(vovworld) - ຕາມແຜນການແລ້ວ, ວັນທີ 22/1, ກອງປະຊຸມສັນຕິພາບກ່ຽວກັບຊີຣີ (ເຊີແນວ 2) ຈະດຳເນີນຢູ່ນະຄອນ Montreux ປະເທດສະວິດ, ຫວັງວ່າກອງປຊຸມນີ້ຈະເລີ່ມຕົ້ນວິວັດການສ້າງຕັ້ງລັດຖະບານຂ້າມຜ່ານ ເພື່ອຢຸດຕິເສິກກາງເມືອງທີ່ແກ່ຍາວມາເປັນເວລາເກືອບ 3 ປີຜ່ານມາຢູ່ຊີຣີ. ເຖິງຢ່າງໃດກໍ່ຕາມ, ບັນດາທັດສະນະຂັດແຍ່ງກັນ, ຄວາມບໍ່ເຫັນດີເຫັນພ້ອມຢ່າງເລິກເຊິ່ງລະຫວ່າງຝ່າຍຕ່າງໆ ໄດ້ສົ່ງຜົນສະທ້ອນບໍ່ດີເຖິງກອງປະຊຸມ.
ເສິກກາງເມືອງຢູ່ຊີຣີ
(ພາບ AFP)
ຝ່າຍຊີຣີ ໂດຍທ່ານລັດຖະມົນຕີການຕ່າງປະເທດ Walid al – Muallem ນຳໜ້າ, ສ່ວນຝ່າຍຄ້ານ ໂດຍທ່ານປະທານສະພາປົກຄອງແຫ່ງຊາດຊົ່ວຄາວຊີຣີ ຫຼື (SNC) ນຳໜ້າຈະເຂົ້າຮ່ວມກອງປະຊຸມ. ພ້ອມກັບຜູ້ຕາງໜ້າບັນດາບັນດາເຊື້ອຊາດຜີວພັນ, ກຸ່ມຝ່າຍຄ້ານຢູ່ ຊີຣີ ປະທານ 10 ທ່ານ ແລະ ຜູ້ຕາງໜ້າທີ່ມາຈາກ 40 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ.
ກອງປະຊຸມເຊີແນວ 2 ເລີ່ມຕົ້ນແຕ່ວັນທີ 22/1 ດ້ວຍກອງປະຊຸມ ລັດຖະມົນຕີການຕ່າງປະເທດ ໂດຍທ່ານເລຂາທິການໃຫຍ່ Ban Ki – moon ເປັນເຈົ້າພາບຈັດຕັ້ງ ແລະ ການເຈລະຈາຢ່າງເປັນທາງການທີ່ກອງປະຊຸມເຊີແນວ 2 ຈະດຳເນີນຢ່າງເປັນທາງການໃນ 2 ວັນຕໍ່ໄປ.
ທັດສະນະກົງກັນຂ້າມລະຫວ່າງຜູ້ຕາງໜ້າອຳນາດການປົກຄອງຊີຣີ ແລະ ຝ່າຍຄ້ານ
ເຖິງວ່າ SNC ຮັບຮູ້ຈະເຂົ້າຮ່ວມກອງປະຊຸມເຊີແນວ 2 ຢ່າງເປັນທາງການ ພາຍຫຼັງສະຫະປະຊາຊາດ (ສປຊ) ຖອນຄືນຄຳເຊື້ອເຊີນອີຣານ, ເຊິ່ງແມ່ນພັນທະມິດຕົ້ນຕໍ່ຂອງອຳນາດການປົກຄອງປະທານາທິບໍດີ Al – Assad ກໍ່ຕາມ, ແຕ່ SNC ຍັງຄົງຍົກອອກບັນດາຄຳຖະແຫຼງທີ່ບໍ່ມີລັກສະນະສ້າງສັນຢູ່. ຜູ້ຕາງໜ້າ SNC ຖະແຫຼງວ່າ SNC ເຂົ້າຮ່ວມດ້ວຍຈຸດປະສົງໜຶ່ງດຽວນັ້ນແມ່ນໂຄ່ນລົ້ມປະທານາທິບໍດີ Al – Assad. ໃນຂະນະນັ້ນ, ບັນດາກຸ່ມຝ່າຍຄ້ານອື່ນໆຢູ່ຊີຣີ ພັດຕົກລົງບໍ່ສົ່ງຜູ້ຕາງໜ້າເຂົ້າຮ່ວມ ຍ້ອນຖືວ່ານີ້ແມ່ນ “ການຫຼອກລວງ“.
