(vovworld)- ກອງປະຊຸມລັດຖະມົນຕີການຕ່າງປະເທດ ພິເສດ ອາຊຽນ - ຈີນ ສະເຫລີມສະຫລອງ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ຈະດຳເນີນໄປແຕ່ວັນທີ 28 - 30/8 ຢູ່ ນະຄອນຫລວງ ປັກກີງ ປະເທດຈີນ. ດ້ວຍພູມສາດທີ່ໃກ້ຊິດ ພ້ອມກັບການພົວພັນທີ່ມີມານັບພັນປີ, ທັງອາຊຽນ ແລະ ຈີນ ລ້ວນແຕ່ຖືກັນເປັນຄູ່ຮ່ວມມືສຳຄັນທີ່ສຸດ. ກອງປະຊຸມຄັ້ງນີ້ ແມ່ນຫນຶ່ງໃນບັນດາກົນໄກເຈລະຈາພິເສດລະຫວ່າງ ອາຊຽນ ແລະ ຈີນ ເພື່ອນຳການພົວພັນສອງຝ່າຍກ້າວຂຶ້ນບາດກ້າວພັດທະນາໃຫມ່ໃນສະພາບພາກພື້ນ ແລະ ສາກົນ ມີການຜັນແປຫລາຍຢ່າງ.
ເມື່ອຕີລາຄາກ່ຽວກັບການພົວພັນລະຫວ່າງ ອາຊຽນ ແລະ ຈີນ ພາຍຫລັງ 22 ປີແຫ່ງການສ້າງການພົວພັນຄູ່ຮ່ວມມື, ພິເສດພາຍຫລັງ 10 ປີແຫ່ງການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ, , ນັກຄົ້ນຄ້ວາຫລາຍທ່ານໄດ້ໄຈ້ແຍກວ່າ: ພາກພື້ນ ແລະ ໂລກ ລ້ວນແຕ່ຢືນຢັນວ່າ: ນີ້ແມ່ນການພົວພັນຄູ່ຮ່ວມມືພັດທະນາທີ່ຂະຫຍັນຂັນເຄ່ືອນທີ່ສຸດຂອງ ອາຊຽນ. ຄວາມໄວ້ເນື້ອເຊື່ອໃຈ ແລະ ມິດຕະພາບ ລະຫວ່າງສອງຝ່າຍ ໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງ. ຈີນ ແມ່ນປະເທດຄູ່ເຈລະນາທຳອິດ ຍົກການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ ຂຶ້ນສູ່ລະດັບສູງໃຫມ່, ທັງ ແມ່ນປະເທດທຳອິດເຂົ້າຮ່ວມສົນທິສັນຍາ ຮ່ວມມື ມິດຕະພາບໃນພາກພື້ນ ອາຊີຕາເວັນອອກສຽງໃຕ້, ສ້າງເຂດການຄ້າເສລີ(FTA) ກັບ ອາຊຽນ.
|
ຕາມການສະຖິຕິ ແລ້ວ, ປີ 2002 ວົງເງິນການຄ້າ ອາຊຽນ - ຈີນ ບັນລຸ 54,7 ຕື້ USD, ໃນຄາວນັ້ນ ອາຊຽນ ພຽງແຕ່ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 5 ຂອງຈີນ, ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງອາຊຽນ. ແຕ່ຮອດປີ 2012, ວົງເງິນການຄ້າສອງສົ້ນ ອາຊຽນ - ຈີນ ບັນລຸໄດ້ກວ່າ 400 ຕື້ USD, ຫລາຍທົບ 7,3 ເທົ່າເມື່ອທຽບໃສ່ປີ 2002. ປະຈຸບັນ ຈີນ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ອາຊຽນ. ການໄປມາລະຫວ່າງປະຊາຊົນສອງຝ່າຍ ເພີ່ມຂຶ້ນຈາກ 4 ລ້ານຄົນຂຶ້ນເຖິງ 15 ລ້ານຄົນໃນແຕ່ລະປີ. ເພື່ອບັນລຸໄດ້ບັນດາຜົນງານດັ່ງກ່າວ, ຕາມທ່ານ ຟ້າມກວາງວີງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລ້ວ, ຍ້ອນມີຄວາມຕັດສິນໃຈ ແລະ ການສະຫນັບສະຫນູນຈາກການນຳສອງຝ່າຍ:
