ຮ່າໂນ້ຍບຸກລະດົມຂະບວນການປະຢັດໄຟຟ້າ(ພາບ: google.com.vn)
(vovworld) - ໃນຊຸມປີມໍ່ໆມານີ້, ພ້ອມກັບລະດັບພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ເລື່ອງສະໜອງໄຟຟ້າໃຫ້ແກ່ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນນັບມື້ນັບປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນສະພາບຂາດໄຟຟ້າໃນລະດູແລ້ງ. ເພື່ອປະກອບສ່ວນຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຂະແໜງໄຟຟ້າ, ນັບແຕ່ປີ 2010 ສະຫະພັນແຮງງານນະຄອນຮ່າໂນ້ຍ ໄດ້ສົມທົບກັບບໍລິສັດໃຫຍ່ໄຟຟ້າຮ່າໂນ້ຍ (EVN Hanoi) ປຸກລະດົມຂະບວນການປະຢັດໄຟຟ້າໃນບັນດາອົງການສຳນັກງານ, ວິສາຫະກິດ ແລະ ໃນໝູ່ກຳມະກອນ ຜູ້ອອກແຮງງານນະຄອນຫຼວງ, ມາຮອດປະຈຸບັນ, ຂະບວນການດັ່ງກ່າວໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ.
ພາຍຫຼັງເກືອບ 2 ປີ ແຫ່ງການປະຕິບັດໂຄງການສົມທົບລະຫວ່າງ EVN Hanoi ກັບສະຫະພັນແຮງງານນະຄອນຮ່າໂນ້ຍ ໃນການໂຄສະນາປະຢັດໄຟຟ້າ, ຮ່າໂນ້ຍ ປະຢັດໄຟຟ້າໄດ້ກວ່າ 50 ລ້ານ kWh, ເທົ່າກັບເກືອບ 66 ຕຶ້ດົ່ງ. ປີ 2011, ນະຄອນຮ່າໂນ້ຍ ໄດ້ຂົນຂວາຍ 1 ລ້ານຄອບຄົວຕອບສະໜອງຂະບວນການ ”ຄອບຄົວນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ” ໂດຍຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ປຸກລະດົມແຕ່ປີ 2011. ພິເສດ, ໂດຍຕອບສະໜອງໂມງມອດໄຟເພອໜ່ວຍໂລກປີ 2012, EVN Hanoi ໄດ້ຈັດຕັ້ງເດືອນປະຢັດໄຟຟ້ານັບແຕ່ວັນທີ 29/3 ຜ່ານມາ, ຜ່ານນັ້ນຮຽກຮ້ອງໃຫ້ພະນັກງານ, ກຳມະກອນ, ພາລະກອນ ຜູ້ອອກແຮງງານແຕ່ລະຄົນໃນຂະແໜງໄຟຟ້າ ຈົ່ງເປັນຜູ້ໂຄສະນາຂະບວນການ ”ຂ້ອຍ ແລະ ເຈົ້າພ້ອມກັນປະຢັດໄຟຟ້າ” ຢ່າງຕັ້ງໜ້າ ແລະ ການປະຢັດໄຟຟ້າບໍ່ພຽງແຕ່ປະຕິບັດໃນເດືອນປຸກລະດົມເທົ່ານັ້ນ, ຫາກຍັງແກ່ຍາວຕະຫຼອດ 365 ວັນໃນປີ, ດ້ວຍສານທີ່ວ່າ ”ປະຢັດໄຟຟ້າ, ແມ່ນການປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ”. ທ່ານ Nguyen Anh Tuan, ຮອງຫົວໜ້າອຳນວຍການ EVN Hanoi, ໃຫ້ຮູ້ວ່າ:
”ຕອບສະໜອງເດືອນເຄື່ອນໄຫວນີ້, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍລາຍການເຄື່ອນໄຫວຕ່າງໆຄື: ມອບໜ້າທີ່ໃຫ້ບໍລິສັດໃຫຍ່ປຸກລະດົມຂະບວນການ, ສະມາຊິກຊາວໜຸ່ມແຕ່ລະຄົນແມ່ນນັກໂຄສະນາກ່ຽວກັບການປະຢັດໄຟຟ້າ ແລະ ມອບຕົວເລກຄາດໝາຍໃຫ້ພະນັກງານ, ກຳມະກອນ, ພາລະກອນ, ຜູ້ອອກແຮງງານໃນຂະແໜງແຕ່ລະຄົນ, ຈາກນັ້ນໂຄສະນາເຖິງໝູ່ປະຊາຊົນ, ເຂດຊຸມຊົນ, ຕາແສງກ່ຽວກັບການປະຢັດໄຟຟ້າ ແລະ ລາຍການນີ້ຍັງໄດ້ຮັບການໂຄສະນາຢ່າງກວ້າງຂວາງທາງສື່ມວນຊົນອີກດ້ວຍ”.
