(vovworld) - ວັນທີ 2/11, ປະທານສະພາເອີລົບ Herman Van Rompuy ແລະ ພັນລະຍາໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເວລາ 3 ວັນ(ແຕ່ວັນທີ 31/10- 2/11) ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ Truong Tan Sang. ໝາກຜົນການຢ້ຽມຢາມຫວຽດນາມຄັ້ງທຳອິດ ຂອງທ່ານ Herman Van Rompuy ນັບແຕ່ເມື່ອສອງຝ່າຍສ້າງສາຍພົວພັນທາງການທູດເມື່ອປີ 1990 ໄດ້ສະແດງໃຫ້ເຫັນ 3 ເສົາຄ້ຳຄື: ເສດຖະກິດການຄ້າ, ການເມືອງ ແລະ ການຮ່ວມມືພັດທະນາສືບຕໍ່ແມ່ນຈຸດສຸມຂອງການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EU) ໃນໄລຍະຈະມາເຖິງ.
ກ່ຽວກັບດ້ານການເມືອງ, ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ການນຳອົງການທີ່ມີສິດອຳນາດສູງສຸດຂອງ EU, ທ່ານ Herman Van Rompuy ໄດ້ຮັບການຕ້ອນຮັບຈາກບັນດາການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ. ທີ່ການພົບປະຄັ້ງຕ່າງໆນັ້ນ, ບັນດາການນຳ ຫວຽດນາມ ລ້ວນແຕ່ຢືນຢັນ: ພັກ ແລະ ລັດ ຫວຽດນາມ ຢືດໝັ້ນແນວທາງປ່ຽນແປງໃຫມ່ ແລະ ນະໂຍບາຍການຕ່າງປະເທດເປີດກວ້າງ, ຖືເປັນສຳຄັນການເພີ່ມທະວີການພົວພັນຮ່ວມມືໃນຫລາຍດ້ານກັບ EU. ການນຳສອງຝ່າຍກໍເຫັນດີຕໍ່ທັດສະນະຈະຮ່ວມມືໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນຢູ່ ສປຊ, ກອງປະຊຸມຂັ້ນສູງ ອາຊີ - ເອີລົບ (ASEM) ແລະ ໃນຂອບເຂດການຮ່ວມມື ອາຊຽນ - ອີຢູ. ນອກນັ້ນ, ສອງຝ່າຍໄດ້ເນັ້ນຫນັກຄວາມຈຳເປັນຕ້ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະລຢູ່ທະເລຕາເວັນອອກ, ສະຫນັບສະຫນູນເລື່ອງແກ້ໄຂການພິພາດໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ປະຕິບັດຖະແຫລງການກ່ຽວກັບການປະພຶດ (DOC) ຢ່າງຄົບຖ້ວນ ແລະ ບັນລຸປະມວນຂໍ້ກຳນົດການປະພຶດ (COC) ໂດຍໄວ.
ທ່ານປະທານປະເທດ Truong Tan Sang ຕ້ອນຮັບປະທານສະພາເອີລົບ
Herman Van Rompuy
ພາບ:vtv4.vn
|
ກ່ຽວກັບຂົງເຂດເສດຖະກິດ - ການຄ້າ, ຊື່ງແມ່ນຂົງເຂດສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ, ຜ່ານການຢ້ຽມຢາມຄັ້ງນີ້, ການນຳ ຫວຽດນາມ ແລະ ອີຢູ ເຫັນດີຈະສືບຕໍ່ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກ ກວ່າອີກເພື່ອໃຫ້ວິສາຫະກິດສອງຝ່າຍລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ຕະຫລາດຂອງກັນ, ພິເສດ ໃນບັນດາຂົງເຂດອຸດສາຫະກຳ, ພື້ນຖານໂຄງລ່າງ, ຄົມມະນາຄົມຂົນສູ່ງ, ພະລັງງານ, ການເງິນ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ບໍລິການ. ອີຢູ ກໍໃຫ້ຄຳໝັ້ນສັນຍາຫນູນຊ່ວຍດ້ານເຕັກນິກ, ຊຸກຍູ້ການເຈລະຈາເພື່ອໃຫ້ສອງຝ່າຍສາມາດປັບປຸງ ແລະ ລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ອີຢູໂດຍໄວ, ຊຸກຍູ້ການຮັບຮອງກົດລະບຽບເສດຖະກິດການຕະຫລາດຂອງຫວຽດນາມໂດຍໄວ. ບັນດາການກຳນົດທິດຮ່ວມມືດັ່ງກ່າວໄດ້ຍົກອອກມາໂດຍອີງໃສ່ໝາກຜົນແຫ່ງການຮ່ວມມືເສດຖະກິດສອງຝ່າຍໃນໄລຍະຜ່ານມາລະຫວ່າງ ຫວຽດນາມ ແລະ ອີຢູ ໃນຂະນະທີ່ ອີຢູແມ່ນຫນຶ່ງໃນບັນດາຄູ່ຄ້າ, ຄູ່ຮ່ວມມືລົງທຶນ ແລະ ນັກອຸປະຖຳຕົ້ນຕໍຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 5 ຂອງ ອີຢູໃນອາຊຽນ. ການແລກປ່ຽນດ້ານການຄ້າສອງສົ້ນໃນປີ 2011 ບັນລຸກວ່າ 24 ຕື້ USD ຈາກລະດັບກວ່າ 17 ຕື້ USD ໃນປີ 