(vovworld)- ພາຍຫລັງເຮັດວຽກມາເປັນເວລາກວ່າ 1 ເດືອນ, ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ອັດລົງ ແລະ ສຳເລັດຫລາຍເນື້ອໃນສຳຄັນ, ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດຂອງອົງການຜູ້ຕາງຫນ້າສູງສຸດຂອງປະຊາຊົນ, ອົງການມີສິດອຳນາດແຫ່ງລັດສູງສຸດ. ເນື່ອງໃນໂອກາດນີ້, ນັກຂ່າວ ຮົ່ງເວີນ ມີບົດຂຽນທີ່ພາດຫົວເລື່ອງວ່າ: ຂີດໝາຍຂອງກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13.
ໃນຈຳນວນບັນດາເນື້ອໃນສຳຄັນທີ່ໄດ້ຮັບການປະຕິບັດໃນກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຕ້ອງເວົ້າເຖິງເລື່ອງ ເປັນຄັ້ງທຳອິດສະພາແຫ່ງຊາດໄດ້ຈັດຕັ້ງການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແຫນ່ງ ໂດຍສະພາແຫ່ງຊາດເລືອກຕັ້ງຫລືໃຫ້ສັດຕະຍາບັນ. ນີ້ແມ່ນການປ່ຽນໃຫມ່ທີ່ສຳຄັນໃນການດຳເນີນຊີວິດການເມືອງຂອງປະເທດຊາດ, ເຊີດຊູສິດເປັນເຈົ້າຂອງປະຊາຊົນ ຜ່ານການປະຕິບັດສິດຕິດຕາມກວດກາຂອງສະພາແຫ່ງຊາດສຳລັບບັນດາພະນັກງານຫລັກແຫລ່ງຂອງພັກ ແລະ ລັດ. ໝາກຜົນການລົງຄະແນນສຽງໄວ້ວາງໃຈໄດ້ຊ່ວຍໃຫ້ຜູ້ຖືກລົງຄະແນນສຽງໄວ້ວາງໃຈເຫັນໄດ້ລະດັບຮັບຄວາມໄວ້ວາງໃຈຂອງຕົນເພື່ອສືບຕໍ່ສູ້ຊົນ, ຝືກຝົນຫລໍ່ຫລອມຄຸນນະທາດ, ກຳລັງຄວາມສາມາດ, ຍົກສູງປະສິດທິຜົນການເຄື່ອນໄຫວ. ທ່ານນາງ ເຈົາທິທູງາ, ສະມາຊິກສະພາແຫ່ງຊາດ (ສສຊ) ນະຄອນຮ່າໂນ້ຍໃຫ້ຮູ້ວ່າ:
“ ສສຊ ໄດ້ສຳເລັດຫນ້າທີ່ແມ່ນຕາງຫນ້າໃຫ້ຜູ້ມີສິດເລືອກຕັ້ງເພື່ອຕີລາຄາບັນດາຜູ້ດຳລົງຕຳແຫນ່ງໂດຍສະພາແຫ່ງຊາດເລືອກຕັ້ງຫລືໃຫ້ສັດຕະຍາບັນ ດ້ວຍ 3 ລະດັບໄວ້ວາງໃຈ. ຜູ້ຖືກລົງຄະແນນສຽງໄວ້ວາງໃຈຈະພະຍາຍາມສຳເລັດຫນ້າທີ່. ດ້ວຍບັນດາຕຳແຫນ່ງທີ່ມີບັດໄວ້ວາງໃຈຕ່ຳ ສ່ວນຫລາຍແມ່ນຂຶ້ນກັບບັນດາຂົງເຂດຮ້ອນເຮັ່ງ ແລະ ຜ່ານການລົງຄະແນນສຽງໄວ້ວາງໃຈຄັ້ງນີ້ ບັນດາຜູ້ດຳລົງຕຳແຫນ່ງດັ່ງກ່າວຈະພະຍາຍາມສຳເລັດພາລະຫນ້າທີ່ຂອງຕົນໃຫ້ດີກວ່າ. ຂ້າພະເຈົ້າຖືວ່າ ນີ້ແມ່ນການຕີລາຄາ ເຮັດແນວໃດເພື່ອໃຫ້ພວກເຮົາສຳເລັດຫນ້າເປັນຕົວແທນຂອງປະຊາຊົນໃຫ້ດີກວ່າເກົ່າ.”
ເປັນຄັ້ງທຳອິດສະພາແຫ່ງຊາດໄດ້ຈັດຕັ້ງການລົງຄະແນນສຽງ
ໄວ້ວາງໃຈສຳລັບ 47 ຕຳແຫນ່ງ
ພາບ:internet
|
ໃນຂົງເຂດຕິດຕາມກວດກາ, ສະພາແຫ່ງຊາດໄດ້ດຳເນີນການຕິດຕາມກວດກາຕາມຫົວເລື່ອງສະເພາະ: ການປະຕິບັດກົດໝາຍວ່າດ້ວຍການປະຢັດ, ຕ້ານການຟຸມເຟືອຍໃນການນຳໃຊ້ແຫລ່ງທຶນພັນທະບັດຂອງລັດຖະບານໃຫ້ແກ່ການລົງທຶນກໍ່ສ້າງພື້ນຖານໄລຍະ 2006-2012”, ດຳເນີນການຊັກຖາມທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍລັດຖະມົນຕີ 4 ທ່ານ ແລະ ຫົວຫນ້າຂະແຫນງການກ່ຽວກັບບັນດາບັນຫາຊື່ງຜູ້ມີສິດເລືອກຕັ້ງສົນໃຈ.