ຕອບຄືນຄຳຖະແຫຼງດັ່ງກ່າວ, ລັດຖະບານຊີຣີ ຢືນຢັນວ່າ, ຈະບໍ່ຮັບຮູ້ຄຳຮຽກຮ້ອງຂອງຝ່າຍຄ້ານທີ່ທວງໃຫ້ ປະທານາທິບໍດີ Al – Assad ລາອອກຈາກຕຳ່ແໜ່ງ. ລັດຖະມົນຕີການຕ່າງປະເທດ Walid al – Muallem ເວົ້າວ່າ, ຜູ້ໃດຮຽກຮ້ອງໃຫ້ປະທານາທິບໍດີ Al – Assad ລາອອກຈາກຕຳ່ແໜ່ງຄວນມີຄວາມຮັບຮູ້ຄືນໃໝ່. ສ່ວນປະທານາທິບໍດີຊີຣີ Basha al Assad ພັດຊີ້ແຈ້ງວ່າ, ທ່ານຈະຊອກຫາອາຍຸການໃໝ່ຜ່ານການເລືອກຕັ້ງປະທານາທິບໍດີໃນເດືອນ 6 ຈະມາເຖິງ ແລະ ຮຽກຮ້ອງກອງປະຊຸມຈົ່ງສົມໃສ່ “ບັ້ນຮົບຕ້ານລັດທິກໍ່ການຮ້າຍ“, ເຊິ່ງຄວາມຈິງແມ່ນຢຸດຕິການໜູນຊ່ວຍບັນດາກຸ່ມກໍ່ການຮ້າຍທີ່ປະກອບອາວຸດຢູ່ ຊີຣີ. ນີ້ແມ່ນສ່ວນໜຶ່ງທີ່ສຳຄັນໃນບໍ່ວ່າມາດຕະການດ້ານການເມືອງໃດໆສຳລັບວິກິດການຢູ່ຊີຣີ.
ທັດສະນະກົງກັນຂ້າມ ບໍ່ພຽງແຕ່ເກີດຂຶ້ນລະຫວ່າງຜູ້ຕາງໜ້າອຳນາດການປົກຄອງຊີຣີ ກັບ SNC ເທົ່ານັ້ນ, ຫາກຍັງເກີດຂຶ້ນພາຍໃນ SNC ອີກດ້ວຍ. ເພາະວ່າພາຍຫຼັງ SNC ຢືນຢັນຈະເຂົ້າຮ່ວມກອງປະຊຸມສັນຕິພາບເຊີແນວ 2, ສະພາຊົນຊາດ ຊີຣີ, ເຊິ່ງແມ່ນກຸ່ມຝ່າຍຄ້ານໃຫຍ່ກວ່າໝູ່ຢູ່ປະເທດນີ້ພັດຖະແຫຼງວ່າຈະຖອນອອກຈາກ SNC ເພື່ອຄັດຄ້ານກອງປະຊຸມ. ດ້ວຍສາຍເຫດ, ເຂົ້າຮ່ວມກອງປະຊຸມເຊີແນວ 2, ໝາຍຄວາມວ່າບໍ່ປະຕິບັດ “ຄຳໝັ້ນສັນຍາ“ ກ່ຽວກັບເລື່ອງບໍ່ເຂົ້າຮ່ວມການເຈລະຈາຈົນຮອດເວລາທີ່ປະທານາທິບໍດີ Al – Assad ລາອອກຈາກຕຳ່ແໜ່ງ.
