ບົດປະພັນດົນຕີຂອງນັກດົນຕີ ຮວ່າງເວິນ - ມໍລະດົກຂອງໂລກ

(VOVWORLD) -ວັນທີ 10 ເສາ ປີ 2025 ສະພາບໍລິຫານງານ Unesco ໄດ້ເຊີດຊູບັນດາບົດປະພັນດົນຕີຂອງນັກດົນຕີ ຮວ່າງເວິນ ຂອງ ຫວຽດນາມ ເປັນມໍລະດົກເອກະສານໂລກ. ນີ້ເປັນຄັ້ງທຳອິດທີ່ຊຸດສະສົມ ກ່ຽວກັບບົດປະພັນດົນຕີຂອງ ຫວຽດນາມ ໄດ້ຮັບການຮັບຮອງແມ່ນມໍລະດົກເອກະສານໂລກ
ບົດປະພັນດົນຕີຂອງນັກດົນຕີ ຮວ່າງເວິນ - ມໍລະດົກຂອງໂລກ - ảnh 1ນັກດົນຕີ ຮວ່າງເວິນ

    ຊຸດສະສົມບົດປະພັນດົນຕີຂອງນັກດົນຕີ ຮວ່າງເວິນ ເຊິ່ງແມ່ນໜຶ່ງໃນບັນດາຫົວໜ້າວົງດົນຕີ ແລະ ເປັນຜູ້ຮັບຜິດຊອບດ້ານສິລະປະຄົນທຳອິດຂອງວົງດົນຕີວິທະຍຸກະຈາຍສຽງ ຫວຽດນາມ ເຊິ່ງລວມມີບົດປະພັນດົນຕີຫຼາຍກວ່າ700 ບົດ ຖືກປະພັນນັບແຕ່ປີ 1951 ຫາ 2010 ເຊິ່ງໄດ້ສ່ອງແສງເຖິງການຫັນປ່ຽນຂອງປະເທດຊາດ ແລະ ຊີວິດທາງດ້ານຈິດໃຈຂອງຊາວ ຫວຽດນາມ ຜ່ານຫຼາຍໄລຍະ. ດ້ວຍການປະສານສົມທົບຢ່າງກົມກຽວ ລະຫວ່າງດົນຕີຄຣາດຊິກເອີລົບ ແລະ ດົນຕີບັນດາເຜົ່າ, ບັນດາບົດປະພັນດົນຕີຂອງນັກດົນຕີ ຮວວ່າງເວິນ ແມ່ນເອກະສານອັນລ້ຳຄ່າຮັບໃຊ້ການຄົ້ນຄວ້າວັດທະນະທຳ ສັງຄົມ ແລະ ປະຫວັດສາດດົນຕີ ຫວຽດນາມ                                   

      ບົດດົນຕີ ແທັ່ງດົ່ງໂຕ໋ກວັກ ແມ່ນບົດດົນຕີປະສານສຽງທຳອັນຂອງພື້ນຖານດົນຕີ ຫວຽດນາມໂດຍນັກດົນຕີ ຮວ່າງເວິນ ປະພັນ. ນອກຈາກນັ້ນທ່ານຍັງມີບົດດົນຕີປະສານສຽງນັບສິບບົດ ແລະ ບັນດາບົດດົນຕີເປັນພື້ນຖານໃຫ້ແກ່ດົນຕີປະສານສຽງ ຫວຽດນາມ ນຳດົນຕີ ຫວຽດນາມເຂົ້າຖິງດົນຕີສາກົນ. ນັກດົນຕີ ຮວ່າງເວິນ ຍັງມີຊື່ສຽງດ້ວຍບັນດາບົດເພງປະຕິວັດ, ບົດເພງກ່ຽວກັບໄລຍະກໍ່ສ້າສັງຄົມນິຍົມ. ບົດເພງກ່ຽວກັບຄວາມຮັກບ້ານເກີດເມືອງນອນປເທດຊາດ. ຕີລາຄາກ່ຽວກັບດົນຕີຂອງນັກດົນຕີ ຮວ່າງເວິນ, ຫົວໜ້າວົງດົນຕີ ເລຟີໆ ແລະ ນັກດົນຕີ ຫວຽນຕ໊ຽນແມັ້ງ ຮອງປະທານສະມາຄົນດົນຕີ ຮ່າໂນ້ຍ ໃຫ້ຮູ້ວ່າ:

     “ບັນດາບົດດົນຕີຂອງທ່ານຖືກແຕ່ງຢ່າງເປັນແບບເປັນແຜນ ແລະ ເປັນມືອາຊີບ. ລັກສະນະວິຊາການສຶກສາໃຫ້ແກ່ດົນຕີ ຄຣາດຊິກ    ຖືກທ່ານນຳໃຊ້ໃນບັນດາບົດເພງຂອງຕົນ ແລະ ສົມທົບຢ່າງຄ່ອງແຄ້ວ ກັບບັນດາທຳນອງດົນຕີບັນດາເຜົ່າ, ເພງພື້ນເມືອງທີ່ສາມາດຊຶມເລິກເຂົ້າໃນຈິດໃຈຂອງມະນຸດຫຼາຍກວ່າ”.

