(vovworld) - ຕອນບ່າຍວັນທີ 24/1, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບເມືອຮອດ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມລາຊະອານາຈັກ ແບນຊິກ ແລະ ສະຫະພາບເອີລົບ ຢ່າງເປັນທາງການ, ຢ້ຽມຢາມທາງລັດຖະກິດເຖິງ ສ ອີຕາລີ, ຢ້ຽມຢາມ ອັງກິດ ແລະ ໄອແລນເຫນືອຢ່າງເປັນທາງການ ແຕ່ວັນທີ 17 - 24/1/2013. ໝາກຜົນແຫ່ງການຢ້ຽມຢາມໄດ້ສ້າງບາດກ້າວພັດທະນາໃຫມ່ທີ່ມີຄວາມໝາຍສຳຄັນ, ຍົກການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ເອີລົບຕາເວັນຕົກໃຫ້ຂຶ້ນສູ່ລະດັບສູງໃຫມ່.
ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານ ປະທານາທິບໍດີ ອີຕາລີ Giorgio Napolitano
ພາບ: internet
|
ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຖິງລາຊະອານາຈັກແບນຊິກ, ສະຫະພາບເອີລົບ (ອີຢູ), ສ ອີຕາລີ ແລະ ລາຊະອານາຈັກອັງກິດ ແມ່ນການຢ້ຽມຢາມທີ່ມີລັກສະນະປະຫວັດສາດ, ນີ້ເປັນຄັ້ງທຳອິດທີ່ ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢ້ຽມຢາມເຖິງປະເທດເອີລົບຕາເວັນຕົກຈຳນຫວນຫນຶ່ງ ໃນຖານະເປັນເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ. ຈຸດປະສົງການຢ້ຽມຢາມ ແມ່ນສືບຕໍ່ຜັນຂະຫຍາຍ ແນວທາງການພົວພັນກັບຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ ຢ່າງຄົບຊຸດ, ຮອບດ້ານ, ຢືນຢັນແຜນນະໂຍບາຍຖືການຊຸກຍູ້, ພັດທະນາການພົວພັນລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ກັບບັນດາປະເທດ ມີບົດບາດສຳຄັນຢູ່ ເອີລົບ ເປັນສຳຄັນ.
ຕາມທ່ານ ຮ່ວາງບີ່ງກວນ, ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ ແລ້ວ, ການນຳປະເທດ ເອີລົບຕາເວັນຕົກຈຳນວນຫນຶ່ງ ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢ່າງສົມກຽດ ດ້ວຍພິທີການສູງສຸດ, ສະແດງໃຫ້ເຫັນການຖືບົດບາດ, ທີ່ຕັ້ງຂອງ ຫວຽດນາມ ເປັນສຳຄັນ, ຖື ບົດບາດການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມເປັນສຳຄັນ ແລະ ປາດຖະຫນາຢາກຊຸກຍູ້ການພົວພັນຮອບດ້ານກັບ ຫວຽດນາມ. ທີ່ການເຈລະຈາ, ການພົບປະແລກປ່ຽນຄຳເຫັນຄັ້ງຕ່າງໆ ລະຫວ່າງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກັບບັນດາການນຳປະເທດເອີລົບຕາເວັນຕົກຈຳນວນຫນຶ່ງ ແມ່ນດຳເນີນໄປຢ່າງກົງໄປກົງມາ, ເປີດເຜີຍ, ແທດຈິງ, ສະແດງໃຫ້ເຫັນອາລົມຈິດຢ່າງເລິກເຊິ່ງ ກໍຄືຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດທີ່ມີຕໍ່ ຫວຽດນາມ. ເນື້ອໃນການແລກປ່ຽນແມ່ນແທດຈິງ, ເພື່ອເພີ່ມທະວີການພົວພັນດ້ານການເມືອງ, ຊຸກຍູ້ຈຸດສຸມການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ເນັ້ນຫນັກເຖິງການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ, ເປີດກວ້າງ ແລະ ເພີ່ມທະວີການພົວພັນປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ຂົງເຂດອື່ນ. ການຢ້ຽມຢາມກໍແມ່ນໂອກາດເພື່ອໃຫ້ບັນດາຄູ່ຮ່ວມມືສຳຄັນຢູ່ ເອີລົບ ມີຄວາມເຂົ້າໃຈກວ່າກ່ຽວກັບ ຫວຽດນາມ, ກ່ຽວກັບຜົນງານແຫ່ງການປ່ຽນແປງໃຫມ່, ກ່ຽວກັບນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ ຜ່ານນັ້ນ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ການແບ່ງປັນ ແລະ ຍາດແຍ່ງການຮ່ວມມື, ສະຫນັບສະຫນູນຂອງບັນດາປະເທດຄູ່ຮ່ວມມືທີ່ມີຕໍ່ການພັດທະນາຂອງ ຫວຽດນາມ. ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເປັນສັກຂິພິຍານພິທີລົງນາມໃນເອກະສານຕົກລົງຫລາຍສະບັບ,ແຜນການ, ໂຄງການຮ່ວມມືໃນຫລາຍຂົງເຂດ: ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ບຳລຸງສ້າງ, ວັດທະນະທຳ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ…
ອາດຈະເຫັນໄດ້ຢ່າງຈະແຈ້ງວ່າ, ການຢ້ຽມຢາມເຖິງບັນດາປະເທດ ເອີລົບຕາເວັນຕົກ ຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຄັ້ງນີ້ ເປັນຂີດໝາຍສຳຄັນ, ສ້າງກຳລັງຫນູນຢ່າງແຂງແຮງ, ເປັນພື້ນຖານໃຫ້ ຫວຽດນາມ ຊຸກຍູ້ການພົວພັນຮອບດ້ານກັບບັນດາປະເທດຄູ່ຮ່ວມມືສຳຄັນຢູ່ ເອີລົບ. ສຳລັບ ອີຕາລີ,ຫວຽດນາມ ໄດ້ຍົກລະດັບການຮ່ວມມືເປັນຄູ່ຮ່ວມມືຍຸດທະສາດ. ສຳລັບ ອັງກິດ, ຫວຽດນາມ ຊຸກຍູ້ການຫັນເນື້ອແທ້ຂອງການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ປະກົດຜົນເປັນຈິງ. ສຳລັບ ແບນຊິກ, ການຢ້ຽມຢາມເປັນຂີດໝາຍ, ແມ່ນກຳລັງຫນູນຢ່າງແຂງແຮງເພື່ອຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງສອງປະເທດ. ສຳລັບ ອີຢູ ແມ່ນປຶກສາຫາລືບັນດາມາດຕະການເພ່ືອຊຸກຍູ້ການພົວພັນໃຫ້ກ້າວເຂົ້າສູ່ລວງເລິກ, ແທດຈິງ. ເນື່ອງໃນໂອກາດຢ້ຽມຢາມປະເທດເອີລົບຕາເວັນຕົກຈຳນວຫນຶ່ງ ຄັ້ງນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ພົບປະກັບ ສັນຕະປະປາ Benedict 15. ກ່ຽວກັບດ້ານການເມືອງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພ້ອມກັບບັນດາການນຳ ອີຢູ ແລະ ບັນດາປະເທດດັ່ງກ່າວ ລ້ວນແຕ່ເຫັນດີເພີ່ມທະວີການພົວພັນດ້ານການເມືອງຢ່າງແຂງແຮງ, ເພື່ອເປັນພື້ນຖານໃຫ້ແກ່ການພົວພັນຍາວນານໃນທຸກດ້ານ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ,ການລົງທຶນ, ເຫັນດີເພີ່ມທະວີການພົບປະສົນທະນາຢ່າງໄວ້ເນື້ອເຊື່ອໃຈ, ຮັກສາການພົບປະລະຫວ່າງການນຳຂັ້ນສູງກໍຄືການແລກປ່ຽນຜູ້ແທນທຸກຂັ້ນ. ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ບັນດາປະມຸກລັດຂອງບັນດາປະເທດດັ່ງກ່າວ ໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມື ແລະ ວາງອອກບັນດາບັນຫາແທດຈິງ ເພື່ອຊຸກຍູ້ ເປີດກວ້າງ, ພັດທະນາການພົວພັນດ້ານເສດຖະກິດ, ການຄ້າ ແລະ ການຮ່ວມມືລົງທຶນ ລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ກັບ ແບນຊິກ, ອີຕາລີ ແມ່ນບັນດາຄູ່ຮ່ວມມືຕົ້ນຕໍຂອງ ຫວຽດນາມ. ສຳລັບ ອີຢູ ການນຳສອງຝ່າຍຊົມເຊີຍເລື່ອງລົງນາມໃນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ (PCA) ແລະ ໃຫ້ຄຳໝັ້ນສັນຍາ ຈະຕັ້ງຫນ້າຊຸກຍູ້ວິວັດການເຈລະຈາກ່ຽວກັບສັນຍາການຄ້າ ເສລີ (FTA) ໃນໄລຍະຈະມາເຖິງ, ເຫັນດີຖືວ່າ ຈຳເປັນຕ້ອງເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຊຸກຍູ້ບັນດາກະຊວງ, ຂະແຫນງການກ່ຽວຂ້ອງຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມ ພ້ອມກັນປຶກສາຫາລື ແລະ ເປີດກວ້າງການຮ່ວມມືໃນຫລາຍຂົງເຂດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພ້ອມກັບການນຳບັນດາປະເທດ ແລະ ອີຢູ ໄດ້ເຫັນດີສືບຕໍ່ຮັກສາການຮ່ວມມື ແລະ ສົມທົບກັນໃນບັນດາເວທີປາໄສຫລາຍຝ່າຍ, ສະຫງວນເວລາປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນ ອາຊຽນ ອີຢູ, ພິເສດ ເນັ້ນຫນັກເຖິງບົດບາດຂອງ ຫວຽດນາມ ດ້ວຍຖານະແມ່ນປະເທດປະສານງານການພົວພັນ ອາຊຽນ - ອີຢູ ແລະ ຈະເປັນຂົວເຊື່ອມຕໍ່ເພື່ອເພີ່ມທະວີ, ຊຸກຍູ້ການພົວພັນລະຫວ່າງສອງພາກພື້ນສຳຄັນຂອງໂລກ, ພ້ອມທັງປຶກສາຫາລືກ່ຽວກັບບັນດາບັນຫາຮັກສາສັນຕິພາບ ແລະ ພັດທະນາຢູ່ ພາກພື້ນ ອາຊີຕາເວັນອອກສຽງໃຕ້, ອາຊີ - ປາຊີຟີກ.
ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢູ່ ສະຫນາມບິນ Heathrow ອັງກິດ
ພາບ: TTXVN
|
ໝາກຜົນການຢ້ຽມຢາມບັນດາປະເທດ ເອີລົບຕາເວັນຕົກ ຈຳນວນຫນຶ່ງ ຄັ້ງນີ້ ຂອງທ່ານ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສ້າງພື້ນຖານ, ສ້າງກຳລັງຫນູນຢ່າງແຂງແຮງໃຫ້ແກ່ການພັດທະນາການພົວພັນທີ່ມີຄວາມໝາຍຍຸດທະສາດ, ຍາວນານ ລະຫວ່າງ ຫວຽດນາມ ກັບບັນດາປະເທດ ແລະ ຄູ່ຮ່ວມມືສຳຄັນຢູ່ ເອີລົບຕາເວັນຕົກ. ຜ່ານການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ສາຍພົວພັນລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ກັບບັນດາປະເທດດັ່ງກ່າວ ຈະພັດທະນາຢ່າງແຂງແຮງ, ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ, ເພື່ອສັນຕິພາບ, ພັດທະນາຂອງພາກພື້ນ ແລະ ໃນໂລກ.