“ປະຈຸບັນ ມີປະມານ 40 ກົນໄກເຈລະຈາລະຫວ່າງ ອາຊຽນ ແລະ ຈີນ ໃນທຸກຂົງເຂດ ຈາກການເມືອງ, ຄວາມໝັ້ນຄົງ ຕະຫລອດຮອດເສດຖະກິດ, ວັດທະນະທຳ, ສັງຄົມ. ແຕ່ລະປີ, ອາຊຽນ ແລະ ຈີນ ຈັດກອງປະຊຸມຂັ້ນສູງ ພ້ອມທັງຈັດກອງປະຊຸມຂັ້ນລັດຖະມົນຕີ ເພ່ືອສຳຫລວດກວດຄືນບັນດາການເຄື່ອນ ໄຫວຮ່ວມມືລະຫວ່າງສອງຝ່າຍ ໃນກາງສະໄຫມ ພ້ອມທັງປະຕິບັດການຊີ້ນຳຂອງການນຳຂັ້ນສູງ. ອາຊຽນ ແລະ ຈີນ ຍັງມີກົນໄກເຈລະຈາສະເພາະກ່ຽວກັບການຮັບປະກັນປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(DOC). ນອກນັ້ນ ຍັງມີຫລາຍກາລະໂອກາດເຈລະຈາທີ່ແຕກຕ່າງກັນ ເພື່ອຮັບປະກັນບັນດາໂຄງການດຳເນີນງານທີ່ວາງອອກໃນທຸກຂົງເຂດແຕກຕ່າງກັນ.”
ນັບທັງ ອາຊຽນ ແລະ ຈີນ ລ້ວນແຕ່ນອນໃນພາກພື້ນອາຊີຕາເວັນອອກສຽງໃຕ້ທີ່ມີການພັດທະນາຂະຫຍັນຂັນເຄື່ອນ. ພາຍຫລັງ 46 ປີແຫ່ງການສ້າງຕັ້ງຂຶ້ນ, ອາຊຽນ ພວມໄດ້ຮັບຖືວ່າແມ່ນອົງການຂອງພາກພື້ນທີ່ມີບົດບາດໃຈກາງຢູ່ພາກພື້ນນີ້. ໃນຂະນະນັ້ນ, ຈີນ ຊື່ງແມ່ນພື້ນຖານເສດຖະກິດພັດທະນາອັນດັບ 2 ຢູ່ໃນໂລກ ພວມພົ້ນເດັ່ນຂຶ້ນຢ່າງແຮງ ດ້ວຍພົນລະເມືອງກວ່າ 1,3 ຕື້ຄົນ. ສະນັ້ນ ການພົວພັນຄູ່ຮ່ວມມື ອາຊຽນ - ຈີນ ມີຄວາມໝາຍສຳຄັນບໍ່ພຽງແຕ່ສຳລັບແຕ່ລະປະເທດເທົ່ານັ້ນ ຫາກຍັງຜົນສະທ້ອນເຖິງສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາຢູ່ພາກພື້ນນີ້ອີກດ້ວຍ. ໂດຍຮັບຮູ້ສິ່ງດັ່ງກ່າວຢ່າງຈະແຈ້ງ, ໃນຕົວຈິງ ອາຊຽນ ແລະ ຈີນ ພວມມານະພະຍາຍາມມຸ່ງໄປເຖິງຈຸດໝາຍບໍ່ພຽງແຕ່ຊຸກຍູ້ດ້ານການຄ້າ ແລະ ພັດທະນາເສດຖະກິດລະຫວ່າງສອງຝ່າຍເທົ່ານັ້ນ ຫາກຍັງຮ່ວມສຳພັນທັງພາກພື້ນ ອາຊີຕາເວັນອອກສຽງໃຕ້, ສ້າງປະຊາຄົມເສດຖະກິດທີ່ກວ້າງໃຫຍ່ຢູ່ພາກພື້ນນີ້ອີກດ້ວຍ. ເຖິງຢ່າງໃດກໍຕາມ, ບັນດາການປ່ຽນແປງປະຈຸບັນ ພວມສົ່ງຜົນກະທົບບໍ່ແມ່ນຫນ້ອຍເຖິງສາຍພົວພັນລະຫວ່າງ ອາຊຽນ ແລະ ຈີນ, ເປັນຕົ້ນແມ່ນການແຊກແຊງຂອງບັນດາປະເທດໃຫຍ່ເຂົ້າໃນພາກພື້ນນີ້, ຮຽກຮ້ອງໃຫ້ມີການຮ່ວມມືຢ່າງແຫນ້ນແຟ້ນລະຫວ່າງ ອາຊຽນ ແລະ ຈີນ ກວ່າອີກ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວີງ ຖືວ່າ:
