ບົດດົນຕີ “Little Thuy’s Minuet” ສະແດງໃຫ້ເຫັນຈິດວິນຍານ ແລະ ຄວາມງາມຂອງແມ່ຍິງ ຫວຽດນາມ

(VOVWORLD) - ເມື່ອບໍ່ດົນມານີ້ຄື ວັນທີ 8 ສິງຫາ ປີ 2024 ຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ຕ້ອນຮັບບົດດົນຕີ  “Little Thuy’s Minuet”  ໂດຍນັກດົນຕີຊາວ ອັງກິດ ມອບໃຫ້ເປັນຂອງຂັວນ. ນັກດົນຕີ ໂປນ ແຊັດສະເຕີ ໄດ້ປະພັນບົດດົນຕີນີ້ໃນປີ 2000 ຂະນະທີ່ທ່ານໄປຢ້ຽມຢາມຫໍພິພິທະພັນວິຈິດສິນ ຫວຽດນາມ ທີ່ ຮ່າໂນ້ຍ ແລະ ບັງເອີນໄດ້ຮັບຊົມຮູບແຕ້ມ ນ້ອງ ທຸ໋ຍຂອງຈິດຕະກອນ ເຈິ່ນວັນເກິ໋ນ ເຊິ່ງແມ່ນຈິດຕະກອນຄົນໜຶ່ງທີ່ມີຊື່ສຽງຢູ່ ຫວຽດນາມ 
ບົດດົນຕີ “Little Thuy’s Minuet”  ສະແດງໃຫ້ເຫັນຈິດວິນຍານ ແລະ ຄວາມງາມຂອງແມ່ຍິງ ຫວຽດນາມ - ảnh 1ບັນດານັກສິລະປີນ ສະແດງບົດດົນຕີ “Little Thuy’s Minuet”

     ພາບສີນ້ຳມັນ “ນ້ອງທຸ໋ຍ” ໂດຍຈິດຕະກອນ ເຈິ່ນວັນເກິ໋ນ ໄດ້ປະພັນເມື່ອປີ 1943 ຢູ່ ຮ່າໂນ້ຍ. ນີ້ແມ່ນພາບເຄິ່ງຄີງຂອງເດັກສາວ ຫງວຽນມິງທຸ໋ຍ ອາຍຸ 8 ປີ, ເຊິ່ງແມ່ນຫຼານສາວຂອງຈິດຕະກອນ ເຈິ່ນວັນເກິ໋ນ. ຮູບແຕ້ມນ້ອງ ທຸ໋ຍ ແມ່ນຜະລິດຕະພັນສິລະປະກຳ ເຊິ່ງແມ່ນໜຶ່ງໃນບັນດາພາບເຄິ່ງຄີງທີ່ດີເດັ່ນທີ່ສຸດຂອງພື້ນຖານຈິດຕະກຳຍຸກປັດຈຸບັນຢູ່ ຫວຽດນາມ ເຊິ່ງໄດ້ຮັບການຮັບຮອງແມ່ນຂອງປະເສີດແຫ່ງຊາດເມື່ອປີ 2013. ທ່ານ ປອ. ຫງວຽນແອັງມິງ ຜູ້ອຳນວຍການຫໍພິພິທະພັນວິຈິດສິນ ຫວຽດນາມ ໃຫ້ຮູ້ວ່າ:

     “ຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ຮັບເອົາພິພິທະພັນວິຈິດຕະກຳຫຼາຍຢ່າງຈາກບັນດາອົງການສ່ວນບຸກຄົນ ໄດ້ມອບເປັນຂອງຂັວນ. ແຕ່ນີ້ເປັນຄັ້ງທຳອິດທີ່ຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ຈັດຕັ້ງພິທີຮັບເອົາບົດດົນຕີພິເສດໂດຍນັກດົນຕີຊາວ ອັງກິດ ໄດ້ປະພັນ ໂດຍມີແຫຼ່ງບັນດານໃຈຈາກໜຶ່ງໃນບັນດາຂອງປະເສີດແຫ່ງຊາດໃນຫໍພິພິທະພັນ ແມ່ນພາບສີນ້ຳມັນ “ນ້ອງທຸ໋ຍ” ຂອງຈິດຕະກອນ ເຈິ່ນວັນເກິ໋ນ”.

 ປີ 2000 ເມື່ອໄດ້ຮັບຊົມຮູບແຕ້ມ “ນ້ອງທຸ໋ຍ” ໂດຍບັງເອີນ, ທ່ານ ໂປນແຊັດສະເຕີ ໄດ້ມີຄວາມປະທັບໃຈຕໍ່ຄູ່ຕາທີ່ໄຮ້ດຽງສາຂອງເດັກສາວນ້ອຍຊາວ ຫວຽດນາມ ອັນໄດ້ພາໃຫ້ນັກດົນຕີປະພັນ ບົດດົນຕີ “Little Thuy’s Minuet”  ໄດ້ໃນທັນທີ”.