ໃນຂອບເຂດກອງປະຊຸມສະໄຫມສາມັນເທື່ອທີ 5, ສະພາແຫ່ງຊາດໄດ້ສະຫງວນເວລາເພື່ອໃຫ້ຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາ ສສຊ ເຫັນດີຕໍ່ບົດລາຍງານອະພິປາຍ, ຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ເປັນຕົ້ນສຳລັບບັນດາບັນຫາພື້ນຖານ ມີລັກສະນະຫລັກການ, ກ່ຽວຂ້ອງເຖິງເນື້ອແທ້ຂອງລະບອບການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ຕີລາຄາວ່າ:
“ບັນດາສສຊ ຕີລາຄາສູງເລື່ອງຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ຖືວ່າ ວຽກງານນີ້ໄດ້ຮັບການປະຕິບັດຢ່າງຮີບເຮັ່ງ, ກາຍເປັນບັ້ນດຳເນີນຊີວິດການເມືອງຢ່າງເລິກເຊິ່ງກວ້າງຂວາງ. ພາຍຫລັງກອງປະຊຸມເທື່ອນີ້, ຄະນະຮຽບຮຽງຈະສືບຕໍ່ລວບລວມຄຳເຫັນເພື່ອປັບປຸງຮ່າງລັດຖະທຳມະນູນໃຫ້ສົມບູນແບບເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 13 ດ້ວຍຄວາມປາດຖະຫນາຢາກໃຫ້ລັດຖະທຳມະນູນມີຄຸນນະພາບສູງ.”
ທີ່ກອງປະຊຸມເທື່ອນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍສຳຄັນ 9 ສະບັບ ແມ່ນຮ່າງກົດໝາຍສົ່ງຜົນກະທົບໂດຍກົງເຖິງທຸກດ້ານຊີວິດເສດຖະກິດສັງຄົມ, ສະຖຽນລະພາບ, ການພັດທະນາແບບຍືນຍົງຂອງປະເທດຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ໄປຄຽງຄູ່ກັນນັ້ນ, ສະພາແຫ່ງຊາດກໍໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍອື່ນ 7 ສະບັບ. ກ່ຽວກັບເສດຖະກິດສັງຄົມ, ສະພາແຫ່ງຊາດໄດ້ສະຫງວນເວລາເພື່ອໄຈ້ແຍກ, ຕີລາຄາບັນດາບົດລາຍງານເພີ່ມເຕີມຂອງລັດຖະບານກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2012; ສະພາບການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2013. ພ້ອມກັບໂຄງການດຳເນີນງານສຳຄັນ, ເປັນຄັ້ງທຳອິດທີ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 13, ມີ ວາລະປະຊຸມ 9 ຄັ້ງຂອງສະພາແຫ່ງຊາດໄດ້ຖືກຖ່າຍທອດສົດທາງໂທລະພາບ, ວິທະຍຸກະຈາຍສຽງເພື່ອໃຫ້ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຕິດຕາມ. ທ່ານ ເລຍືຕຽນ, ສສຊ ແຂວງ ກວ໋າງຈີ້ ຕີລາຄາວ່າ:
“ ໃນບັນດາສະໄຫມປະຊຸມໃກ້ໆນີ້, ພິເສດແມ່ນອາຍຸການຂອງສະພາແຫ່ງຊາດຊຸດທີ 13, ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໄດ້ມີແຜນນະໂຍບາຍເປີດເຜີຍກວ່າ. ກ່ອນນີ້ ພຽງວາລະໄຂກອງປະຊຸມ, ອັດກອງປະຊຸມ, ວາລະຊັກຖາມຫລືປືກສາຫາລືກ່ຽວກັບສະພາບການເສດຖະກິດສັງຄົມ. ສ່ວນສະໄຫມປະຊຸມເທື່ອນີ້ ແມ່ນຕິດຕາມຫົວເລື່ອງສະເພາະ, ຮ່າງກົດໝາຍບາງສະບັບ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ປຶກສາຫາລືເພື່ອໃຫ້ປະຊາຊົນກຳໄດ້ຢ່າງລະອຽດກວ່າ, ຜ່ານນັ້ນ ແມ່ນວິວັດການເຜີຍແຜ່ກົດໝາຍມາສູ່ປະຊາຊົນ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ສະພາແຫ່ງຊາດສົ່ງຂໍ້ມູນຂ່າວສານມາສູ່ຜູ້ມີສິດເລືອກຕັ້ງ.”
ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 13 ໄດ້ອັດລົງພາຍຫລັງເຮັດວຽກມາເປັນເວລາກວ່າ 1 ເດືອນ ໄດ້ຮັບການການຕີລາຄາວ່າແມ່ນກອງປະຊຸມສຳເລັດຜົນ, ມີການປ່ຽນໃຫມ່ຫລາຍຢ່າງ. ນີ້ກໍແມ່ນປັດໄຈສຳຄັນ, ແມ່ນກຳລັງຫນູນເພື່ອໃຫ້ອົງການມີສິດອຳນາດແຫ່ງລັດສູງສຸດ ສືບຕໍ່ປະຕິບັດ ສາມພາລະຫນ້າທີ່ຄືນິຕິບັນຍັດ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແລະ ຕິດຕາມກວດກາສູງສຸດສຳລັບທຸກການເຄື່ອນໄຫວຂອງລັດ ເປັນຢ່າງດີ.