(vovworld)- ປຶກສາຫາລືບົດລາຍງານຂອງລັດຖະບານກ່ຽວກັບສະພາບການເສດຖະກິດສັງຄົມປີ 2013 ແລະ 4 ເດືອນຕົ້ນປີ 2014, ໃນຂອບເຂດກອງປະຊຸມສະໄຫມສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ສະມາຊິກສະພາແຫ່ງຊາດ(ສສຊ) ຫລາຍທ່ານຖືວ່າ: ເສດຖະກິດມີບັນດາສັນຍານຟື້ນຕົວຢ່າງເຫັນໄດ້ຊັດ. ເຖິງຢ່າງໃດກໍຕາມ, ຫວຽດນາມ ຄວນຍາດແຍ່ງທ່າຟື້ນຕົວນີ້ເພື່ອນຳພື້ນຖານເສດຖະກິດຫລຸດພົ້ນອອກຈາກໄລຍະເຕີບໂຕຊັກຊ້າ.
ສິ້ນສຸດປີ 2013, ບັນດາຄາດໝາຍຊື່ງສະພາແຫ່ງຊາດຍົກອອກມາ ລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ການຄາດຄະເນໃນເບື້ອງຕົ້ນ. 4 ເດືອນຕົ້ນປີ 2014, ບັນດາຂົງເຂດອຸດສາຫະກຳ, ກະສິກຳ ແລະ ບໍລິການ ລ້ວນແຕ່ມີສັນຍານດີພໍສົມຄວນ. ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການຈະເລີນເຕີບໂຕເສດຖະກິດຍັງສືບຕໍ່ຮັກສາຢູ່ໃນລະດັບສູງພໍສົມຄວນ.
ເຖິງຢ່າງໃດກໍຕາມ, ຄຽງຄູ່ກັນນັ້ນ ຍັງຊອ້ນແຝງຄວາມຫຍຸ້ງຍາກໃຫມ່ ຄື: ພື້ນຖານເສດຖະກິດເຖິງວ່າບັນລຸການຈະເລີນເຕີບໂຕກໍຕາມ ແຕ່ບໍ່ທັນບັນລຸບາດກ້າວບຸກທະລຸ. ເຖິງວ່າ ໄດ້ເລີ່ມຕົ້ນການສ້າງໂຄງປະກອບເສດຖະກິດໃນລັດວິສາຫະກິດ ແລະ ໃນຂົງເຂດທະນາຄານຄືນໃຫມ່ ແຕ່ບັນດາສິ່ງທີ່ຍັງຄົງຄ້າງກ່ຽວກັບລະບອບນະໂຍບາຍ, ກ່ຽວກັບການກຳນົດແກ້ໄຂຂໍ້ຕັດຂັດ ຍັງຊັກຊ້າຢູ່.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ພາບ:baomoi.com.vn
|
ປ່ຽນໃຫມ່ຮູບແບບການຈະເລີນເຕີບໂຕຢ່າງແຮງ
ເຖິງວ່າ ຮັບຮູ້ບັນດາໝາກຜົນຕັ້ງຫນ້າຂອງພື້ນຖານເສດຖະກິດກໍຕາມ ແຕ່ ສສຊ ຫລາຍທ່ານ ຖືວ່າ: ຮູບແບບການຈະເລີນເຕີບໂຕບໍ່ທັນມີການປ່ຽນແປງຢ່າງແຮງ, ສະແດງໃຫ້ເຫັນຜ່ານຍອດວົງເງິນສົ່ງອອກໃນຊຸມເດືອນຕົ້ນປີ 2014 ເພີ່ມຂຶ້ນ 