(vovworld) - ການເລືອກຕັ້ງປະທານາທິບໍດີ ຝລັ່ງ ພວມກ້າວເຂົ້າສູ່ໄລຍະສຸດທ້າຍ. ໝາກຜົນການສຳຫລວດຫລ້າສຸດ ໄດ້ສ່ອງແສງໃຫ້ເຫັນຄວາມເປັນຈິງທີ່ວ່າ, ໄລຍະຊ່ວງເສັງເຂົ້າວັງ Elysse ຈະບໍງ່າຍດາຍສຳລັບບັນດາຜູ້ອອກສະຫມັກຮັບເລືອກຕັ້ງ. ປະຈຸບັນ ບໍ່ມີຜູ້ອອກສະຫມັກຮັບເລືອກຕັ້ງທ່ານໃດມີບັດສະຫນັບສະຫນູນລື່ນກາຍຢ່າງຂາດຂັ້ນ ການເລືອກຕັ້ງປະທານາທິບໍດີ ຄັ້ງນີ້ອາດຈະຖືກຈັດຂຶ້ນສອງຮອບ ຄືໃນວັນທີ 22 /4 ແລະ ວັນທີ 6/5 ຈະມາເຖິງ. ການຊ່ວງເສັງເຂົ້າວັງ Elysse ເຕັມໄປດ້ວຍລັກສະນະຂ້ຽວຂາດ.
ທ່ານ Francois Hollande ແລະ ທ່ານ Nicolas Sarkozy
ພາບ: RFI
ຕາມໝາກຜົນແຫ່ງການສຳຫລວດໂດຍສະຖາບັນຄົ້ນຄວ້າຫາງສຽງ ແລະ ຕະຫລາດ ຝລັ່ງ (CSA) ປະກາດໃນວັນທີ 19/4 ແລ້ວ, ຊ່ອງຫວ່າງລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານຄື: ປະທານາທິບໍດີຄົນປະຈຸບັນ Nicolas Sarkozy ຂຶ້ນກັບພັກຝ່າຍຂວາ ພັນທະມິດເພື່ອຂະບວນການປະຊາຊົນ (UMP) ແລະ ຄູ່ແຂ່ງຕົ້ນຕໍ ແມ່ນທ່ານ Francois Hollande ຂຶ້ນກັບພັກຝ່າຍຊ້າຍສັງຄົມ (PS) ນັບມື້ນັບຫ່າງກັນກວ່າ. ຕາມໝາກຜົນນີ້ ຜູ້ອອກສະໝັກຮັບເລືອກຕັ້ງ Holande ມີບາດກ້າວດີພໍສົມຄວນໃນການເລືອກຕັ້ງປະທານາທິບໍດີຮອບທຳອິດ ຊຶ່ງຍາດໄດ້ 29% ຈຳນວນບັດສະຫນັບສະຫນູນ, ເພີ່ມຂຶ້ນ 2% ເມື່ອທຽບໃສ່ອາທິດກ່ອນ ລື່ນກາຍຄູ່ແຂ່ງ ແມ່ນທ່ານSarkozy 5 ຄະແນນ. ແລະ ກໍຕາມໝາກຜົນແຫ່ງການສຳຫລວດຂອງ CSA ແລ້ວ ໃນການເລືອກຕັ້ງ ຮອບທີ 2, ຜູ້ອອກສະຫມັກຮັບເລືອກຕັ້ງ ພັກຝ່າຍຊ້າຍສັງຄົມຍາດໄດ້ 58% ຈຳນວນບັດສະຫນັບສະຫນູນ, ເພີ່ມຂຶ້ນ 1% ເມື່ອທຽບກັບປະທານາທິບໍດີ Nicolas Sarkozy (ກວມ 42% ຈຳນວນບັດສະຫນັບສະຫນູນ). ໃນຂະນະນັ້ນ ຜູ້ອອກສະໝັກຮັບເລືອກຕັ້ງຂອງແນວໂຮມແຫ່ງຊາດ (FN) Marine Le Pen ຍາດໄດ້ 17% ຈຳນວນບັດເລືອກຕັ້ງ ເພີ່ມຂຶ້ນ 2% ລື່ນກາຍຜູ້ອອກສະໝັກຮັບເລືອກຕັ້ງພັກແນວໂຮມຝ່າຍຊ້າຍ(FG) Jean Luc Melenchon 2 ຄະແນນ. ຜູ້ອອກສະໝັກຮັບເລືອກຕັ້ງ Francois Bayrou ຂອງຂະບວນການປະຊາທິປະໄຕ MoDem ຫລຸດລົງ 1 ຄະແນນ ແລະ ຢືນອັນດັບທີ 5 ດ້ວຍ 10% ຈຳນວນບັດເລືອກຕັ້ງ.
ການຂົນຂວາຍຊ່ວງເສັງພວມກ້າວເຂົ້າສູ່ໄລຍະສຸດທ້າຍ, ຜູ້ອອກສະໝັກຮັບເລືອກຕັ້ງທັງໝົດລ້ວນແຕ່ສຸມໃສ່ສ້າງພາບພົດທີ່ດີໃຫ້ແກ່ຜູ້ມີສິດເລືອກຕັ້ງ. ປະຈຸບັນ ຫາງສຽງມີຄວາມສົນໃຈທີ່ສຸດເຖິງຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານຄື: ທ່ານ Sarkozy ແລະ ທ່ານ Holande. ຕາມຫາງສຽງແລ້ວ, ຈຸດທີ່ແຕກຕ່າງໃນການເລືອກຕັ້ງຄັ້ງນີ້ ນັ້ນແມ່ນ ເປັນຄັ້ງທຳອິດທີ່ປະທານາທິບໍດີຄົນປະຈຸບັນເຂົ້າຮ່ວມການຫາສຽງເລືອກຕັ້ງໃນທ່າເສຍປຽບ. ຕາມການໄຈ້ແຍກຂອງສູນຄົ້ນຄ້ວາ ແລະ ຮັບຮູ້ຫາງສຽງຝລັ່ງ ແລ້ວ: ປະທານາທິບໍດີ Sarkozy ໄດ້ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງໃນການແນະນຳ ຮ່າງໂຄງປະກອບທີ່ແຫນ້ນແຟ້ນ ຕໍ່ຜູ້ມີສິດເລືອກຕັ້ງຝລ່ັງ . ເພື່ອປັບປຸງສະພາບການໃນການຊ່ວງເສັງທີ່ພວມດຳເນີນໄປນັ້ນ, ນອກຈາກໂຄງການດຳເນີນງານທີ່ຕໍ່ເນື່ອງແລ້ວ, ທ່ານ Sacrkozy ສືບຕໍ່ມີການພົບປະໂດຍກົງກັບຊາວຝລັ່ງ, ໃນນັ້ນ ມີງານຊຸມນຸມມິດຕິງຄັ້ງໃຫຍ່ຢູ່ສະຫນາມຫລວງ Concorde ເມື່ອວັນທີ 15/4 ຢູ່ Paris; ກ່ອນການເລືອກຕັ້ງຮອບທຳອິດສອງມື້, ວັນທີ 20/4 ທ່ານ Sacrkozy ເຂົ້າຮ່ວມງານຊຸມນຸມຄັ້ງສຸດທ້າຍຢູ່ Nice. ຄວາມຫວັງຂອງທ່ານ Sacrkozy ແມ່ນທ່າໄດ້ປຽບໃນການປະເຊີນຫນ້າກັບຄູ່ແຂ່ງ Hollande ທີ່ໂຕ້ວາທີໂດຍກົງສອງຄັ້ງຖ້າຫາກການເລືອກຕັ້ງປະທານາທິບໍດີຕ້ອງຈັດຮອບທີ 2. ເຖິງຢ່າງໃດກໍຕາມ, ຄວາມຫວັງນັ້ນຍາກທີ່ນຳມາເຊິ່ງໝາກຜົນທີ່ດີໄດ້ ຍ້ອນວ່າໃນອາຍຸການ 5 ປີຂອງຕົນ, ທ່ານ Sacrkozy ບໍ່ບັນລຸໄດ້ຜົນງານພໍປານໃດ. ອັດຕາຫນີ້ສິນຂອງລັດເພີ່ມຂຶ້ນຫລາຍ, ສະພາບຫວ່າງງານເພີ່ມຂຶ້ນສູງ, ການເຕີບໂຕຖືກຊຸດໂຊມ, ສັງຄົມຂາດສະຖຽນລະພາບ.
ໃນຂະນະນັ້ນ, ໝາກຜົນ ຊຶ່ງຜູ້ອອກສະໝັກຮັບເລືອກຕັ້ງ Hollande ຍາດໄດ້ໃນບັ້ນຊ່ວງເສັງນັ້ນແມ່ນມີວິວັດການດ້ວຍບັນດາຄຳໝັ້ນໝາຍຢ່າງຈະແຈ້ງຖ້າໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ. ບັນດາຄຳໝັ້ນໝາຍນີ້ຈະແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ແຕ່ວັນທີ 6/5 - 29/6, ໄລຍະທີ 2 ແຕ່ວັນທີ 3/7 - 2/8 ແລະ ໄລຍະທີ 3 ແຕ່ວັນທີ 8/2012 - 6/2013. ໃນຂະນະນັ້ນ, ເປັນຫນ້າສົນໃຈນັ້ນແມ່ນຄຳໝັ້ນໝາຍຈະຫລຸດຜ່ອນ 30% ຈຳນວນເງິນເດືອນຂອງປະທານາທິບໍດີ ແລະ ບັນດາສະມາຊິກໃນລັດຖະບານ, ການຮຽບຮຽງກົດບັດກ່ຽວກັບຄຸນສົມບັດວິຊາຊີບສຳລັບບັນດາສະມາຊິກໃນຄະນະລັດຖະບານ; ເພີ່ມ 25% ເງິນອຸດຫນູນໃຫ້ແກ່ນັກຮຽນໄລຍະຕົ້ນສົກຮຽນ, ວາງອອກບັນດານະໂຍບາຍສັງຄົມບຸລິມະສິດການພັດທະນາວຽກເຮັດງານທຳໃຫ້ແກ່ລຸ້ນໄວຫນຸ່ມ, ຜູ້ອາວຸໂສ, ຕໍ່ສູ້ຕ້ານຄວາມບໍ່ສະເໝີພາບໃນສັງຄົມ. ວັນທີ 15/4 ຜ່ານມາ, ຜູ້ອອກສະໝັກຮັບເລືອກຕັ້ງຂອງ ພັກຝ່າຍຊ້າຍສັງຄົມ ກໍສຸມຈິດສຸມໃຈໃຫ້ແກ່ງານຊຸມນຸມຄັ້ງສຸດທ້າຍເພື່ອຍ້ອງຍໍສັນລະເສີນກຳລັງ, ໃນນັ້ນ ມີເຫດການໄດ້ຮັບການຖືກຈັດຂຶ້ນຢູ່ Vincennes ໂດຍມີການເຂົ້າຮ່ວມຂອງຜູ້ສະຫນັບສະຫນູນ 100.000 ຄົນ.
ປະຈຸບັນ ການຢັ່ງຫາງສຽງຄັ້ງຫລ້າສຸດລ້ວນແຕ່ໃຫ້ເຫັນວ່າ: ທ່ານ Sarkozy ມີບັດສະຫນັບສະຫນູນຫນ້ອຍກວ່າເມື່ອທຽບກັບທ່ານ Hollande. ເຖິງຢ່າງໃດກໍຕາມ, ວົງການໄຈ້ແຍກໃຫ້ຮູ້ວ່າ: ຈຳນວນບັດສະຫນັບສະຫນູນຊຶ່ງຜູ້ອອກສະໝັກຮັບເລືອກຕັ້ງທັງສອງທ່ານສາມາດບັນລຸໄດ້ແມ່ນ 30%. ສະນັ້ນ ອາດຈະເວົ້າໄດ້ວ່າມາຮອດຈຸດເວລານີ້ ບໍ່ທັນມີການຄາດຄະເນຢ່າງຊັດເຈນວ່າທ່ານໃດຈະໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຝລັ່ງຮອບທີ 2. ເພາະສະນັ້ນ ການຊ່ວງເສັງເຂົ້າວັງ Elysee ຍັງຄົງມີລັກສະນະຂ້ຽວຂາດຢູ່.
ເລເຟືອງ