ເມື່ອຮູບເງົາເອກະສານຫວຽດນາມ ແລະ ເອີລົບ ເຂົ້າຮ່ວມງານມະຫາກຳ

ງານ​ມະ​ຫາ​ກຳ​ຮູບ​ເງົາ​ເອ​ກະ​ສານ​ເອີ​ລົບ - ຫວຽດ​ນາມ ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ແລະ ນ​ະຄອນ​ໂຮ່​ຈິ​ມິ​ນດ້ວຍ​ບັນ​ດາ​ຟິມ​ຮູບ​ເງົາ​ທີ່​ພົ້ນ​ເດັ່ນ, ອັນ​ໄດ້​ຊ່ວຍ​ຜູ້​ຊົມ​ໄດ້​ຊອກ​ຮູ້​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ​່າງ​ກັນ. ມີ ຮູບ​ເງົາຫຼາຍ​ເລື່ອງ​ສາ​ມາດ​ຍາດ​ໄດ້​ລາງວັນ​ທີ່ ງານ​ມະ​ຫາ​ກຳ​ຮູບ​ເງົາສາ​ກົນ​ຄັ້ງ​ຕ່າງໆ, ມີ​ການ​ສັງ​ເກດ​ທີ່​ສັດ​ຊື່​ກ່ຽວກ​ັບ​ໂລກ​ ແລະ ການ​ສັງ​ເກດ​ໃໝ່​ກ່ຽວ​ກັບ​ຊີ​ວິດ​ປະ​ຈຳ​ວັນ, ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ສັງ​ຄົມ​ກໍ​ຄື​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ທີ່​ສົ່ງ​ຮູບ​ເງົາ​ມາ​ຮ່ວມ​ງາ​ນ​ມະ​ຫາ​ກຳ.

 

ເມື່ອຮູບເງົາເອກະສານຫວຽດນາມ ແລະ ເອີລົບ ເຂົ້າຮ່ວມງານມະຫາກຳ - ảnh 1
ບັນ​ດາ​ຜູ້​ຕ່າງ​ໜ້າ​ຫົວ​ໜ່ວຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມງານ​ມະ​ຫາ​ກຳ​ຮູບ​ເງົາ​ເອ​ກະ​ສານ​ເອີ​ລົບ - ຫວຽດ​ນາມ