14,1%, ແຕ່ຕົ້ນຕໍແມ່ນບັນດາໝວດສິນຄ້າຜະລິດແບບຮັບຈ້າງເພີ່ມຂຶ້ນ. ນອກນັ້ນ, ຕາມບົດລາຍງານຂອງລັດຖະບານ ແລ້ວ, ໃນ 4 ເດືອນຕົ້ນປີ 2014, ຫວຽດນາມ ສົ່ງອອກເກີນດຸ່ນ 1,7 ຕື້ USD, ແຕ່ໃນນັ້ນ 1,1 ຕື້ USD ແມ່ນຂອງວິສາຫະກິດ FDI, ສ່ວນຍັງເຫລືອແມ່ນຂອງບັນດາວິສາຫະກິດພາຍໃນປະເທດ. ນີ້ແມ່ນຄວາມຈິງທີ່ເປັນຫນ້າວິຕົກກັງວົນ. ທ່ານນາງ ຫງວຽນທິເຫງ໋ຍ, ສສຊ ນະຄອນ ຫາຍຟ່ອງ ຍົກຄຳເຫັນວ່າ:
“ສະເຫນີລັດຖະບານ ຕັ້ງຫນ້າກວ່າ, ຂ້ຽວຂາດກວ່າ ແລະ ຄົບຊຸດກວ່າ, ເປັນຕົ້ນໃນບັນຫາປ່ຽນໃຫມ່ຮູບແບບການຈະເລີນເຕີບໂຕ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ນຳໃຊ້ບັນດາກົນໄກນະໂຍບາຍທີ່ໄດ້ຮັບການປະກາດໃຊ້ຢ່າງມີປະສິດທິຜົນ.”
ໃນຂະນະນັ້ນ, ທ່ານ ເຈີນຢູລີກ, ສສຊ ນະຄອນ ໂຮ່ຈິມີນ ຖືວ່າ:
“ກ່ຽວກັບໄລຍະກາງ ແລະ ໄລຍະຍາວ, ພວກເຮົາເຫັນວ່າ ແຕ່ດົນນານແລ້ວ ຢາກສ້າງໂຄງປະກອບຕະຫລາດຄືນໃຫມ່. ຂ້າພະເຈົ້າສະເຫນີ ຕ້ອງມີນະໂຍບາຍເພື່ອຊ່ວຍໃຫ້ວິສາຫະກິດຫລຸດພົ້ນອອກຈາກສະພາບນຳໃຊ້ວັດຖຸດິບຈາກຕ່າງປະເທດ. ແລະບັນຫານີ້ກໍກ່ຽວຂ້ອງເຖິງນະໂຍບາຍພັດທະນາອຸດສາຫະກຳຫນູນຊ່ວຍ.”
ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດສຳພັດກັບແຫລ່ງທຶນສິນເຊື່ອ
ສສຊ ມາຍຊວນຮຸ່ງ, ຮອງຫົວຫນ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຖືວ່າ: ຂອດບຸກທະລຸປະຈຸບັນ ແມ່ນປະຕິຮູບລະບອບນະໂຍບາຍພ້ອມທັງຄວນປະຕິຮູບ ລັດວິສາຫະກິດຢ່າງຂ້ຽວຂາດ, ສ້າງເງື່ອນໄຂໃຫ້ວິສາຫະກິດພາກເອກະຊົນພັດທະນາກວ່າອີກ. ໃນຂະນະນັ້ນ, ຕາມທ່ານ ເຈີນຮ່ວາງເງິນ, ສສຊ ນະຄອນ ໂຮ່ຈິມີນ ແລ້ວ, ຄວນແກ້ໄຂບັນດາຂໍ້ຄົງຄ້າງ, ໃນນັ້ນ ມີສະພາບວິສາຫະກິດຢຸດຕິການເຄື່ອນໄຫວ, ລົ້ມລະລາຍ ສືບຕໍ່ເພີ່ມຂຶ້ນສະເລ່ຍໃນແຕ່ລະປີແມ່ນກວ່າ 50.000 ວິສາຫະກິດ. ນອກນັ້ນ ວິສາຫະກິດພວມປະສົບກັບຄວາມຫຍຸ້ງຍາກໃນຫລາຍຂົງເຂດຄື: ລາຍຈ່າຍໃນການຜະລິດຍັງເພີ່ມຂຶ້ນ ໃນຂະນະທີ່ກຳລັງຊື້ບໍ່ເພີ່ມຂຶ້ນ ສະນັ້ນ ວິສາຫະກິດຈຶ່ງພັດທະນາຍາກ, ຄຽງຄູ່ກັນນັ້ນ ລະບຽບການບໍລິຫານບໍ່ສະດວກ. ທ່ານ ເຈີນຢູລີກ, ສສຊ ນະຄອນ ໂຮ່ຈິມີນ ສະເຫນີວ່າ:
“ບັນຫາສຳຄັນທີ່ສຸດຂອງພື້ນຖານເສດຖະກິດປະຈຸບັນ ແມ່ນເຮັດແນວໃດແກ້ໄຂສະພາບຄວາມຕ້ອງການ, ເວລານັ້ນ ພື້ນຖານເສດຖະກິດຈຶ່ງຟື້ນຕົວໄດ້. ແລະ ຢາກແກ້ໄຂບັນຫານີ້ ຕ້ອງແບ່ງປະເພດວິສາຫະກິດ. ຂ້າພະເຈົ້າສະເຫນີ: ຄວນສຸມໃສ່ໃຫ້ແກ່ບັນດາວິສາຫະກິດມີຄວາມສາມາດຟື້ນຕົວໄດ້ ແຕ່ປະສົບກັບຄວາມຫຍຸ້ງຍາກໃນການສຳພັດກັບແຫລ່ງທຶນຮອນ ຍ້ອນຕິດຫນີ້ຄ້າງຊຳລະ ໄດ້ກູ້ຢືມທຶນຮອນ. ຄາດໝາຍປີນີ້ ຕ້ອງເພີ່ມສິນເຊື່ອ ຈາກ 12-14%, ແຕ່ ຕົ້ນປີມາຮອດປະຈຸບັນ ເພີ່ມຂຶ້ນພຽງ 0,56%. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຕະຫລາດບໍ່ນຳໃຊ້ແຫລ່ງທຶນຮອນໝົດໄດ້. ທີສອງ ຢູ່ເຂດທີ່ມີການລົງທຶນຂອງລັດ, ຕ້ອງເຮັດແນວໃດປ່ຽນແປງລະບຽບການເພື່ອປ່ອຍເງິນໄດ້.”
ສ່ວນ ທ່ານ ຫງວຽນວັນເຢົາ, ຫົວຫນ້າກຳມາທິການເສດຖະກິດ ຍົກຄຳເຫັນວ່າ:
“ສຸມໃສ່ບັນດາມາດຕະການເພີ່ມຄວາມຕ້ອງການຢູ່ໃນລະດັບເໝາະສົມ, ຮັບປະກັນຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ການຈະເລີນເຕີບໂຕຢ່າງເໝາະສົມ, ຈັດຕັ້ງການປ່ອຍເງິນຢ່າງທັນການ, ແຫນ້ນແຟ້ນ, ມີປະສິດທິຜົນບັນດາແຫລ່ງເງິນລົງທຶນຂອງລັດ, ນັບທັງງົບປະມານສູນກາງ ແລະ ງົບປະມານທ້ອງຖິ່ນ.”
ເສດຖະກິດຫວຽດນາມ ກັບຄືນສູ່ທ່າເຕີບໂຕເທື່ອລະກ້າວ, ນັ້ນແມ່ນສັນຍານທີ່ເປັນຫນ້າຊື່ນຊົມ. ຖ້າຫາກຫວຽດນາມ ເສີມຂະຫຍາຍໝາກຜົນເບື້ອງຕົ້ນເປັນຢ່າງດີ ໃນສະພາບການຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການສຳເລັດບັນດາຈຸດໝາຍພັດທະນາໃນປີ 2014 ແລະ ຊຸມປີຕໍ່ໄປ.