ໃຊ້ຖັງນ້ຳຮ້ອນໃຊ້ພະລັງແສງອາທິດເພື່ອປະຢັດໄຟຟ້າ (ພາບ: google.com.vn)
ພ້ອມກັບການປະສານສົມທົບກັບສະຫະພັນແຮງງານນະຄອນ, ປະຈຸບັນ, EVN Hanoi ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການປະຢັດໄຟຟ້າຢ່າງລະອຽດຄື: ໜູນຊ່ວຍເງິນ 1 ລ້ານດົ່ງໃຫ້ຜູ້ຊື້ຖັງນ້ຳຮ້ອນໃຊ້ພະລັງແສງອາທິດ, ຍູ້ແຮງວຽກງານໂຄສະນາການປະຢັດໄຟຟ້າເຖິງລູກຄ້າ, ຖືການຂາຍດອກໄຟ compact ປະຢັດໄຟຟ້າແມ່ນມາດຖານຂອງການແຂ່ງຂັນຢູ່ແຕ່ລະຫົວໜ່ວຍ. ບັນດາວິສາຫະກິດນຳໃຊ້ໄຟຟ້າຫຼາຍ ກໍ່ໄດ້ເປັນເຈົ້າການ, ຕັ້ງໜ້າຕອບສະໜອງ, ນຳໃຊ້ຫຼາຍມາດຕະການເພື່ອແນໃສ່ປະຢັດໄຟຟ້າ. ທ່ານ Tran Van Thu, ເຈົ້າຂອງຮາກຖານຜະລິດກົນຈັກເມືອງດົງແອງ, ໃຫ້ຮູ້ວ່າ:
”ການນຳໃຊ້ໄຟຟ້າແມ່ນບັນຫາເປັນຕາຍຂອງວິສາຫະກິດ, ດັ່ງນັ້ນ, ໄລຍະຜ່ານມາ, ພວກເຮົາໄດ້ນຳໃຊ້ຫຼາຍມາດຕະການເພື່ອແນໃສ່ປະຢັດໄຟຟ້າ, ນຳໃຊ້ໄຟຟ້າຢ່າງເໝາະສົມ ແລະ ໃນເດືອນຂາດໄຟຟ້າຍາມແລ້ງນີ້, ບັນຫາປະຢັດໄຟຟ້າຍິ່ງມີຄວາມຮີບເຮັ່ງ. ວຽກງານທຳອິດແມ່ນພວກເຮົາໄດ້ກວດກາເຄື່ອງກົນຈັກ, ອຸປະກອນນຳໃຊ້ໄຟຟ້າທັງໝົດເພື່ອດັດປັບໃຫ້ເໝາະສົມກັບປະສິດທິພາບ. ທີສອງແມ່ນການຕິດຕັ້ງດອກໄຟແຮງສູງໃນເມື່ອກ່ອນແມ່ນສິ້ນເປືອງຫຼາຍ, ພວກເຮົາໄດ້ປ່ຽນແທນດ້ວຍດອກໄຟ compact ທັງຮັບປະກັນແສງໄສະຫວ່າງໃຫ້ແກ່ການຜະລິດ, ທັງປະຢັດພະລັງງານໄຟຟ້າໄດ້”.
ໃຊ້ດອກໄຟcompact ເພື່ອປະຢັດໄຟຟ້າ (ພາບ: google.com.vn)
ມີວິສາຫະກິດຜະລິດ, ດຳເນີນທຸລະກິດຫຼາຍແຫ່ງຍັງນຳໃຊ້ບັນດາມາດຕະການປະຢັດໄຟຟ້າຄືປ່ຽນໂມງເຮັດວຽກຈາກເວລາທີ່ໃຊ້ໄຟຟ້າຫຼາຍໄປຍັງເວລາໃຊ້ໄຟຟ້າໜ້ອຍ, ກວດຄືນລະບົບເຄື່ອງຈັກ, ປ່ຽນແທນອຸປະກອນໃຫ້ເໝາະສົມ, ກວດກາຄົ້ນພົບສິ່ງທີ່ກໍ່ໃຫ້ເກີດຄວາມຟູມເຟືອຍໃນການນຳໃຊ້ໄຟຟ້າ. ການກະທຳດັ່ງກ່າວບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາວິສາຫະກິດເທົ່ານັ້ນ, ຫາກຍັງປະກອບສ່ວນແບ່ງປັນຄວາມຫຍຸ້ງຍາກ, ປະຢັດພະລັງງານໄຟຟ້າເມື່ອກ້າວເຂົ້າສູ່ລະດູແລ້ງ, ມີອົງການ, ສຳນັກງານຫຼາຍແຫ່ງ ແລະ ບັນດາຄອບຄົວພະນັກງານ, ກຳມະກອນ, ພາລະກອນຍັງປະຢັດໄຟຟ້າຜ່ານວຽກງານອັນລະອຽດຄື: ນຳໃຊ້ລົມ, ແສງສະຫວ່າງທຳມະຊາດ, ມອດໄຟຟ້າ, ອຸປະກອນໄຟຟ້າທີ່ບໍ່ຈຳເປັນ, ຫຼືຫຼຸດຜ່ອນຈຳນວນໄຟເຍືອງທາງລົງ 50%... ຂະບວນການປະຢັດໄຟຟ້າຢູ່ນະຄອນຫຼວງໄດ້ນຳມາເຊິ່ງຄວາມໝາຍອັນໃຫຍ່ຫຼວງ, ອັນໄດ້ຊ່ວຍໃຫ້ບັນດາພະນັກງານ, ພາລະກອນ, ຜູ້ອອກແຮງງານຮັບຮູ້ໄດ້ວ່າ, ເລື່ອງປະຢັດໄຟຟ້າບໍ່ພຽງແຕ່ແມ່ນບັນຫາເສດຖະກິດເທົ່ານັ້ນ, ຫາກຍັງແມ່ນບັນຫາຮັບປະກັນຊີວິດສັງຄົມທີ່ແທດຈິງສຳຫຼັບແຕ່ລະຄົນອີກດ້ວຍ.