ອີຣານຖືກປັດເຂ່ັຍອອກຈາກກອງປະຊຸມ
ໃນຂະນະທີ່ລັດຖະບານຂອງປະທານາທິບໍດີ Al – Assad ແລະ ຝ່າຍຄ້ານຍັງມີຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງຕໍ່ຫຼາຍເນື້ອໃນກອງປະຊຸມນັ້ນ, ເລື່ອງ ສປຊ ຍົກເວັ້ນຄຳເຊີນອີຣານ, ເຊິ່ງແມ່ນພັນທະມິດຕົ້ນຕໍຂອງອຳນາດການປົກຄອງ ປະທານາທິບໍດີ Al – Assad ເຂົ້າຮ່ວມກອງປະຊຸມໂດຍບັງເອີນນັ້ນ ໄດ້ກໍ່ໃຫ້ເກີດຄວາມສັບສົນຕື່ມອີກ.
ຫາງສຽງຍັງຈື່ຈຳຄຳຖະແຫຼງກ່ອນນັ້ນຂອງທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ທີ່ຕຳໜິ້ທ່າທີຂາດເຈດຕະນາດີຂອງຝ່າຍຄ້ານຊີຣີ ສຳລັບເລື່ອງອີຣານ ເຂົ້າຮ່ວມກອງປະຊຸມສັນຕິພາບເຊີແນວ 2. ທ່ານ Sergei Lavrov ຊີ້ແຈ້ງວ່າ, ຖ້າຫາກ ອີຣານ ບໍ່ເຂົ້າຮ່ວມກອງປະຊຸມນີ້, ວາລະປະຊຸມຄົບຄະນະຈະຄ້າຍຄືກັນ “ການຫຼິ້ນ“. ຕາມທ່ານແລ້ວ, ລັດຖະບານຊີຣີ ໄດ້ເຫັນດີເຂົ້າຮ່ວມການເຈລະຈາ ແຕ່ບໍ່ມີເງື່ອນໄຂໃດໆກ່ອນ, ດັ່ງນັ້ນບັນດາປະເທດຊ່ວຍເຫຼືອດ້ານການເງິນ ແລະ ອາວຸດໂດຍກົງໃຫ້ກຳລັງຝ່າຍຄ້ານຢູ່ຊີຣີ ກໍ່ຕ້ອງມີການກະທຳທີ່ຄ້າຍຄືກັນ.
ດັ່ງນັ້ນ, ເລື່ອງ ສປຊ ຖອນຄຳເຊີນອີຣານ ເຂົ້າຮ່ວມກອງປະຊຸມ, ຈະກໍ່ໃຫ້ເກີດປະຕິກິລິຍາໃໝ່ຈາກລັຍເຊຍ ແລະ ຈີນ, ພ້ອມທັງສ້າງຄວາມຫຍຸ້ງຍາກຢ່າງໃນການຊອກຫາມາດຕະການແກ້ໄຂທີ່ຕັ້ງໜ້າໃຫ້ແກ່ບັນຫາຊີຣີຢ່າງແນ່ນອນ.
ທ່ານເລຂາທິການໃຫຍ່ Ban Ki – moon ຖືກອງປະຊຸມເຊີແນວ 2 ແມ່ນ “ພາຫະນະໃຫ້ແກ່ວິວັດການສັນຕິພາບ“. ເຖິງຢ່າງໃດກໍ່ຕາມ, ທຸກສິ່ງທຸກຢ່າງທີ່ພວມເກີດຂຶ້ນພັດຝືນກັບຄວາມມຸ້ງມາດປາຖະໜາຂອງຜູ້ນຳອົງການຫຼາຍຝ່າຍໃຫຍ່ກວ່າໝູ່ຢູ່ໂລກນີ້.