      ທ່ານ Patricio Guzman ຜູ້​ມີປະ​ສົບ​ການ​ອັນ​ດັ​ບ​ໜຶ່ງ​ກ່ຽວ​ກັບ​ ຮູບ​ເງົາ​ເອ​ກະ​ສານເຄີຍ​ຖື​ວ່າ : ປະ​ເທດ​ໜຶ່ງ, ຖ​້າ​ຫາກບໍ່​ມີຮູບ​ເງົາ​ເອ​ກະ​ສານ ກໍ​ປຽບ​ເໝືອນ​ຄອບ​ຄົວ​ໜຶ່ງບໍ່​ມີ album ຮູບ​ຖ່າຍ. ສິ່ງນີ້, ອີກ​ຄັ້​ງ​ໜຶ່ງ​ໄດ້​ຮັບ​ການຢັ້ງ​ຢືນ​ຜ່ານ​ຮູບ​ເງົາ​ຕ່າງໆ​ຂອງ​ຫວຽດ​ນາມ​ທີ່​ເຂົ້າ​ຮ່ວມ​ໃນ ງານ​ມະ​ຫາ​ກຳ​ຮູບ​ເງົາ​ເອ​ກະ​ສານ​ເອີ​ລົບ - ຫວຽດ​ນາມຄັ້ງ​ທີ 7. ທີ່ ງານ​ມະ​ຫາ​ກຳ​ຮູບ​ເງົາ​ເອ​ກະ​ສານ​ເອີ​ລົບ - ຫວຽດ​ນາມ​ຄັ້ງ​ນີ້, ຮູບ​ເງົາ​ເອ​ກະ​ສານ “ ເຈືອງຊາ-ຫວຽດ​ນາມ” ແມ່ນ​ການຢັ້ງ​ຢືນ​ອະ​ທິ​ປະ​ໄຕ ກໍ​ຄື​ຄວ​າມ​ຕັດ​ສິນ​ໃຈ​ສ​້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ຫຼື ຮູບ​ເງົາ “ ຢາດ​ນ້ຳຢູ່​ກາງ​ທະ​ເລ ” ຊຶ່ງ​ພັນ​ລະ​ນາ​ເຖິງ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ ຊຶ່ງ​ນາຍ​ພົນ​ແຫ່ງ​ເທບ​ນິ​ຍາຍ: ແມ່ນ​ອ້າຍ​ກົກ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ຜູ້​ຊົມ. ສ່ວນ ຮູບ​ເງົາ​: “ ເຂດ​ບ້ານນ​າ ” ພັດ​ເຕື້ອງ​ເຖິງ​ບັນ​ດາ​ບັນ​ຫາ​ຊົນ​ນະ​ບົດ ແລະ ຊີ​ວິດ​ວັດ​ທະ​ນະ​ທຳ, ວັດ​ຖຸ​ຂອງ​ຊາວ​ກະ​ສີ​ກອນ​ໃນ​ໄລ​ຍະ​ເສດ​ຖະ​ກິດ​ຕະຫຼາດ ແລະ ອື່ນ​ໆ. ຕາມ​ທ່ານ​ນາງ ຝ້າມ​ທິ​ຕວຽດ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຜະ​ລິດ​ຮູບ​ເງົາ​ເອ​ກະ​ສານ​ວິ​ທະ​ຍາ​ສາດ​ສູນ​ກາງ​ແລ້ວ, ງານ​ມະ​ຫາ​ກຳ​ຮູບ​ເງົາ​ເອ​ກະ​ສານ​ເອີ​ລົບ - ຫວຽດ​ນາມຄັ້ງ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ການ​ສົນ​ທະ​ນາ​ລະ​ຫວ່າງ​ຟິມຮູບ​ເງົາ​ເອ​ກະ​ສານເອີ​ລົບ ແລະ ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ສົນ​ທະ​ນາ​ລະ​ຫວ່າງ

ບັນ​ດາ​ຜູ້​ຜະ​ລິດ​ຟິມຮູບ​ເງົາ​ເອ​ກະ​ສານລຸ່ນ​ຕ່າງໆ​ຢູ່​ພາຍ​ໃນ​ປະ​ເທດ​ອີກ​ດ້ວຍ. ທ່ານ​ນາງ ຝ້າມ​ທິ​ຕວຽດ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຜະ​ລິດ​ຮູບ​ເງົາ​ເອ​ກະ​ສານ​ວິ​ທະ​ຍາ​ສາດ​ສູນ​ກາງ ໃຫ້​ຮູ້​ວ່າ : 

    “ ຂ້າ​ພະ​ເຈົ້າ​ຄິດ​ວ່າ ບັນ​ດາ​ຜູ້​ຜະ​ລິດ​ຟິມຮູບ​ເງົາ​ເອ​ກະ​ສານລຸ່ນ​ຕ່າງໆ ລ້ວນ​ແຕ່​ມີ​ວິ​ທີ​ສະ​ແດງ​ຂອງ​ຕົນ. ມີ​ບັນ​ດາ​ຜູ້​ຜະ​ລິດ​ຍັງ​ໜຸ່ມ​, ມີ​ບັນ​ດາ​ຜູ້​ທີ່​ມີ​ອາ​ຍຸ​ສູງ, ນັ້ນ​ກໍ​ແມ່ນ​​ວິ​ທີ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ ຜູ້​ຜະ​ລິດ​ຟິມຮູບ​ເງົາ, ສຳ​ຄັນ​ແມ່ນ​ຫົວ​ເລື່ອງ ແລະ ວິ​ທີ​ສະ​ແດງ ”