ຮູບແຕ້ມ “ນ້ອງທຸ໋ຍ” ໄດ້ສ້າງຄວາມປະທັບໃຈ ແລະ ດຶງດູດຜູ້ຊົມ ນັ້ນແມ່ນໜ່ວຍຕາໃຫຍ່ທັງຄູ່ ພວມມຸ່ງສາຍຕາໃສ່ຜູ້ຢູ່ກົງກັນຂ້າມ, ແສງຕາໃສແຈ້ງໄດ້ຊໍ່ສະແດງໃຫ້ເຫັນຄວາມໄຮ້ດຽງສາຂອງເດັກສາວຊາວ ຫວຽດນາມ. ໂດຍວາດແຕ້ມຂອງຈິດຕະກອນທີ່ສ້າງຄວາມປະທັບໃຈນັ້ນໄດ້ຊໍ່ສະແດງເຫັນຄວາມສາມາດພັນລະນາ ລົງເລິກຂອງນ້ຳໃຈຄວາມຮັກແພງຂອງເດັກສາວດ້ວຍລັກສະນະເພີນຈິດລຶກລັບ ແລະ ລະອຽດອ່ອນ. ຮູບແຕ້ມໄດ້ສ້າງຄວາມຮູ້ສຶກພິເສດໃຫ້ແກ່ນັກດົນຕີ ໂປນ ແຊັດສະເຕີ ແລະ ທ່ານເອງ ໄດ້ແຕ່ງບົດດົນຕີສະເພາະໃຫ້ແກ່ຮູບແຕ້ມແຜ່ນນີ້. ນັກດົນຕີ ໂປນ ແຊັດສະເຕີ ເປີດເຜີຍວ່າ:

“ຂ້າພະເຈົ້າສະແດງຄວາມໂສກເສົ້າເສຍດາຍ ຕໍ່ເລື່ອງນາງ ທຸ໋ຍ ໄດ້ເຖິງແກ່ມໍລະນະກຳເມື່ອເດືອນ  ກໍລະກົດທີ່ຜ່ານມາ. ຂ້າພະເຈົ້າເຊື່ອວ່າ ນາງ ທຸ໋ຍ ແລະ ພາບແຕ້ມນ້ອງທຸ໋ຍ ຈະຍືນຍົງຄົງຕົວດ້ວຍຄວາມງາມທີ່ພົ້ນເດັ່ນຂອງແມ່ຍິງ ຫວຽດນາມ ທີ່ມີສະເໜ່ ສະຫຼາດສະຫຼຽວ ແລະ ເຊື່ອໝັ້ນຕົວເອງ”.

ບົດດົນຕີ “Little Thuy’s Minuet”  ຖືກສິລະປິນປະຊາຊົນ ໂງຮວ່າງກວນ ຮຽບຮຽງໃຫ້ກອງດົນຕີປະສານສຽງ ແລະ ເປັນຄັ້ງທຳອິດໄດ້ສະແດງຢູ່ຫໍພິພິທະພັນວິຈິດສິນ ຫວຽດນາມ. ຈິດຕະກອນ ເລືອງຊວັນດວ່ານ ປະທານສະມາຄົມວິຈິດສິນ ຫວຽດນາມ ໃຫ້ຮູ້ວ່າ:

“ບົດດົນຕີ “Little Thuy’s Minuet”  ຂອງນັກດົນຕີຊາວ ອັງກິດ ອາດຈະເວົ້າເຖິງນ້ຳໃຈກ່ອນທີ່ຈະເຫັນດ້ວຍຕາຮູບຖ່າຍ “ນ້ອງທຸ໋ຍ”. ເບິ່ງຄືວ່າ ຈິດວິນຍານຄວາມງາມຂອງແມ່ຍິງ ຫວຽດນາມ ຖືກຊໍ່ສະແດງອອກຜ່ານບົດດົນຕີນີ້. ວົງການວິຈິດຕະກອນ ຫວຽດນາມ ກໍ່ມີຄວາມຕື້ນຕັນໃຈ ແລະ ຂອບໃຈທ່ານທີ່ໄດ້ປະພັນບົດດົນຕີນີ້”.                           

      ບົດດົນຕີ “Little Thuy’s Minuet”  ແມ່ນຂອງຂັວນທີ່ມີຄວາມໝາຍ ສ້າງຄວາມງາມໃຫ້ແກ່ພາບແຕ້ມ “ນ້ອງທຸ໋ຍ” ເຊິ່ງແມ່ນຂອງປະເສີດແຫ່ງຊາດພ້ອມກັນນັ້ນກໍ່ພັນລະນາຢ່າງຈະແຈ້ງເຖິງຈິດວິນຍານຂອງແມ່ຍິ່ງ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