(VOVWORLD) -ຢູ່ດິນແດນ ຖາຍງວຽນ ຈຸດວັດທະນະທຳບັນດາເຜົ່າ ຍັງຄົງໄດ້ຮັບການຮັກສານັບແຕ່ໃດໆມາ. ໃນຊີວິດຍຸກທັນສະໄໝ, ໃນທ່າມກາງການປ່ຽນແປງຂອງບ້ານເກີດເມືອງນອນ, ບັນດາວາດ ຟ້ອນ ທຳນອງເພງ ສຽງດົນຕີພື້ນເມືອງຍັງກັງວານຂຶ້ນ ປຽບເໝືອນສາຍເຊື່ອມຕໍ່ອະດີດຕະການ ແລະ ປັດຈຸບັນ. ຢູ່ທີ່ນີ້ ຮູບແບບບັນດາສະໂມສອນວັດທະນະທໍາ ສິລະປະວັນນະຄະດີພື້ນເມືອງໄດ້ ແລະ ພວມກາຍເປັນຂົວເຊື່ອມຕໍ່ທີ່ໝັ້ນຄົງ ຊ່ວຍວົງຄະນາຍາດບັນດາເຜົ່າ ບໍ່ພຽງແຕ່ຮັກສາເທົ່ານັ້ນ ຫາກຍັງແຜ່ກະຈາຍບັນດາຄຸນຄ່າວັດທະນະທຳພື້ນເມືອງອັນລ້ຳຄ່າອີກດ້ວຍ
ສະໂມສອນ ສອງໂກ ຕາມຖາຍ ຢູ່ຕາແສງ ດົ່ງຮີ |
ຢູ່ຕາແສງ ດົ່ງຮີ ໃນແຕ່ລະອາທິດ ບັນດາສະມາຊິກໃນສະໂມສອນ ສອງໂກ ຕາມຖາຍ ໄດ້ເຕົ້າໂຮມກັນຢູ່ຫໍວັດທະນະທຳ ເພື່ອຝຶກແອບຂັບ ສອງໂກ, ຊຶ່ງແມ່ນວາດຟ້ອນພື້ນເມືອງຂອງຊົນເຜົ່າ ສາຢິ່ວ ຢູ່ທ້ອງຖິ່ນ. ນາງ ເອິນທິຟ່າມ ແລະ ນາງ ໂດ໊ທິຕວຽດ ສັງກັດສະໂມສອນ ເປີດເຜີຍວ່າ:
“ພວກຂ້າພະເຈົ້າໄດ້ຮັກສາສິລະປະຂັບ ສອງໂກ ນີ້ນັບແຕ່ດົນນານມາແລ້ວ. ແຕ່ມ່ວນຊື່ນທີ່ສຸດ ແມ່ນຮອດເກນອາຍຸນີ້ ກໍ່ຍັງເຂົ້າຮ່ວມການດຳເນີນຊີວິດຂັບກ້ຽວຕອບກັນ”.
“ວັດທະນະທຳຂອງຊົນເຜົ່າ ສານຢິ່ວ ໄດ້ຝັງເລິກໃນຈິດໃຈ ດັ່ງນັ້ນຂ້າພະເຈົ້າຊົມຊອບວາດຟ້ອນ ສອງໂກ ຂອງເຜົ່າຕົນ”.
ປີ 2015 ຂັບສອງໂກ ຂອງຊາວເຜົ່າ ສານຢິ່ວ ຢູ່ເມືອງ ດົ່ງຮີ ໄດ້ນັບການຮັບຮອງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ທ່ານ ຢຽບມິງຕ່າຍ ຫົວໜ້າສະໂມສອນຂັບ ສອງໂກ ຕາມຟາຍ ເປີດເຜີຍວ່າ:
“ສະໂມສອນແຫ່ງນີ້ ໄດ້ຮັບການຍສ້າງຕັ້ງຂຶ້ນ ເປັນສະໂມສອນທຳອິດຂອງເມືອງ ດົງຮີ. ໃນເບື້ອງຕົ້ນພຽງແຕ່ໃນບ້ານ ຕາແສງເທົ່ານັ້ນ, ແລ້ວບັນດາສະໂມສອນອື່ນໆ ກໍ່ຄ່ອຍໆມາຮຽນຮູ້ສ້າງເປັນຂະບວນການທີ່ຟົດຟື້ນ”.
ແຕ່ລະສະມາຊິກໃນສະໂທສອນກໍ່ແມ່ນສາຍ ເຊື່ອມຕໍ່ກັບພໍ່ແມ່ພີ່ນ້ອງ ແລະ ອຳນາດການປົກຄອງຢູ່ແຫ່ງນີ້ ກໍ່ພະຍາຍາມຟື້ນຟູບັນດາການ ເຄື່ອນໄຫວວັດທະນະທຳຊຸມຊົນ.ທ່ານ ເລວັນຕ໊ຽນ ສັງກັດສະໂມສອນ ເວົ້າວ່າ:
“ປັດຈຸບັນ, ສະໂມສອນຂັບ ສອງໂກ ຍັງຄົງສືບຕໍ່ຮັກສາຈຸດວັດທະນະທໍາຂອງຊົນເຜົ່າ ສານຢິ່ວ ຄື ຊຸດອາພອນ, ສຽງຂັບຮ້ອງ ສອງໂກ ຢູ່ທຸກໆແຫ່ງ ນັບທັງໄປເຮັດໄຮ່ໄຖນາ ກໍ່ຂັບຮ້ອງທຳນອງເພງ ສອງໂກ ແລະ ເມື່ອມີແຂກທ່ອງທ່ຽວມາຢາມເຮືອນກໍ່ຂັບຮ້ອງ. ທາງສະໂມສອນໄດ້ຊ່ວຍເສີມຂະຫຍາຍສີສັນວັດ ທະນະທຳຂອງຊົນເຜົ່າ ສານຢິ່ວ”.
