ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂັບເຫ້ວຊຶ່ງແມ່ນມໍລະດົກແຫ່ງຊາດ

ຂັບ​ເຫ້ວ ແມ່ນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ດິນເມືອງ ຫຼວງ​ເກົ່າ ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງທ່ຽວ​ຫວຽດ​ນາມ​ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມ​ີ​ຮູບ​ຮ່າງ​ລະ​ດັບ​ຊາດ, ປະ​ກອບ​ສ່ວນ​ເຊີດ​ຊ​ູ ແລະ ອ​ະ​ນຸ​ລັກ​ປະ​ເພດ​ສິ​ລະ​ປະ​ການ​ສະ​ແດງ​ມີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນີ້. ແຕ່​ເພື່ອ​ໃຫ້ຂັບ​ເຫ້ວເສີມ​ຂະ​ຫຍາຍ​ໄດ້​ຄຸນ​ຄ່າ​ມໍ​ລະ​ດົກ​ໃນ​ການ​ດຳ​ລົງ​ຊີ​ວິດ, ແມ່ນ​ຍັງ​ຄົງ​ຕ້ອງ​ການ​ມີ​ການ​ຊ່ວຍ​ເຫຼືອ​ຈາກ​ບັນ​ດາ​ຂະ​ແໜງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ສະ​ຕິ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກຂອງ​ທັງ​ສັງ​ຄົມ.

 

ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂັບເຫ້ວຊຶ່ງແມ່ນມໍລະດົກແຫ່ງຊາດ  - ảnh 1
ລາຍການ​ສະ​ແດງຂັບ​ເຫ້ວ ບົນ​ລຳ​ແມ່​ນ້ຳ​ເຮືອງ

     ກວ່າ 3 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ການ​ເຄຶ່ອນ​ໄຫວ​ສະ​ແດງຂັບ​ເຫ້ວ​ບົນ​ລຳ​ແມ່​ນ້ຳ​ເຮືອງ ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ, ອັນ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼວງຫຼາຍ​ເມື່ອ​ມາ​ຢ້ຽມ​ຢາມ​ກຸ່ງ​ເກົ່າ​ເຫ້ວ. ແຕ່​ຍ້ອນ​ຄວາມ​ຕ້ອງ​ການ​ຮັບ​ໃຊ້​ປະ​ຊາ​ຊົນ, ດັ່ງ​ນັ້ນ ຂັບ​ເຫ້ວບົນ​ລຳ​ແມ່​ນ້ຳ​ເຮືອງ​ໄດ້​ມີ​ແນວ​ໂນ້ມ​ຖືກ​ສູນ​ຫາ​ຍ​ໄປ ຂະ​ນະ​ທີ່​ບັນ​ດາ​ບົດ​ເພງ​ເກົ່າ​ຂອງຂັບ​ເຫ້ວ​ເຊັ່ນ: ກວາ​ຟຸ, ນາມ​ຊວນ, ນາມ​ອາຍ….ເກືອບ​ຄື​ວ່າ ບໍ່​ປະ​ກົດ​ຕົວ​ເລີຍ. ດັ່ງ​ນັ້ນ ຄວນ​ເພີ່ມ​ທະ​ວີ​ວຽກ​ງານ​ເກັບ​ຮັກ​ສາ​ສິ​ລະ​ປະ​ການ​ສະ​ແດງຂັບ​ເຫ້ວ​ພື້ນ​ເມືອງ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ອ້າຍ​ເອື້ອຍ​ນ້ອງ ນັກ​ສິ​ລະ​ປີນອີກ​ດ້ວຍ. ນັກ​ສິ​ລະ​ປີນ​ຂັບ​ເຫ້ວ ຊຶ່ງ​ແມ່ນ​ຜູ້​ໄດ້​ທຳ​ການ​ສະ​ແດງ​ຂັບ​ເຫ້ວບົນ​ແມ່​ນ້ຳ​ເຮືອງ​ເປັນ​ເວ​ລາ 20 ປີ ໃຫ້​ຮູ້​ວ່າ : 

    “ ເງິນ​ທີ່​ໄດ້​ຈາກ​ການ​ສະ​ແດງຂັບ​ເຫ້ວ​ຂອງອ້າຍ​ເອື້ອຍ​ນ້ອງ ນັກ​ສິ​ລະ​ປີນແມ່ນ​ຕ່ຳ​ທີ່​ສຸດ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ແຕ່​ກໍ​ດີ​ໃຈ ຍ້ອນ​ວ່າຂັບ​ເຫ້ວ ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ. ຂ້າ​ພະ​ເຈົ້າຫວັງ​ວ່າ ອ້າຍ​ເອື້ອຍ​ນ້ອງ ນັກ​ສິ​ລະ​ປີນພວກ​ເຮົາ ຕ້ອງ​ຮັບ​ໃຊ້​ຄື​ແນວ​ໃດ​ເພື່ອ​ມີ​ຄຸນ​ນະ​ພາບ​ເພື່ອ​ດຶງ​ດູດ​ແຂກ​ມາ​ຊົມຫຼາຍ​ຂຶ້ນ ”

