(VOVWORLD) - ໃນອາທິດຜ່ານມາ VOV5 ໄດ້ຮັບຈົດໝາຍຈຳນວນ 445 ສະບັບ, ສະເພາະລາຍການພາສາລາວ ຮັບຈົດໝາຍ 21 ສະບັບຈາກທ່ານຜູ້ຟັງລາວ.
ກ່ອນຈະເປີດອ່ານຈົດໝາຍສະບັບຕ່າງໆທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ, ພວກຂ້າພະເຈົ້າຈະອັບເດດຂໍ້ມູນກ່ຽວຂ້ອງເຖິງການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ.
ຄະນະຈັດຕັ້ງມີຄວາມປະຕິຊົມຊື່ນເມື່ອໄດ້ຮັບບົດເຂົ້າຮ່ວມການເສັງຈາກເພື່ອນ ພອນຄຳ ຢູ່ນະຄອນຫຼວງວຽງຈັນ. ກ່ອນໜ້ານັ້ນ, ກໍມີຜູ້ຟັງຜູ້ອ່ານຈາກຫຼາຍປະເທດຄື ອິນໂດເນເຊຍ, ຈີນ, ເຢຍລະມັນ, ອິນເດຍ, ແອັດສະບາຍ, ເບລາຣຸດ… ໄດ້ສົ່ງບົດເຂົ້າຮ່ວມການເສັງ ເຖິງຄະນະຈັດຕັ້ງ. ໃນບົດເສັງຂອງຕົນ, ເພື່ອນ Nikolai Prigodich ຈາກ ເບລາຣຸດ ແບ່ງປັນວ່າ: “ຂ້າພະເຈົ້າເຂົ້າຮ່ວມການເສັງ ຍ້ອນວ່າ ມີຄວາມຮັກມັກຕໍ່ ຫວຽດນາມ ທີ່ສຸດ ຢາກຢັ້ງຢືນວ່າ: ຫວຽດນາມ ແມ່ນ “ແດນສະຫວັນ” ສຳລັບແຂກທ່ອງທ່ຽວ. ການເສັງ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ ໄດ້ຜູກພັນເຊື່ອມຕໍ່ທຸກຄົນຈາກທົ່ວທຸກສາລະທິດໃນໂລກນຳກັນ”.
ການເສັງດັ່ງກ່າວຍັງສືບຕໍ່ໄດ້ດຳເນີນຮອດວັນທີ 30 ມິຖຸນາ 2025. ຈົ່ງຕອບບັນດາຄຳຖາມດັ່ງກ່າວ ແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ເພື່ອໄດ້ຮັບບັນດາລາງວັນທີ່ຈັບໃຈຄື ລາຍການທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ຫຼື ຫຼາຍໆລາງວັນອື່ນໆອີກ. ສຳລັບຜູ້ຟັງທ່ານໃດທີ່ຍັງບໍ່ຮູ້ກ່ຽວກັບການເສັງດັ່ງກ່າວ, ກໍ່ສາມາດເຂົ້າເບິ່ງເວບໄຊ vovworld.vn ພາກພາສາລາວ, ຄໍລຳ ໂອ້ລົມກັບເພື່ອນລາວ ເພື່ອຊອກຮູ້ກ່ຽວກັບຄຳຖາມ ແລະ ກະຕິກາການເສັງ. ໃນໄລຍະເວລາເຂົ້າຮ່ວມການເສັງ, ຖ້າມີຂໍ້ຂ້ອງໃຈໃດ ກະລຸນາຕິດຕໍ່ຫາພວກຂ້າພະເຈົ້າ. ພວກຂ້າພະເຈົ້າຍິນດີໃຫ້ການ ແນະນຳເພື່ອໃຫ້ທ່ານສາມາດຍາດໄດ້ບັນດາລາງວັນສູງສຸດ. ຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການເສັງຄັ້ງນີ້.
ຕໍ່ໄປນີ້, ພວກຂ້າພະເຈົ້າຈະສະຫງວນເວລາທັງໝົດທີ່ຍັງເຫຼືອເພື່ອແບ່ງປັນເນື້ອໃນຈົດໝາຍສະບັບຕ່າງໆກັບທ່ານຜູ້ຟັງ ເຊິ່ງພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ.