     “ບົດປະພັນດົນຕີຫຼາຍກວ່າ 700 ບົດຂອງທ່ານ ແມ່ນບັນດາບົດປະພັນດົນຕີມີພະລັງຊີວິດກາຍເປັນບັນດາບົດເພງຮ່ວມເດີນທາງພ້ອມກັບການເວລາ ແລະ ເຊື່ອມຕໍ່ກັບຫົວໃຈຂອງມວນຊົນຜູ້ນິຍົມດົນຕີທັງຢູ່ພາຍໃນ ແລະ ຕ່າງປະເທດ.ບົດປະພັນດົນຕີຂອງ ຮວ່າງເວິນ ຍາມໃດກໍ່ມີປັດໄຈຍຸກສະໄໝ ສ່ອງແສງເຖິງລົມຫາຍໃຈຊີວິດຂອງສັງຄົມຜ່ານການຫັນປ່ຽນພັດທະນາຂອງປະເທດຊາດ”.

       ເພື່ອມີເອກະສານສະເໜີຮັບຮອງເປັນມໍລະດົກເອກະສານຂອງໂລກ, ພາຍຫຼັງນັກດົນຕີ ຮວ່າງເວິນ ເຖິງແກ່ມໍລະນະກຳເມື່ອປີ 2018, ບັນດາລູກຫຼານ ຂອງທ່ານໄດ້ຮວບຮວມພື້ນຟູ ຫັນບົດປະພັນດົນຕີຂອງທ່ານເປັນລະບົບ. ປອ ເລອີ໊ລິງ ລູກສາວຂອງນັກດົນຕີ ຮວ່າງເວິນ ເປີດເຜີຍວ່າ:

      “ພວກຂ້າພະເຈົ້າໄດ້ເກັບກຳເອກະສານເປັນເວລາ 20 ປີ. ຂ້າພະເຈົ້າຂອບໃຈໝູ່ເພື່ອນຫຼາຍທີ່ໄດ້ໃຫ້ການຊ່ວຍເຫຼືອ. ຕໍ່ຈາກນັ້ນແມ່ນໃນໄລຍະ 10 ປີ ເພື່ອໃຫ້ພວກຂ້າພະເຈົ້າສັບຊ້ອນເປັນລະບົບ ແລະ ຊອກຮູ້ບັນດາບົດປະພັນດົນຕີທີ່ໄດ້ຮັບການປະພັນຄືແນວໃດ ແລະ ກາລະເທສະ ແລະ ກາລະເວລາປະພັນໃນຄາວນັ້ນຄືແນວໃດ”.

      ຊຸດສະສົມບົດດົນຕີຂອງ ຮວ່າງເວິນ ໄດ້ຮັບການເຊີດຊູບໍ່ພຽງແຕ່ແມ່ນຄວາມມ່ວນຊື່ນຂອງຄອບຄົວນັກດົນຕີເທົ່ານັ້ນ ຫາກຍັງແມ່ນແຫຼ່ງລະດົມກຳລັງໃຈຊຸກຍູ້ບັນດານັກດົນຕີປະພັນເພງທີ່ມີຄຸນນພາບ ພ້ອມກັນນັ້ນກໍ່ເອົາໃຈໃສ່ເຖິງການເກັບຮັກສາສາງເອກະສານອັນລ້ຳຄ່າອີກດ້ວຍ. ນັກດົນຕີ ຫງວຽນຕ໊ຽນແມັ້ງ ໃຫ້ຮູ້ວ່າ:

    “ນີ້ແມ່ນໜຶ່ງໃນບັນດາບາດກ້າວນຳໜ້າຂອງບັນດານັກສິລະປິນ ນັກດົນຕີ ແລະ ພິເສດແມ່ນບັນດາຄອບຄົວຜູ້ສືບທອດໃນຄອບຄົວຂອງບັນດານັກສິລະປິນ ນັກດົນຕີມີສະຕິຄວາມຮັບຮູ້ໃນການເກັບຮັກສາບັນດາເອກະສານດົນຕີອັນລ້ຳຄ່າທີ່ສຸດ. ສິ່ງນີ້ບໍ່ພຽງແຕ່ສ້າງຄວາມອຸດົມສົມບູນໃຫ້ແກ່ສາງດົນຕີຂອງປະເທດຊາດເທົ່ານັ້ນ ຫາກຍັງຖືກເຜີຍແຜ່ໃນທົ່ວໂລກອີກດ້ວຍ”.

      ບັນຈຸບັນໂລກອາດຈະເຂົ້າເຖິງດົນຕີຂອງ ຮວ່າງເວິນ ດ້ວຍລະຫັດ hoangvan.ORG ດ້ວຍບັນດາພາສາ ຫວຽດ ຝຣັ່ງ ອັງກິດ ແອັດສະປາຍ ແລະ ລັດເຊຍ. ກ່ອນໜ້ານັ້ນ ຊາວ ຫວຽດນາມແຕ່ລະຄົນຍາມໃດກໍ່ຄຳນຶງຖືກນັກດົນຕີທີ່ມີຄວາມເກັ່ງກ້າສາມາດໃນບົດປະພັນດົນຕີຫຼາຍບົດທີ່ມີຊື່ສຽງຂອງທ່ານ. 

ຕອບກັບ

ຂ່າວ/ບົດ​ອື່ນ