ບໍ່ພຽງແຕ່ມີຊາວ ສານຢິ່ວ ເທ່ົານັ້ນ ພໍ່ແມ່ພີ່ນ້ອງເຜົ່າ ສານໄຈ ຢູ່ ໂວແຈັກ ກໍ່ພວມມະນະພະຍາຍຮັກສາວາດຟ້ອນ ຕັກຊິ່ງ ເຊິ່ງໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ
ນາງ ເຈິ່ນທິບັກ ສັງກັດສະໂມສອນ ຕັກຊິ່ງ ຕາແສງ ໂວແຈັງ ເປີດເຜີຍວ່າ:
“ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ເພາະເຮົາເອງແມ່ນລູກຂອງຊົນ ເຜົ່າ ສານໄຈ ຂ້າພະເຈົ້າຄິດວ່າ ຕ້ອງຮັກສາ ແລະ ອະນຸລັກ ເພື່ອໃຫ້ວາດຟ້ອນ ຕັກຊິ່ງ ຂອງພວກຂ້າພະເຈົ້າບໍ່ຖືກສູນຫາຍໄປ”.
ປັດຈຸບັນສະໂມສອນມີສະມາຊິກຫຼາຍກວ່າ 20 ຄົນ ເຄີຍຝຶກແອບ ດຳເນີນຊີວິດ ແລະ ທຳການສະແດງຢ່າງເປັນປະຈຳ. ຄວາມລຽບງ່າຍ ແລະ ຄວາມກະຕືລືລົ້ນ ແລະ ພ້ອມກັບການຮັກສາສີສັນ ພ້ອມກັບຄວາມເອົາໃຈໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກຂອງອຳນາດການປົກຄອງທ້ອງຖິ່ນ ໄດ້ຊ່ວຍໃຫ້ວາດຟ້ອນ ຕັກຊິ່ງ ຢູ່ ໂວແຈັງ ກາຍເປັນຈຸດທີ່ພົ້ນເດັ່ນໃນຂະບວນອະນຸລັກວັດທະນະທຳພື້ນເມືອງຂອງແຂວງ.
ຢູ່ ຖາຍຫ໋າຍ ບັນດານັກສິ ລະປິນແມ່ຍິງເຜົ່າ ໄຕ່ ຍັງຄົງສະແດງຂັບແທນໃນໂອກາດວັນບຸນ, ບຸນເຕັດ ຫຼື ເວລາມີແຂກມາຢາມບ້ານ. ນາງ ເລທິຮັ່ງ ຊາວເຜົ່າ ໄຕ່ ຢູ່ບ້ານ ຖາຍຫ໋າຍ ເປີດເຜີຍວ່າ:
“ຢູ່ທີ່ນີ້ພໍ່ແມ່ພີ່ນ້ອງໄດ້ຖ່າຍທອດໃຫ້ຄົນລຸ້ນຫຼັງ ເພື່ອໃຫ້ເຂົາເຈົ້າສືບຕໍ່ອະນຸລັກວັດທະນະທຳພື້ນເມືອງຂອງເຜົ່າຕົນ ບໍ່ໃຫ້ມັນສູນຫາຍໄປ. ຄືດັ່ງຂ້າພະເຈົ້າກໍ່ໄດ້ຮັບການຖ່າຍທອດຈາກປູ່ຍ່າຕາຍາຍ ແລະ ເຮົາເອງກໍ່ມີຄວາມຮັບຜິດຊອບຖ່າຍທອດໃຫ້ລຸ້ນລູກລຸ້ນຫຼານ”.
ຈາກບັນດສະໂມສອນນ້ອຍໆຢູ່ຕາມບ້ານ ຕະຫຼອດຮອດເຂດວັດທະນະທຳທີ່ມີຊີວິດຊີວາ, ສຽງຂັບຮ້ອງ ວາດຟ້ອນ ສຽງພິນຕິ໊ງ ແລະ ຂັບ ສອງໂກ ຍັງຄົງກັງວານຂຶ້ນ. ນີ້ບໍ່ພຽງແຕ່ແມ່ນສຽງທີ່ຟົດຟື້ນຂອງໝູ່ບ້ານເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈ ແມ່ນຫຼັກຖານໃຫ້ແກ່ພະລັງຊີວິດທີ່ທົນທານ ຂອງວັດທະນະທຳບັນດາເຜົ່າ ໃນບໍລິເວນແຂວງ ຖາຍງວຽນ ແຫ່ງທີ່ມູນເຊື້ອບໍ່ພຽງແຕ່ໄດ້ຮັບການຮັກສາເທົ່ານັ້ນ ຫາກຍັງໄດ້ຮັບການຟື້ນຟູໃນຊີວິດທຸກວັນນີ້ອີກດ້ວຍ.