ກອງປະຊຸມສຳມະນາ“ບົດບາດຂອງບັນດາອົງການຖ່າຍທອດເຕັກໂນໂລຊີໃນການພັດທະນາມະນຸດ ແລະ ເສດຖະກິດ”
ພາບປະກອບ:internet
|
(vovworld) - ເພື່ອຍົກສູງກຳລັງແກ້ງແຍ້ງໃນເງື່ອນໄຂເຊື່ອມໂຍງ, ບັນດາວິສາຫະກິດພວມນຳໃຊ້ວິທະຍາສາດເຕັກໂນໂລຊີຢ່າງມີປະສິດທິຜົນ ເພື່ອເພີ່ມສະມັດຕະພາບ, ຍົກສູງຄຸນນະພາບຜະລິດຕະພັນ. ພ້ອມກັນນັ້ນ, ບັນດາວິສາຫະກິດ, ອົງການເສດຖະກິດ ກໍຫນູນຊ່ວຍດ້ານການເງິນໃຫ້ແກ່ບັນດານັກວິທະຍາສາດໃນການຄົ້ນຄ້ວາເທັກໂນໂລຊີໃຫມ່ ຮັບໃຊ້ການຜະລິດ. ປະຈຸບັນ ການຫັນວຽກງານຄົ້ນຄ້ວາ ແລະ ຖ່າຍທອດເຕັກໂນໂລຊີເປັນບັນຫາຂອງທົ່ວສັງຄົມ ແມ່ນທ່າອ່ຽງຈຳເປັນທີ່ສຸດ ແລະ ແມ່ນການກຳນົດທິດພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄລຍະ 2011 - 2020.
ຍົກສູງເຕັກໂນໂລຊີໃນເງື່ອນໄຂເຊື່ອມໂຍງເຂົ້າກັບເສດຖະກິດໂລກ ແມ່ນມີຄວາມໝາຍເປັນຕາຍທີ່ມີຕໍ່ບັນດາວິສາຫະກິດ, ສະນັ້ນ ການຮ່ວມສຳພັນລະຫວ່າງ ວິສາຫະກິດ ແລະ ບັນດາອົງການວິທະຍາສາດ, ບັນດານັກວິທະຍາສາດ ແມ່ນທ່າອ່ຽງທີ່ຈຳເປັນທີ່ສຸດ. ມີເຕັກໂນໂລຊີໃໝ່ທີ່ກ້າວຫນ້າຫລາຍຢ່າງທີ່ບັນດາວິສາຫະກິດພວມນຳໃຊ້ໃນຫລາຍຂະແຫນງເສດຖະກິດ. ທ່ານ ຮ່າເທເຟືອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນເບຕົງຮອງຮັບນ້ຳຫນັກ PVC ແຂວງ ຮ່ານາມໃຫ້ຮູ້ວ່າ: “ຖ້າຫາກບໍ່ມີການຫນູນຊ່ວຍຂອງບັນດານັກວິທະຍາສາດ, ແນ່ນອນວ່າ ທາງບໍລິສັດບໍ່ສາມາດບັນລຸໄດ້ຜົນສຳເລັດຄືປະຈຸບັນ”. ບໍລິສັດ PVC ໄດ້ລົງທຶນສ້າງສະຖາບັນຄົ້ນຄ້ວາວິທະຍາສາດສະເພາະແຫ່ງຫນຶ່ງໃຫ້ແກ່ຕົນເອງ ທີ່ມີຊື່ວ່າ: ສະຖານບັນລະບົບພື້ນກິດຈະກຳ. ໝາກຜົນແຫ່ງການຄົ້ນຄ້ວາຂອງສະຖາບັນນີ້ໄດ້ຊ່ວຍໃຫ້ບໍລິສັດ PVC ເປັນເຈົ້າການໃນບັນດາວິທີການປະຕິບັດກິດຈະກຳ, ໄປຄຽງຄູ່ກັນນັ້ນ ບັນດານັກວິທະຍາສາດກໍຫນູນຊ່ວຍບໍລິສັດຜະລິດບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ລາຄາແກ້ງແຍ້ງ. ທ່ານ ຮ່າເທເຟືອງ ເວົ້າວ່າ:
“ອາດຈະເວົ້າໄດ້ວ່າ, ບໍລິສັດຂອງພວກຂ້າພະເຈົ້າແມ່ນຫົວຫນ່ວຍເອກະຊົນທຳອິດທີ່ມີສະຖານບັນລະບົບພື້ນກິດຈະກຳເພື່ອຫນູນຊ່ວຍທຸກການເຄື່ອນໄຫວ, ໃນນັ້ນ ມີການຫນູນຊ່ວຍເຄື່ອນໄຫວຜະລິດເສົາເບຕົງ. ສະຖາບັນຂອງພວກຂ້າພະເຈົ້າມີດອກເຕີ ແລະ ສາດສະດາຈານ 12 ທ່ານເຂົ້າຮ່ວມການເຄື່ອນໄຫວຄົ້ນຄ້ວາວິທະນາສາດຢ່າງຕັ້ງຫນ້າ. ສະນັ້ນ ພວກຂ້າພະເຈົ້າໄດ້ຮັບການຫນູນຊ່ວຍຢ່າງຫລວງຫລວງ.”