     ເມື່ອຂັບ​ເຫ້ວໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງທ່ຽວ​ຫວຽດ​ນາມ​ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມ​ີ​ຮູບ​ຮ່າງ​ລະ​ດັບ​ຊາດເມື່ອ​ເດືອນ 6/2015 ນັ້ນ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າຂັບ​ເຫ້ວໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຫຼາຍ​ກ່​ວາຈາກ​ອຳ​ນາດ​ການ​ປົກ​ຄອງ​, ຂະ​ແໜງ​ການຂັ້ນ​ຕ່າງໆ ແລະ ປະ​ຊາ​ຊົນ. ແຕ່​ເຖິງ​ຢ່​າງ​ໃດ​ກໍ​ດີ, ສິ່ງ​ທ້າ​ທາຍ​ຢ່າງ​ໃຫ​ຍ່ຫຼວງ​ສຳ​ລັບຂັບ​ເຫ້ວໃນ​ໄລ​ຍະ​ປະ​ຈຸ​ບັນ ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ເພດ​ສິ​ລະ​ປະ​ນິ້ີ້ ນັບ​ມື້​ນັບ​ດຶງ​ດູດ​ໄວ​ໜຸ່ມ ຂະ​ນະ​ທີ່​ບັນ​ດາ​ນັກ​ສິ​ລະ​ປີນ​ທີ່​ມີ​ຊື່​ສຽງ​ຄື: ມິງ​ເມີ້ນ, ແທງ​ເລືອງ, ກິມ​ວ່າງ ໄດ້​ເຖົ້າ​ແກ່​ແລ້ວ ແລະ ສຸ​ຂະ​ພາບ​ໄດ້​ອ​ອ່ນ​ເພຍ​ແລ້ວ. ປະ​ຈຸ​ບັນ, ຢູ່​ເຫ້ວ​ ມີ​ຮາກ​ຖານ​ບຳ​ລຸງ​ສ້າງ​ກ່ຽວ​ກັບ​ສິ​ລະ​ປະ​ຂັບ​ເຫ້ວ, ນັ້ນ​ແມ່ນ​ໂຮງ​ຮຽນ​ວັດ​ທະ​ນະ​ທຳ​ສິ​ລ​ະປະຂັ້ນ​ກາງ​ເຫ້ວ ແລະ ສະ​ຖາ​ບັນ​ດົນ​ຕີ​ເຫ້ວ ຊຶ່ງ​ເປັນ​ບ່ອນ​ບຳ​ລຸງ​ສ້າງ​ນັກ​ສິ​ລະ​ປີນ ແລະ ນັກ​ເສບ​ເຄື​ອ່ງ​ດົນ​ຕີ​ລຸ່ນ​ສືບ​ທອດ​ໃຫ້​ແກ່​ສິ​ລະ​ປະຂັບ​ເຫ້ວ. ນັກ​ສິ​ລະ​ປີນ ວໍ້​ເກວ ເວົ້າ​ວ່າ : 

    “ ຮູບ​ພາບ​ຂັບ​ເຫ້ວ​ບົນ​ລຳ​ແມ່​ນ້ຳ​ເຮືອງດ້ວຍ​ການ​ສະ​ແດງ​ແບບ​ປະ​ສານ​ສຽງໄດ້​ລົງ​ເລິກ​ເຂົ້າ​ສູ່​ແນວ​ຄິດ​ຈິດ​ໃຈ​ຂອງ​ຫຼາຍ​ຄົນ. ເພາະ​ສະ​ນັ້ນ, ກໍ​ຕ້ອງ​​ມີ​ການ​ເຊື່ອມ​ຕົວເຂົ້າ​ເນື້ອ​ໃນ​ບົດ​ເພງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບົດ​ເພງ​ທີ່​ມີ​ຊື່​ສຽງ​ຂອງ ຂັບ​ເຫ້ວ. ຕ້ອງ​ການ​ມີ​ບັນ​ດາ​ເນື່ອ​ໃນ​ໃໝ່​ເພື່ອ​ສ້າງ​ເປັນ​ຮູບ​ປະ​ທຳ, ປະ​ກອບ​ສ່ວນ​ອະ​ນຸ​ລັກ​ຮັກ​ສາ ກໍ​ຄື​ພັດ​ທະ​ນາ​ປະ​ເພດ​ສິ​ລະ​ປະຂັບ​ເຫ້ວ ”

           ປະ​ຈຸ​ບັນ, ມີ​ນັກ​ສິ​ລະ​ປີນ, ນັກ​ສະ​ແດ​ງ ແລະ ນັກ​ເສບ​​ເຄື່ອງດົນ​ຕີກວ່າ 400 ຄົນທີ່​ເຂົ້າ​ຮ່ວມ​ການ​ສະ​ແດງ​ຂັບ​ເຫ້ວຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ບົນ​ແມ່ນ້ຳ​ເຮືອງ. ໃນ​ມໍ່ໆ​ມານີ້, ແຂວງ​ເທື່ອ​ທຽນ​ເຫ້ວ ໄດ້​ປະ​ກາດ​ໃຊ້​ຂໍ້​ກຳ​ນົດ, ແຕ່​ລະ​ລາຍ​ການ​ສະ​ແດງຂັບ​ເຫ້ວຕ້ອງ​ໃຊ້​ເວ​ລ​າ​ຢ່າງ​ໜ້ອຍ​ແມ່ນ 60 ນາ​ທີຂຶ້ນ​ໄປ ແລະ ຕ້ອງ​ໃຊ້ ​ເຄື່ອງດົນ​ຕີ​ຢ່າງ​ໜ້ອຍສຸດ 3 ຊະ​ນິດເຊັ່ນ: ຊໍ, ຂຸ່ຍ, ພິນ​ສຽຍດຽວ, ພິນ 16 ສາຍ…ທ່ານ​ກາວ​ຈີ້​ຫາຍ, ຮອງ​ຫົວ​ໜ້າພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ​ເທື່ອ​ທຽນ​ເຫ້ວ​ໃຫ້​ຮູ້ວ​່າ : ຍ້ອນ​ການ​ບໍ​ລິ​ການ​ສະ​ແດງ​ຖືກ​ຈຳ​ກັດ, ດັ່ງ​ນັ້ນ, ບັນ​ດາ​ບົດ​ເພງ​ຂອງ​ຂັບ​ເຫ້ວທີ່​ມີ​ລັກ​ສະ​ນະ​ນາມ​ທຳຫຼື​ບັນ​ດາ​ບົດ​ເພງ​ທີ່​ໂດດ​ເດັ່ນ ແມ່ນບໍ່​ສາ​ມາດ​ນຳ​ມາ​ສະ​ແດງ​ຮັບ​ໃຊ້​ແຂກ​ເທິ່ງ​ເຮືອ​ບົນ​ແມ່​ນ້ຳ​ໄດ້. ໃນ​ວິ​ວັ​ດ​ການ​ບຳ​ລຸງ​ສ້າງ, ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ສ​ິດ​ສອນ, ຖ່າຍ​ທອດໃຫ້​ບັນ​ດາ​ນັກ​ສະ​ແດງ​ໜຸ່ມ​ທີ່​ສາ​ມາດ​ຂັບ​ຮ້ອງ​ໄດ້​ບັນ​ດາ​ບົດ​ເພງ​ເກົ່າ. ທ່ານ​ກາວ​ຈີ້​ຫາຍ, ຮອງ​ຫົວ​ໜ້າພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ​ເທື່ອ​ທຽນ​ເຫ້ວ​ເວ​ົ້​າ​ວ​່າ :

      “ ປະ​ຈຸ​ບັນ, ຂັບ​ເຫ້ວໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ແຫ່ງ​ຊາດ​ແລ້ວ. ພວກ​ຂ້າ​ພະ​ເຈົ້າ​ກໍ​ພະ​ຍາ​ຍາມ​ເພື່ອ​ເຮັດ​ແນວ​ໃດ ໃຫ້​ນັບ​ມື້​ນັບ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສະ​ແດງຂັບ​ເຫ້ວບົນ​ລຳ​ແມ່​ນ້ຳ​ເຮືອງ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ອງ; ພ້ອມ​ກັນ​ນັ້ນ, ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ​ສົມ​ທົບ​ກັບ​ນະ​ຄອນ, ບັນ​ດາ​ສະ​ໂມ​ສອນ​ເພື່ອ​ສືບ​ຕໍ່​ຟື້ນ​ຟູສິ​ລະ​ປະ​ຂັບ​ເຫ້ວຢູ່​ວິ​ຫານ, ຫໍໂຮງ​ບູ​ຊາ, ເຮືອນ​ສວນ​ຕ່າງໆ, ອັນ​ໄດ້​ສ້າງເປັນ​ຜະ​ລິດ​ຕະ​ພ​ັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ຕິດ​ພັນ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ ”

    ແຂວງ​ເທື່ອ​ທຽນ​ເຫ້ວ​ພວ​ມ​ຮີບ​ຮ້ອນ​ດຳ​ເນີນ​ການ​ເກັບ​ກຳ, ຮວບ​ຮ່ວມ​ເອ​ກະ​ສານ​ກ່ຽວ​ກັບ​ບັນ​ດາ​ບົດ​ເພງ​ເກົ່າຂອງ​ຂັບ​ເຫ້ວ, ແຕ່ງ​ຕັ້ງ​ບັນ​ດາ​ສະ​ພາ​ກວດ​ສອບ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສະ​ແດງຂັບ​ເຫ້ວ ບົນ​ລຳ​ແມ່​ນ້ຳ​ເຮືອງ. ພິ​ເສດ​ແມ່ນ​ເຊີດ​ຊູ​ບັນ​ດາ​ນັກ​ສິ​ລະ​ປີນ​ທີ່​ມີ່​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ຮັກ​ສາ, ສະ​ແດງ ແລະ ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ຂັບ​ເຫ້ວ, ແນ​ໃສ່​ປະ​ກອບ​ສ່ວນ​ເຊີດ​ຊູ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ປະ​ເພດ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະນີ້.

ຕອບກັບ

ຂ່າວ/ບົດ​ອື່ນ