2010 ແລະ ໃນສະພາບເສດຖະກິດໂລກພວມປະສົບກັບຄວາມຫຍຸ້ງຍາກນັ້ນໄດ້ຊີ້ໃຫ້ເຫັນວ່າ: ທ່າອ່ຽງຕັ້ງຫນ້າ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງ, ຫວຽດນາມ ແລະ ອີຢູຄວນສືບຕໍ່ຂຸດຄົ້ນ. ນອກນັ້ນ, ເລື່ອງສອງຝ່າຍລົງນາມໃນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PAC) ແລະ ການເຈລະຈາຮອບທີ 1 ຂອງສັນຍາການຄ້າເສລີ (FTA) ໃນເດືອນ 10/2012 ຜ່ານມາ ແມ່ນບາດກ້າວລະອຽດ, ສຳຄັນໃນການຊຸກຍູ້ການພົວພັນຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ ແລະ ອີຢູ ພ້ອມກັບບັນດາປະເທດສະມາຊິກຍີ່ງກວ່າອີກ. ທ່ານ Franz Jessen ຫົວຫນ້າຄະນະກຳມະການ ເອີລົບ ປະຈຳ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ:
“ໂດຍບໍ່ຫົວຊາຕໍ່ວິກິດການ, ການພົວພັນດ້ານການຄ້າສອງຝ່າຍ ຫວຽດນາມ ແລະ ອີຢູ ບໍ່ຖືກຜົນສະທ້ອນ. ຄວາມຈິງໃຫ້ເຫັນວ່າ ປີນີ້ ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ອີຢູ ຈະເພີ່ມຂຶ້ນຫລາຍພໍສົມຄວນ. ປະຈຸບັນ ຫວຽດນາມ ແລະ ອີຢູ ລ້ວນແຕ່ແມ່ນຄູ່ຮ່ວມມືດີຂອງກັນ ສະນັ້ນ ສອງຝ່າຍຄວນມຸ່ງໄປເຖິງເຂດການຄ້າເສລີ, ນຳມາເຊິ່ງຜົນປະໂຫຍດດີທີ່ສຸດໃຫ້ແກ່ສອງຝ່າຍ.”
ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບທ່ານ Herman Van Rompuy ປະທານສະພາເອີລົບ
ພາບ:internet
|
ກ່ຽວກັບຂົງເຂດຮ່ວມມືພັດທະນາ, ດ້ວຍຖານະແມ່ນອົງການຊ່ວຍເຫລືອລ້າໃຫຍ່ສຸດໃຫ້ແກ່ ຫວຽດນາມ (ຍອດທຶນ ODA ໃຫ້ຄຳໝັ້ນສັນຍາໃນໄລຍະແຕ່ປີ 1993 - 2011 ແມ່ນກວ່າ 13 ຕື້ USD), ຜ່ານການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາເອີລົບ Herman Van Rompuy ສືບຕໍ່ຢືນຢັນການຫນູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍບັນດາໂຄງການຊ່ວຍເຫລືອໄລຍະ 2011 - 2013 ຢ່າງມີປະສິດທິຜົນ ແລະ ກຳນົດການບຸລິມະສິດການຮ່ວມມືໃນໄລຍະ 2014 - 2020 ໃນບັນດາຂົງເຂດສຳຄັນຄື: ຫລຸດຜ່ອນຄວາມທຸກຍາກ, ພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລອ້ມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ປະກົດການອັນລະອຽດທຳອິດໃນໄລຍະຮ່ວມມືໃຫມ່ນີ້ ນັ້ນແມ່ນໃນການຢ້ຽມຢາມ, ສອງຝ່າຍໄດ້ລົງນາມໃນສັນຍາອຸປະຖຳເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດປີ 2012 ລວມມູນຄ່າ 150 ລ້ານເອີໂຣ ໂດຍທະນາຄານລົງທຶນ ເອີລົບ ອຸປະຖຳ ແລະ ຖະແຫລງການລົງນາມໃນສັນຍາການເງິນຂອງ ໂຄງການຫນູນຊ່ວຍນະໂຍບາຍການຄ້າ ແລະ ການລົງທຶນຂອງເອີລົບ. ຫວຽດນາມ ແລະ ອີຢູ ກໍເຫັນດີເພີ່ມທະວີການຮ່ວມມືວິຊາສະເພາະ, ພິເສດໃນຂົງເຂດສຶກສາ, ບຳລຸງສ້າງ, ວິທະຍາສາດ -ເຕັກໂນໂລຊີ, ຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະສິກຳ ແລະ ພັດທະນາຊົນນະບົດ.. ແລະ ດ້ວຍບັນດາຄຳໝັ້ນສັນຍາຫນູນຊ່ວຍດ້ານເຕັກນິກຢ່າງລະອຽດຂອງ ອີຢູ ທີ່ສະຫງວນໃຫ້ແກ່ ຫວຽດນາມ.
ໃນໄລຍະ 20 ປີ ແຫ່ງາການສ້າງຕັ້ງສາຍພົວພັນທາງການທູດ, ຍາມໃດການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ກໍໄດ້ຮັບການປັບປຸງເພື່ອພັດທະນາ. ແລະ ໝາກຜົນແຫ່ງການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງການນຳອົງການທີ່ມີສິດອຳນາດສູງສຸດຂອງສະຫະພາບເອີລົບ ນັບແຕ່ປີ 1990 ນັ້ນຈະສືບຕໍ່ປະກອບສ່ວນສຳຄັນເພື່ອເຮັດໃຫ້ສາຍພົວພັນນີ້ເຂົ້າສູ່ລວງເລິກ.