     ຖ້າ​ຫາກວ່າ ບັນ​ດາຮູບ​ເງົາ​ເອ​ກະ​ສານຫວຽດ​ນາມ​ເຕື້ອງ​ເຖິງ​ບັນ​ຫາ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ຂອງ​ຊາດ​ໜຶ່ງນັ້ນ, ຈຸດ​ທີ່​ພົ້ນ​ເດັ່ນ​ຂອງຮູບ​ເງົາ​ເອ​ກະ​ສານເອີ​ລົບ ແມ່ນ​ເຕື້ອງ​ເຖິງ​ບັນ​ຫາ​ສ່ວນ​ຕົວ. ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ເພດ, ຄອບ​ຄົວ, ກ່ຽວ​ກັບ​ການ​ເດີນ​ທາງ​ໄປ​ຄົ້ນ​ຫາ​ທາງ​ສ່ວ​ນ​ຕົວ ຊຶ່ງ​ໄດ້​ເຕື້ອງ​ເຖິງ​ໃນ ຮູບ​ເງົາ​ເອ​ກະ​ສານ​ເລື່ອງ​ຕ່າງໆ. ທ່ານ ດ​ຣ Almuth Meyer – Zollitsch ຫົວ​ໜ້າ​ສະ​ຖາ​ບັນ Goethe ປະ​ຈຳ​ຫວຽ​ດ​ນາມ ໃຫ້​ຮູ້​ວ່າ : ບັນ​ດາ ຮູບ​ເງົາ​ເອ​ກະ​ສານ​ຂອງ​ເອີ​ລົບ ແລະ ຫວຽດ​ນາມ​ທີ່​ແນະ​ນຳ​ໃນ​ຄັ້ງ​ນີ້ ລ້ວນ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ, ຜ່ານນັ້ນ, ໄດ້​ສ້າງ​ໃຫ້​ມີ​ການ​ສົນ​ທະ​ນາ​ທີ່​ຈັບ​ໃຈ​ລະ​ຫວ່າງ​ຮູບ​ເງົາ ຂອງ 2 ຝ່າຍ. ທ່ານ ດ​ຣ Almuth Meyer – Zollitsch ຫົວ​ໜ້າ​ສະ​ຖາ​ບັນ Goethe ປະ​ຈຳ​ຫວຽ​ດ​ນາມ ເວົ້າ​ວ່າ: 

    “ ໃນ​ງານ​ມະ​ຫາ​ກຳ, ການ​ສ​ົນ​ທະ​ນາ​ແມ່ນ​ສະ​ແດງ​ອອກ​ຜ່ານ 2 ແງ່​ມຸມ, ທີ 1 ແມ່ນ​ແບບ​ແຜນ​ການ​ຜະ​ລິດຮູບ​ເງົາ​, ຈະ​ມີບັນ​ດາຮູບ​ເງົາ​ທີ່​ມີ​ຄຳ​ບັນ​ຍ​າຍແນະ​ນຳ​ເນື້ອ​ໃນ​ຂອງຮູບ​ເງົາ​, ດ້ານ​ອື່ນ ກໍ​ມີ​ບັນ​ດາຮູບ​ເງົາ​ ບໍ່ມີ​ຄຳ​ບັນ​ຍາຍ, ໃນຮູບ​ເງົາ​ເລື່ອງນັ້ນ, ບັນ​ດາ​ຕົວລະ​ຄອນ​ຈະ​ເວົ້າ​ເອງ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ຕົນ. ນອກ​ຈາກນັ້ນ, ການ​ສົນ​ທະ​ນາ​ຍັງ​ສະ​ແດງ​ອອກ​ຜ່ານ​ບັນ​ດາ​ຫົວ​ເລື່ອງ​ໃນຮູບ​​ເງົາ. ຖ​້າ​ຫາກ​ບັນ​ດາຟິມຮູບ​ເງົາ​​ຢູ່​ອາ​ຊີ, ຫວຽດ​ນາມ ເຄີຍ​ເວົ້າ​ເຖິງ​ບັນ​ດາ​ຫົວ​ເລື່ອງ​ທີ່​ມີ​ລັກ​ສະ​ນະ​ຊົນ​ຊາດ, ສັງ​ຄົມ, ປະ​ເທດ​ຊາດ ແລະ ມະ​ນຸດນັ້ນ, ບັນ​ດາຟິມຮູບ​ເງົາ​ຂອງ​ເອີ​ລົບ ພັດ​ເຊີນ​ຊູ​ສີ​ສັນ​ສ່ວນ​ຕົວ ຜ່ານ​ໄລ​ຍະ​ທາງຊອກ​ຫາ ແລະ ຢັ້ງ​ຢືນ​ສີ​ສັນ​ນັ້ນ ”

     ຕາມ​ທ່ານ Arne Birkenstock ​ ຜູ້​ຜະ​ລິດ​ຟິມຮູບ​ເງົາທີ່​ມີ​ຊື່​ສຽງ​ຂອງ​ເຢັຍ​ລະ​ມັນ​ແລ້ວ, ບັນ​ດາ​ການ​ສັງ​ເກດ​ດ້ວຍ​ຄວາມ​ເປີດອ​ົກ​ເປີດ​ໃຈ ແລະ ສື່​ຊັດ​ກ່ຽວ​ກັບ​ໂລກ​ໃນ ຮູບ​ເງົາ​ເອ​ກະ​ສານ ຈະ​ຊ່ວຍ​ຜູ້​ຊົມ ແລະ ບັນ​ດາຜູ້​ຜະ​ລິດ​ຟິມຮູບ​ເງົາຫວຽດ​ນາມ​ໃນ​ໂອ​ກາດ​ຊອກ​ຮູ້​ກ່ຽວ​ກັບ​ຊີ​ວິດ​ວັດ​ທະ​ນະ​ທຳ ແລະ ສ​ະ​ພາບ​ຄວາມ​ເປັນ​ຈິງ​ທີ່​ມີຫຼາຍ​ຮູບຫຼາຍ​ສີ​ຜ່ານ​ການ​ແຜ່​ພາບ. ທ່ານ Arne Birkenstock ເວົ້າ​ວ່າ : 

    “ ຫວຽດ​ນາມ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ພວມ​ມີ​ການ​ຫັນ​ປ່ຽນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ແຫ່ງ​ທີ່​ຈັບ​ອົກ​ຈັບ​ໃຈ​ເພື່ອ​ຜະ​ລິດ​ບັນ​ດາຮູບ​ເງົາ​ເອ​ກະ​ສານທີ່​ປະ​ທັບ​ໃຈ. ແຕ່​ວ່າ ຮູບ​ເງົາ​ເອ​ກະ​ສານບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ການ​ສຳ​ພາດ​ທີ່​ແຕກ​ຕ່າງ​ກັນ, ແລ້ວ​ກໍ​ຕັດ​ຕໍ່​ກັນ​ເປັນ​ຮູບ​ເງົາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວິ​ທີ​ຂະ​ຫຍາຍ​ເນື້ອ​ໃນ​ຂອງ​ເລື່ອງ​ລາວ​ອີກ​ດ້ວຍ ”

      ຜ່ານ​ການ​ຈັດ​ຕັ້ງ 7 ຄັ້ງ, ງານ​ມະ​ຫາ​ກຳ​ຮູບ​ເງົາ​ເອ​ກະ​ສານ​ເອີ​ລົບ - ຫວຽດ​ນາມ, ໃນ​ສ່ວນ​ໃດ​ສ່ວນ​ໜຶ່ງ ກໍ​ສາ​ມາດ​ຮັດ​ແຄບ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ ຮູບ​ເງົາ​ເອ​ກະ​ສານຫວຽດ​ນາມ​ກັບ​ໂລກ, ກາຍ​ເປັນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ທີ່​ຈັບ​ໃຈ​ສຳ​ລັບ​ມວນ​ຊົນ. ຈຳ​ນວນ​ຜູ້​ມາ​ຊົ​ມ​ໃນ​ງານ​ມະ​ຫາ​ກຳ​ຮູບ​ເງົາ ໄດ້​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ຊຶ່ງ​ເປັນ​ການຢັ້ງ​ຢືນ​ໃຫ້​ເຫັນ​ພະ​ລັງ​ຊີ​ວິດ​ຂອງຮູບ​ເງົາ​ເອ​ກະ​ສານ​ໃນ​ຈິດ​ໃຈ​ຂອງມວນ​ຊົນ​ແມ່ນ​ນັບ​ມື້​ນັບ​ແຂງ​ແຮງ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