລາວ. ຕາມນັ້ນແລ້ວ, ຄະນະສິລະປະກອນແຫ່ງຊາດ ລາວ ຈະມາຢ້ຽມຢາມ ແລະ ສະແດງສິລະປະຢູ່ໂຮງລະຄອນ ເບ໋ນແທ່ງ, ນະຄອນໂຮ່ຈີມິນ (2/12), ສວນສາທາລະນະ ຊ່າຊໍ, ແຂວງເຫົ້າຢາງ (ວັນທີ 4/12) ແລະ ຢູ່ຫໍປະຊຸມຄະນະພັກແຂວງ ຫວີ້ງລອງ (ວັນທີ 5/12). ຄະນະສະແດງສິລະປະແຫ່ງຊາດ ລາວ ຈະສະແດງບັນດາລາຍການສິລະປະຄື: ຟ້ອນ, ຮ້ອງລຳທຳເພງ…
ທ່ານຜູ້ຟັງສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ-ເຮືອນເລກທີ 45 ຖະໜົມບາຈ້ຽວ-ຮ່າໂນ້ຍ ຫຼືໂທລະສັບມາໂດຍກົງຕາມເບີໂທ: 00844.38256631, ອີແມວ: Laovov@.yahoo.com. ພວກເຮົາຍິນດີຕ້ອນຮັບ ແລະ ພ້ອມແລ້ວຈະຕອບຄຳຖາມຂອງທ່ານທຸກປະການ. ຂໍຂອບໃຈທ່ານທີ່ໄດ້ຕິດຕາມຮັບຟັງ ແລະ ຊົມລາຍການຂອງພວກເຮົາ.