ເມື່ອຂ່າວ “ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ຝລັ່ງ ຢ້ຽມຊົມ ວັນໝຽວ - ກວັກຕືຢາມ” ໄດ້ເອົາລົງໃນເວບໄຊ vovworld.vn ພາກພາສາລາວນັ້ນ, ເພື່ອນ ຄຳສຸກ ໄດ້ສົ່ງຂໍ້ຄວາມເຖິງລາຍການໂດຍແບ່ງປັນວ່າ ຢາກຮັບຟັງການແນະນຳກ່ຽວກັບສະຖານທີ່ແຫ່ງນີ້. ສະນັ້ນ, ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນຳໂດຍສັງເຂບກ່ຽວກັບ ວັນໝຽວ - ກວັກຕືຢາມ, ປູສະນີຍະສະຖານປະຫວັດສາດ - ວັດທະນະທຳ ດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກ ແລະ ມີຊື່ສຽງຢູ່ ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ທ່ານປະທານາທິບໍດີ ຝລັ່ງ ພ້ອມດ້ວຍພັນລະຍາ ຢ້ຽມຊົມ ວັນໝຽວ - ກວັກຕືຢາມ” (ພາບ: VOV) |
ວັນໝຽວ - ກວັກຕືຢາມ ແມ່ນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ, ໂດຍໄດ້ຮັບການສ້າງຕັ້ງຂຶ້ນ ແຕ່ປີ 1070 ສະໄໝລາດຊະວົງ ຫຼີແທັງຕົງ. ໃນເບື້ອງຕົ້ນ, ກິດຈະກຳນີ້ໄດ້ຮັບການສ້າງຕັ້ງຂຶ້ນເພື່ອບູຊາ ຂົງຈື້ - ນັກແນວຄິດຜູ້ຍິ່ງໃຫຍ່ຂອງ ທິດສະດີ ຍໍ ແລະ ຫຼັງຈາກນັ້ນ ໄດ້ກາຍເປັນບ່ອນສຶກສາບຳລຸງສ້າງຜູ້ມີຄວາມເກັ່ງກ້າສາມາດໃຫ້ແກ່ປະເທດຊາດ. ຢູ່ເຂດປູຊະນີຍະສະຖານແຫ່ງນີ້ ຍັງເກັບຮັກສາຫຼາຍວັດຖຸພັນທີ່ມີຄຸນຄ່າທາງດ້ານວັດທະນະທຳ, ປະຫວັດສາດ ແລະ ວິທະຍາສາດ, ເຊັ່ນ ຊຸດເຄື່ອງບູຊາ, ຮູບບັ້ນບູຊາ, ວັດຖຸພັນເກົ່າແກ່, ພິເສດແມ່ນ ແຜ່ນສິລາສະຫຼັກຊື່ 82 ປະລິນຍາເອກ ທີ່ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນ “ມໍລະດົກເອກະສານລະດັບໂລກ”. ວັນໝຽວ - ກວັກຕືຢາມ ບໍ່ພຽງແຕ່ເປັນສັນຍາລັກຂອງນ້ຳໃຈມັກຮັກການຮ່ຳຮຽນເທົ່ານັ້ນ, ຫາກຍັງສະແດງມູນເຊື້ອເຄົາລົບນັບຖືຄູບາອາຈານຂອງຊາວ ຫວຽດນາມ ອີກດ້ວຍ. ນີ້ແມ່ນເຂດປູຊະນີຍະສະຖານ ທິດສະດີຍໍ ທີ່ພົ້ນເດັ່ນ, ມີຄຸນຄ່າສູງກ່ຽວກັບທາງດ້ານສະຖາປັດຕະຍາກຳ - ສິລະປະຢູ່ ຫວຽດນາມ. ສະຖານທີ່ແຫ່ງນີ້ ໄດ້ກາຍເປັນຈຸດນັດພົບທາງດ້ານວັດທະນະທຳ ດ້ວຍເຫດການໃຫຍ່ນ້ອຍທີ່ເປັນເອກະລັກຈຳນວນຫຼາຍ ເຊິ່ງດຳເນີນເປັນປະຈຳທຸກໆວັນທ້າຍອາທິດ. ແຕ່ລະປີ, ມີນັກຮຽນ - ນັກສຶກສາ ແລະ ແຂກທ່ອງທ່ຽວຈຳນວນຫຼາຍມາຂໍພອນຂໍໂຊກໃນການຮ່ຳຮຽນ ແລະ ຊອກຮູ້ກ່ຽວກັບປະຫວັດສາດການສຶກສາຂອງ ຫວຽດນາມ.
ກ່ອນຈະສິ້ນສຸດລາຍການ, ພວກຂ້າພະເຈົ້າຂໍແນະນຳກ່ຽວກັບນະໂຍບາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຂອງ ຫວຽດນາມ ໃນປັດຈຸບັນ. ນີ້ແມ່ນຄຳຖາມຂອງເພື່ອນ ວິໄລສຸກ ຢູ່ນະຄອນຫຼວງ ວຽງຈັນ.
ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ຮັບການຮັບຮອງວ່າ ເປັນໜຶ່ງໃນບັນດາປະເທດທີ່ມີອັດຕາຫຼຸດຜ່ອນຄວາມອຶດຫິວທຸກຍາກໄວທີ່ສຸດໃນໂລກ. ເພື່ອບັນລຸໄດ້ໝາກຜົນນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍທີ່ແຕກຕ່າງກັນ. ປັດຈຸບັນ, ຫວຽດນາມ ພວມສືບຕໍ່ປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021 – 2025. ສຳລັບໂຄງການນີ້ ມີການປ່ຽນໃໝ່ກ່ຽວກັບຈິນຕະນາການ ແລະ ແບບວິທີໜູນຊ່ວຍ ເພື່ອຫຼຸດຜ່ອນຄວາມອຶດຫິວທຸກຍາກແບບຍືນຍົງ. ນັ້ນແມ່ນ ບໍ່ພຽງແຕ່ໜູນຊ່ວຍກ່ຽວກັບການຍົກສູງລາຍຮັບເທົ່ານັ້ນ ຫາກຍັງປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນ, ກວມລວມ, ຍືນຍົງ, ຈຳກັດສະພາບການກັບມາທຸກຍາກຄືນ; ໜູນຊ່ວຍຄົນທຸກຍາກ, ຄອບຄົວທຸກຍາກໃຫ້ຂຶ້ນຢູ່ໃນລະດັບຄ່າຄອງຊີບຕ່ຳສຸດ, ເຂົ້າເຖິງບັນດາການບໍລິການສັງຄົມໂດຍພື້ນຖານ ຕາມມາດຕະຖານທຸກຍາກຫຼາຍສົ້ນແຫ່ງຊາດ, ຍົກສູງຄຸນນະພາບຊີວິດການເປັນຢູ່. ລັດຖະບານ ຫວຽດນາມ ໄດ້ຜັນຂະຫຍາຍ 7 ໂຄງການຍ່ອຍໃນຂອບເຂດທົ່ວປະເທດ ດ້ວຍແຫຼ່ງງົບປະມານຕ່ຳສຸດ ແມ່ນ 75.000 ຕື້ດົ່ງ, ເຊິ່ງລວມມີ: ໜູນຊ່ວຍລົງທຶນພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມໃຫ້ບັນດາເມືອງທຸກຍາກ, ຕາແສງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດແຄມທະເລ ແລະ ໝູ່ເກາະ; ຫັນວິທີຫາເງິນລ້ຽງຊີບເປັນຫຼາຍຮູບຫຼາຍແບບ; ໜູນຊ່ວຍການພັດທະນາການຜະລິດ, ປັບປຸງໂພສະນາການ; ພັດທະນາການສຶກສາວິຊາຊີບ, ວຽກເຮັດງານທຳແບບຍືນຍົງ; ໜູນຊ່ວຍເຮືອນຢູ່; ໂຄສະນາເຜີຍແຜ່ ແລະ ຫຼຸດຜ່ອນຄວາມທຸກຍາກທາງດ້ານຂໍ້ມູນຂ່າວສານ; ຍົກສູງຄວາມສາມາດ ແລະ ການຕິດຕາມ, ຕີລາຄາໂຄງການ.
ເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ ຖາມມາວ່າ: ຈຳນວນຜູ້ຖືສາສະໜາຄຼິດ ຢູ່ ຫວຽດນາມ ມີຈຳນວນເທົ່າໃດ?
ຕາມສະມາຄົມສາສະໜາຄິຼດແລ້ວ ຢູ່ ຫວຽດນາມ ມີ 27 ເຂດຊາວຄຼິດ ດ້ວຍຄຼິດທະສາສະນິກກະຊົນ ກວ່າ 7,2 ລ້ານຄົນ, ກວມເອົາ 7,21% ພົນລະເມືອງທັງໝົດຂອງ ຫວຽດນາມ. ປັດຈຸບັນ, 27 ເຂດຊາວຄຼິດ ດັ່ງກ່າວ ປະກົດຢູ່ທົ່ວທຸກເຂດພາກໃນທົ່ວປະເທດ ຫວຽດນາມ ດ້ວຍບັນດາຈຸດພິເສດທີ່ແຕກຕ່າງກັນ, ເຊັ່ນ: ເຂດຊົນນະບົດ ກັບເຂດຕົວເມືອງ, ເຂດມີຄຼິດທະສາສະນິກກະຊົນທັງໝົດເປັນຊາວເຜົ່າກິ່ງ ຫຼື ມີທັງຊາວເຜົ່າກິ່ງ ແລະ ຊາວເຜົ່າສ່ວນໜ້ອຍ. ແຕ່ເຖິງຢ່າງໃດກໍຕາມ, ກໍຄືກັນກັບສາສະນິກກະຊົນຂອງສາສະໜາອື່ນໆຢູ່ ຫວຽດນາມ, ພໍ່ແມ່ຊາວຄຼິດ ຍາມໃດກໍສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນສ້າງສະມາຄົມສາສະໜາຄຼິດຢ່າງປອດໃສເຂັ້ມແຂງ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!