“ການພົວພັນ ລະຫວ່າງ ອາຊຽນ ແລະ ຈີນ ເຮັດແນວໃດຕ້ອງຮັກສາໄດ້ຫລັກການທີ່ວາງອອກ ນັ້ນແມ່ນເຄົາລົບເອກະລາດ, ອະທິປະໄຕ, ບໍ່ແຊກແຊງເຂົ້າວຽກງານພາຍໃນ, ແກ້ໄຂທຸກຄວາມບໍ່ລົງລອຍກັນ ໂດຍອີງໃສ່ກົດໝາຍສາກົນ, ພ້ອມກັນນັ້ນ ຕ້ອງຮັກສາຈຸດໝາຍສ້າງປະຊາຄົມອາຊຽນ. ທ່າແຮງຂອງອາຊຽນ ນັ້ນແມ່ນຄວາມສາມັກຄີ, ຮັກສາບົດບາດເປັນຫລັກແຫລ່ງຂອງຕົນ ສະນັ້ນ ການພົວພັນຂອງບັນດາປະເທດໃຫຍ່ກໍຕ້ອງເຮັດແນວໃດສະຫນັບສະຫນູນຄວາມສາມັກຄີໃນອາຊຽນ.”
ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພ້ອມກັນພັດທະນາ ແມ່ນຄວາມຮັບຮູ້ລວມຂອງທັງ ອາຊຽນ ແລະ ຈີນ. ໃນບົດປາໄສໄຂເວທີປາໄສສະເຫລີມສະຫລອງ 10 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຈີນ ຈັດຕັ້ງຂຶ້ນຫວ່າງແລ້ວນີ້ ຢູ່ ໄທ, ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ກໍຢືນຢັນວ່າ: ລັດຖະບານຈີນຊຸດໃຫມ່ ກໍຖືການພົວພັນບ້ານໃກ້ເຮືອນຄຽງມິດຕະພາບກັບອາຊຽນ ເປັນສຳຄັນ, ສະຫນັບສະຫນູນບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນ ແລະ ໝັ້ນໝາຍສືບຕໍ່ສະຫນັບສະຫນູນ ອາຊຽນ ໃນຄວາມມານະພະຍາຍາມສ້າງປະຊາຄົມ. ຈີນ ປາດຖະຫນາດ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ອາຊຽນ ເພື່ອແກ້ໄຂການພິພາດຢູ່ທະເລຕາເວັນອອກໂດຍສັນຕິວິທີ, ໝັ້ນໝາຍສືບຕໍ່ຜັນຂະຫຍາຍ DOC ຢ່າງຄົບຖ້ວນ ແລະ ກ້າວໄປເຖິງການສ້າງ COC ເພື່ອເຮັດໃຫ້ທະເລຕາເວັນອອກກາຍເປັນພາກພື້ນສັນຕິພາບ ແລະ ຮ່ວມມື.
ອາຊຽນ ແລະ ຈີນ ຈະສືບຕໍ່ຮັກສາ ແລະ ຍູ້ແຮງບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈລວມ, ແລະ ຖືວ່າ ນີ້ແມ່ນພື້ນຖານສຳຄັນເພື່ອສ້າງສາຍພົວພັນຮ່ວມມືອັນດີງາມ ແລະ ສະຖຽນລະພາບຍາວນານ ກໍຄືແກ້ໄຂບັນດາບັນຫາທີ່ຍັງຄ້າງຄາລະຫວ່າງສອງຝ່າຍ. ແນ່ນອນວ່າ ນີ້ແມ່ນເນື້ອໃນຕົ້ນຕໍທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດພິເສດ ອາຊຽນ - ຈີນ ສະເຫລີມສະຫລອງ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ຊື່ງຖືກຈັດຂຶ້ນຢູ່ປັກກີງ ປະເທດຈີນ. ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ງມີງ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງຫນ້າໃນການຮັກສາ, ພັດທະນາສາຍພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ກໍຄືລະຫວ່າງ ອາຊຽນ ແລະ ຈີນ.