ຢູ່ຫລາຍປະເທດມີພື້ນຖານວິທະຍາສາດພັດທະນາ, ລັກສະນະແກ້ງແຍ້ງສູງ, ບັນດາວິສາຫະກິດຕ້ອງລົງທຶນໃຫ້ແກ່ການຄົ້ນຄ້ວາວິທະຍາສາດເພື່ອການຄົງຕົວ. ສ່ວນຢູ່ຫວຽດນາມ, ສະພາບການປະຈຸບັນສະແດງໃຫ້ເຫັນວ່າ ບັນດາວິສາຫະກິດຫວຽດນາມ ບໍ່ທັນມີກຳລັງແຮງ ແລະ ລະດັບຢ່າງພຽງພໍ. ວິສາຫະກິດສ່ວນຫລາຍພວມຊອກຫາວິທີເພື່ອເພີ່ມລາຍຮັບ, ສ້າງວຽກເຮັດງານທຳໃຫ້ແກ່ຄົນງານ, ສະນັ້ນ ການຄົ້ນຄ້ວາ, ປ່ຽນໃຫມ່ເຕັກໂນໂລຊີເກືອບຄືວ່າບໍ່ໄດ້ຮັບຄວາມເອົາໃຈໃສ່ເທື່ອ. ບໍ່ແມ່ນວ່າວິສາຫະກິດແຫ່ງໃດກໍມີສະຕິຄວາມຮັບຮູ້ກ່ຽວກັບຄວາມສຳຄັນພິເສດຂອງການຫນູນຊ່ວຍວຽກງານຄົ້ນຄ້ວາວິທະຍສາດ ແລະ ຖ່າຍທອດເຕັກໂນໂລຊີ; ບັນດາວິສາຫະກິດຍັງບໍ່ທັນຄິດໄລ່ເຖິງການພັດທະນາເຕັກໂນໂລຊີໃຫ້ເໝາະສົມກັບຄວາມຕ້ອງການຂອງຕົນ. ທ່ານ ເຈີນວັນຮຸ່ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ: ທາງກະຊວງພວມຜັນຂະຫຍາຍບັນດາມາດຕະການເພື່ອຊ່ວຍບັນດາວິສາຫະກິດຫວຽດນາມ ໃຫ້ກາຍເປັນວິສາຫະກິດວິທະຍາສາດເຕັກໂນໂລຊີ.
“ກຳລັງວິສາຫະກິດວິທະຍາສາດເຕັກໂນໂລຊີ ແມ່ນຮູບການຈະອີງໃສ່ບັນດາໝາກຜົນແຫ່ງການຄົ້ນຄ້ວາ, ການປະດິດສ້າງ, ບັນດາມາດຕະການທີ່ມີປະໂຫຍດໄດ້ຮັບການອາລັກຂາ ເພື່ອໃຫ້ວິສາຫະກິດເພີ່ມຄວາມສາມາດໃນການແກ້ງແຍ້ງ ແລະ ການເຄື່ອນໄຫວຢ່າງມີປະສິດທິຜົນ. ຕາມການຄິດໄລ່ແລ້ວ, ດ້ວຍປະລິມານບໍ່ຫລາຍແຕ່ຕາມການຄາດຄະເນ, ຮອດປີ 2020 ບັນດາວິສາຫະກິດວິທະຍາສາດເຕັກໂນໂລຊີຫວຽດນາມ ຈະສ້າງລາຍຮັບເພື່ອປະກອບສ່ວນເຂົ້າໃນພື້ນຖານເສດຖະກິດຂອງປະເທດຊາດແມ່ນ 9 ຕື້ USD. ປະຈຸບັນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີກໍຍືນ ສະເຫນີຕໍ່ນາຍົກລັດຖະມົນຕີເພື່ອອະນຸມັດຜ່ານໂຄງການຫນູນຊ່ວຍພັດທະນາວິສາຫະກິດວິທະຍາສາດເຕັກໂນໂລຊີ ເພື່ອສ້າງເງື່ອນໄຂພັດທະນາຮູບການວິສາຫະກິດໃຫມ່, ສ້າງກຳລັງຜະລິດໃຫມ່ຢູ່ຫວຽດນາມ.”
ຕາມການສະຖິຕິຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີແລ້ວ, ປະຈຸບັນ ບັນດາການເຄື່ອນໄຫວຖ່າຍທອດເທັກໂນໂລຊີໃນກຸ່ມບັນດາວິສາຫະກິດຫວຽດນາມ ກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພຽງຈຳກັດໃນການສະຖິຕິບັນຊີລາຍຊື່ເຕັກໂນໂລຊີເທົ່ານັ້ນ. ໃນກອງປະຊຸມສຳມະນາຈັດຂຶ້ນຫວ່າງມໍ່ໆມານີ້ ລະຫວ່າງ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ອົງການຮ່ວມມືສາກົນ Wallonie Bruxelles ລາຊະອານາຈັກແບນຊີກ, ພາຍໃຕ້ຫົວຂໍ້ວ່າ: “ບົດບາດຂອງບັນດາອົງການຖ່າຍທອດເຕັກໂນໂລຊີໃນການພັດທະນາມະນຸດ ແລະ ເສດຖະກິດ”, ສາດສະດາຈານ Claude jamar ອະທິການບໍດີ ມະຫາວິທະຍາໄລ Liege ເຂດ Wallonie ປະເທດແບນຊີກ ຖືວ່າ: ຫວຽດນາມ ຄວນເສີມຂະຫຍາຍບົດບາດການຄົ້ນຄ້ວາຂອງບັນດາສະຖາບັນຢູ່ບັນດາມະຫາວິທະຍາໄລ ແລະ ສູນຖ່າຍທອດເຕັກໂນໂລຊີກວ່າອີກ, ມີສາຍພົວພັນຢ່າງແຫນ້ນແຟ້ນກັບບັນດາວິສາຫະກິດ ເພື່ອປະຕິບັດການຄົ້ນຄ້ວາຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມ.
ທີ່ກອງປະຊຸມສຳມະນາມີຜູ້ຊ່ຽວຊານອື່ນຫລາຍທ່ານກໍຖືວ່າ: ໃນສະພາບການປະຈຸບັນ,ເລື່ອງຍົກສູງກຳລັງຄວາມສາມາດແກ້ງແຍ້ງໄດ້ກາຍເປັນຈຸດໝາຍສຳຄັນ ແລະ ສິ່ງດັ່ງກ່າວແມ່ນຂຶ້ນກັບກຳລັງຄວາມສາມາດເຕັກໂນໂລຊີຂອງແຕ່ລະວິສາຫະກິດຫລາຍທີ່ສຸດ. ສະນັ້ນ ນອກຈາກມາດຕະການກ່ຽວກັບການເຄື່ອນໄຫວສົ່ງເສີມດ້ານການຄ້າແລ້ວ, ການສົ່ງເສີມການລົງທຶນເຕັກໂນໂລຊີແມ່ນປັດໄຈສຳຄັນ. ເພື່ອປະຕິບັດສິ່ງນີ້ໃຫ້ໄດ້, ກ່ອນອື່ນໝົດ ບັນດາວິສາຫະກິດຫວຽດນາມ ຄວນສ້າງວິວັດການປ່ຽນແປງໃຫມ່ເຕັກໂນໂລຊີໃຫ້ສອດຄ່ອງກັບເງື່ອນໄຂຂອງຕົນ, ເປັນເຈົ້າການໃນການຮ່ວມສຳພັນກັບບັນດາຫົວຫນ່ວຍຄົ້ນຄ້ວາວິທະຍາສາດ, ພ້ອມທັງ ນຳໃຊ້ວິທະຍາສາດທ່ີກ້າວຫນ້າຢ່າງເໝາະສົມ ເພື່ອຈາກນັ້ນ ເພີ່ມກຳລັງແກ້ງແຍ້ງຂອງບັນດາວິສາຫະກິດ. ຜູ້ຊ່ຽວຊານສ່ວນຫລາຍລ້ວນແຕ່ຖືວ່າ ຮອດຈຸດເວລາແລ້ວ ທີ່ບັນດາວິສາຫະກິດຫວຽດນາມຄວນພ້ອມກັນປະກອບກຳລັງເຫື່ອແຮງເພື່ອຊຸກຍູ້ພື້ນຖານວິທະຍາສາດເຕັກໂນໂລຊີຫວຽດນາມໃຫ້ມີບັນດາບາດກ້າວໃຫມ່.ນີ້ກໍ່ແມ່ນປະຖົດປັດໄຈໃຫ້ແກ່ຜົນສຳເລັດຂອງບັນດາວິສາຫະກິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມລວມຂອງປະເທດຊາດ.